ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເອກະສານຕ່າງໆຢູ່ທີ່ບ້ານພັກຕາກອາກາດຂອງ ທ່ານທຣໍາ ລວມມີຂໍ້ມູນກ່ຽວກັບປະສິດທິພາບນິວເຄລຍ ຂອງລັດຖະບານຕ່າງປະເທດ


ຈາກນ້າເວັບໄຊທ໌ຂອງກະຊວງຍຸຕິທໍາ ທີ່ນໍາອອກມາເຜີຍແຜ່ເມືອ່ວັນທີ 30 ສິງຫາ 2022, ໃນການຕອບສະໜອງຕໍ່ຄໍາຂໍ ຈາກທີມງານຂອງທ່ານທຣໍາ ສໍາລັບຜູ້ຊ່ຽວຊານພິເສດ ເພື່ອກວດກາຄືນກ່ຽວກັບເອກະສານທີ່ຖືກຢຶດ ໃນວັນທີ 8 ສິງຫາ ຢູ່ທີ່ເຮືອນພັກກາກອາກາດ ມາ-ອາ-ລາໂກ.
ຈາກນ້າເວັບໄຊທ໌ຂອງກະຊວງຍຸຕິທໍາ ທີ່ນໍາອອກມາເຜີຍແຜ່ເມືອ່ວັນທີ 30 ສິງຫາ 2022, ໃນການຕອບສະໜອງຕໍ່ຄໍາຂໍ ຈາກທີມງານຂອງທ່ານທຣໍາ ສໍາລັບຜູ້ຊ່ຽວຊານພິເສດ ເພື່ອກວດກາຄືນກ່ຽວກັບເອກະສານທີ່ຖືກຢຶດ ໃນວັນທີ 8 ສິງຫາ ຢູ່ທີ່ເຮືອນພັກກາກອາກາດ ມາ-ອາ-ລາໂກ.

ໜັງສືພິມວໍຊິງຕັນໂພສ ໄດ້ລາຍງານໃນວັນອັງຄານວານນີ້ວ່າ ໃນຈໍານວນເອກະ ສານຕ່າງໆ ທີ່ຄົ້ນພົບໂດຍ​ອົງ​ການສັນ​ຕິ​ບານ​ກາງ​ຫຼື FBI ຢູ່ທີ່​ບ້ານພັກຕາກອາ ກາດໃນລັດຟລໍຣິດາ ຂອງອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໃນເດືອນສິງຫາທີ່ຜ່ານມາ ມີເອກະສານສະບັບນຶ່ງ ທີ່ອະທິບາຍກ່ຽວກັບຄວາມ ໝັ້ນຄົງທາງທະຫານຂອງປະເທດ ລວມເຖິງຄວາມສາມາດທາງດ້ານນິວເຄລຍ ນໍາອີກດ້ວຍ.

ໜັງສືພິມຍັງກ່າວອີກວ່າ ລາຍງານຂອງພວກເຂົາເຈົ້າແມ່ນອີງມາຈາກຂໍ້ມູນຂອງຜູ້ທີ່ຢູ່ໃນເຫດການໂຕຈິງ, ແຕ່ບໍ່ໄດ້ລະບຸລາຍຊື່ຂອງລັດຖະບານຕ່າງປະເທດທີມີສ່ວນກ່ຽວຂ້ອງນໍາ.

ຢູ່ໃນລາຍງານຍັງໄດ້ລະບຸອີກວ່າ ເອກະສານບາງສະບັບ ທີ່ຢຶດໄດ້ເມື່ອມີການກວດຄົ້ນໃນວັນທີ 8 ສິງຫາຢູ່ທີ່ເຮືອນພັກຕາກອາກາດ ມາ-ອາ-ລາໂກ ຂອງທ່ານທຣໍາ ໄດ້ອະທິບາຍກ່ຽວກັບການດໍາເນີນງານທີ່ເປັນຄວາມລັບຂອງລັດຖະ ບານສະຫະລັດ ເຊິ່ງເຈົ້າໜ້າທີ່ຂັ້ນສູງທາງດ້ານຄວາມໝັ້ນຄົງແຫ່ງຊາດກໍບໍ່ເຄີຍຮັບຮູ້ກ່ຽວກັບຄວາມລັບນີ້.

ກະຊວງຍຸຕິທໍາຂອງສະຫະລັດ ກໍາລັງດໍາເນີນການສືບສວນການເກັບຮັກສາຂໍ້ມູນທາງດ້ານຄວາມໝັ້ນຄົງແຫ່ງຊາດແລະຄວາມພະຍາຍາມໃນການຂັດຂວາງການກວດກາໃນການສືບ​ສວນຂອງພວກເຂົາເຈົ້າ.

ໃນລະຫວ່າງການປະຕິບັດງານກວດຄົ້ນຊ່ວງເດືອນສິງຫາທີ່ຜ່ານມາ, ອົງການ FBI ຢຶດເອກະສານໄດ້ປະມານ 11,000 ສະບັບ, ລວມທັງເອກະສານອີກ 100 ສະບັບ ທີ່ຖືກຈັດວ່າເປັນຄວາມລັບທີ່ສຸດ.

ທ່ານທຣໍາ, ອອກຈາກການດໍາລົງຕໍາແໜ່ງໃນປີ 2021, ໂດຍໄດ້ມີການສົ່ງເອກະສານຈໍານວນຫຼາຍຮ້ອຍສະບັບຄືນໃນຊ່ວງເດືອນມັງກອນ ຫາເດືອນມິຖຸນາຂອງປີນີ້. ແຕ່ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານເມີຣິກ ກາແລນ, ເຊິ່ງ
ໄດ້​ໃຫ້​ການ​ອະ​ນຸ​ມັດ ແລະ​ຜູ້​ພິ​ພາກ​ສາ​ກໍ​ເຫັນ​ພ້ອມ​ກັບການກວດຄົ້ນໃນເດືອນສິງຫາທີ່ຜ່ານມາ ລຸນຫຼັງທີ່ໄອຍະການກ່າວວ່າ ພວກເຂົາເຈົ້າ​ໄດ້​ຮັບ​ຂໍ້​ມູນຈາກແຫຼ່ງຂ່າວວົງໃນມາວ່າ ຍັງຄົງມີເອກະສານອີກຫຼາຍສະບັບຢູ່ທີ່​ບ້ານພັກຕາກອາກາດຂອງທ່ານທຣໍາ.

ທ່ານທຣໍາ ໄດ້ຄັດຄ້ານຕໍ່ການກວດຄົ້ນດັ່ງກ່າວ, ແລະທະນາຍຄວາມຂອງທ່ານ ກໍໄດ້ຮຽກຮ້ອງ ເຖິງຜູ້ພິພາກສາລັດ​ຖະ​ບານກາງ ໃຫ້ແຕ່ງຕັ້ງຜູ້ຊ່ຽວຊານພິເສດກວດສອບຄືນ ກ່ຽວກັບເອກະສານທັງຫຼາຍທີ່ໄດ້ຮວບຮວມໄປ ເພື່ອພິຈາລະນາເບິ່ງວ່າ ເອກະສານບາງສ່ວນ ຄວນຈະຖືກສົ່ງກັບຄືນໄປໃຫ້ທ່ານທຣໍາຫຼືບໍ່.

ທ່ານຜູ້ພິພາກສາ ໄດ້ອະນຸມັດຕໍ່ຄໍາຮຽກຮ້ອງດັ່ງກ່າວໃນວັນຈັນທີ່ຜ່ານມາ, ແລະໄດ້ກໍານົດມື້ສຸດທ້າຍ ໃນວັນສຸກທີ່ຈະມາເຖິງນີ້ ສໍາລັບໃຫ້ສອງຝ່າຍຈັດຫາລາຍຊື່ຂອງຜູ້ສະໝັກ ທີ່ມີຄວາມສາມາດ ເພື່ອມາດໍາເນີນງານເປັນຜູ້ຊ່ຽວຊານພິເສດດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG