ລາຍງານສະບັບນຶ່ງ ຈາກຫ້ອງການງົບປະມານ ລັດຖະສະພາ
ສະຫະລັດທໍານາຍວ່າ ກົດໝາຍປະຕິຮູບປະກັນໄພສຸຂະພາບ
ໃໝ່ ຈະເຮັດໃຫ້ວຽກເຮັດງານທຳຫຼຸດໜ້ອຍລົງ ຄືວຽກເຕັມເວ
ລາຈະຫລຸດລົງ ຫລາຍກວ່າ 2 ລ້ານຕຳແໜ່ງ.
ລາຍງານທີ່ນຳອອກເຜີຍແຜ່ໃນວັນອັງຄານວານນີ້ ອາດຈະກໍ່
ໃຫ້ເກີດມີການອະພິປາຍກັນວ່າ ກົດໝາຍປະຕິຮູບປະກັນໄພ
ສຸຂະພາບ ທີ່ຮູ້ກັນໃນນາມ “Obmacare” ນັ້ນ ເປັນຜົນດີຕໍ່
ເສດຖະກິດຫລືບໍ່. ຫ້ອງການງົບປະມານລັດຖະສະພາສະຫະ
ລັດ ລາຍງານວ່າ ຖ້າຫາກວ່າ ປະກັນໄພສຸຂະພາບຂອງຄົນ
ຫາກບໍ່ມີສ່ວນກ່ຽວຂ້ອງພົວພັນກັບສະພາບວຽກງານຂອງເຂົາ
ເຈົ້າແລ້ວ ຈໍານວນໜ້ອຍກວ່າຈະເລືອກເອົາເລື່ອງວຽກເຮັດ ແລະພວກທີ່ສືບຕໍ່ເຮັດວຽກ
ນັ້ນ ອາດເລືອກເອົາການເຮັດວຽກ ໃນເວລາໜ້ອຍລົງ. ການທໍານາຍກ່ຽວກັບການຫລຸດ
ຊົ່ວໂມງລົງນີ້ເມື່ອຮວມເຂົ້າກັນແລ້ວ ແມ່ນປະມານ 2 ລ້ານ 5 ແສນໜ້າວຽກທີ່ເຕັມເວລາ ຊຶ່ງຈະຫລຸດລົງ ພາຍໃນປີ 2024.
ຜູ້ທີ່ຕິຕຽນ Obamacare ຮວມທັງສະມາຊິກພັກຣີພັບບລີກັນຫຼາຍຄົນກ່າວວ່າ ການຄົ້ນ
ພົບນີ້ສະແດງວ່າ ແຜນດັ່ງກ່າວໃນທີ່ສຸດຈະມີຜົນສະທ້ອນໃນທາງທີ່ບໍ່ດີຕໍ່ເສດຖະກິດ.
ທໍານຽບຂາວໄດ້ກ່າວປ້ອງກັນ Obamacare ໂດຍເວົ້າວ່າ ລາຍງານບໍ່ໄດ້ສະເໜີໃຫ້ເຫັນ
ຫລັກຖານວ່າ ການເຮັດວຽກບໍ່ເຕັມເວລາໄດ້ເພີ້ມຂື້ນອັນ ເປັນຜົນຂອງກົດໝາຍປະຕິຮູບ
ປະກັນໄພສຸຂະພາບ ທີ່ອອກນໍາໃຊ້ໃນທ້າຍປີແລ້ວນີ້.
ລາຍງານກ່າວວ່າ ຜົນກະທົບໃນລະຍະຍາວຈາກກົດໝາຍປະຕິຮູບປະກັນໄພສຸຂະພາບ
ຍັງບໍ່ແຈ່ມແຈ້ງເທື່ອ. ມັນກ່າວວ່າໃນໄລຍະຕໍ່ໄປ ຫລາຍຄົນຄາດວ່າ ຈະຖືໂອກາດນີ້ ສະ
ແຫວງເອົາຜົນປະໂຫຍດຈາກທາງເລືອກໃໝ່ ເພາະສະນັ້ນການລົງທະບຽນຄາດວ່າ ຈະ
ເພີ້ມຂື້ນຢ່າງຫລວງຫລາຍ ໃນປີ 2015 ແລະປີ 2016.
ວີດີໂອ ກ່ຽວກັບສຸຂະພາບ ຂອງຊາວອາເມຣິກັນ: