ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອົງ​ການ FBI ຈັບ​ສະ​ມາ​ຊິກ​ ທະ​ຫານ​ອາ​ກາດ ກຳ​ລັງ​ຮັກ​ສາ​ດິນ​ແດນ ທີ່​ພົວ​ພັນ​ກັບ​ການ​ຮົ່ວ​ໄຫຼ​ຂອງ​ເອກ​ກະ​ສານ​ລັບ


ເຈົ້າ​ໜ້າ​ທີ່ອົງ​ການ FBI ຈັບ​ທ້າວ​​ແຈັກ ເຕ​ເຊ​ຣາ ພະ​ນັກ​ງານ​ທະ​ຫານ​ອາ​ກາດ​ກຳ​ລັງ​ຮັກ​ສາ​ດິນ​ແດນ ຢູ່ນອກ​ບ້ານ​ພັກ​ຂອງ​ລາວ ທີ່​ເມືອງ​ໄດ​ຕັນ ລັດ​ແມັ​ສ​ຊາ​ຈູ​ແຊັ​ສ ເມື່ອ​ວັນ​ທີ 13 ເມ​ສາ 2023. (WCVB-TV via ABC via Reuters)
ເຈົ້າ​ໜ້າ​ທີ່ອົງ​ການ FBI ຈັບ​ທ້າວ​​ແຈັກ ເຕ​ເຊ​ຣາ ພະ​ນັກ​ງານ​ທະ​ຫານ​ອາ​ກາດ​ກຳ​ລັງ​ຮັກ​ສາ​ດິນ​ແດນ ຢູ່ນອກ​ບ້ານ​ພັກ​ຂອງ​ລາວ ທີ່​ເມືອງ​ໄດ​ຕັນ ລັດ​ແມັ​ສ​ຊາ​ຈູ​ແຊັ​ສ ເມື່ອ​ວັນ​ທີ 13 ເມ​ສາ 2023. (WCVB-TV via ABC via Reuters)

ອົງ​ການ​ສັນ​ຕິ​ບານ​ກາງ FBI ຂອງ​ສະ​ຫະ​ລັດ ຈັບ​ສະ​ມາ​ຊິກ​ ທະ​ຫານ​ອາ​ກາດ​ຂອງ​ກຳ​ລັງ​ຮັກ​ສາ​ດິນ​ແດນ ອາ​ຍຸ 21 ປີທີ່​ສົງ​ໄສ​ພົວ​ພັນ ​ກັບ​ການ​ຮົ່ວ​ໄຫຼເອກ​ກະ​ສາ​ນ​ລັບ​ຂອງ​ລັດ​ຖະ​ບານ ແລະ​ກອງ​ທັບ​ສະ​ຫະ​ລັດ ອີງ​ຕາມ​ການ​ເປີດ​ເຜີຍ​ຂອງ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ໃນ​ວັນ​ພະ​ຫັດ​ນີ້.

ທ້າວ​ແຈັກ ເຕ​ເຊຣາ (Jack Teixeira) ຊຶ່ງ​ເປັນ​ສະ​ມາ​ຊິກ​ ຂອງ​ໜ່ວຍ​ສືບ​ລັບ​ທະ​ຫານ​ອາ​ກາດ​ຂອງ​ກຳ​ລັງ​ຮັກ​ສາ​ດິນ​ແດນ ໄດ້​ຖືກ​ຈັບ​ໂດຍ​ເຈົ້າ​ໜ້າ​ທີ່ “ໂດຍ​ບໍ່​ມີ​ການ​ຂັດ​ຂືນ” ທີ່​ບ້ານ​ພັກ​ຢູ່​ເມືອງ​ໄດ​ຕັນ ລັດ​ແມັ​ສ​ຊາ​ຈູ​ແຊັ​ສ ໃນ​ຕອຍ​ບ່າຍ​ວັນ​ພະ​ຫັດ​ວານນີ້ ອີງ​ຕາມ​ຖະ​ແຫຼງ​ຂ່າວ​ຂອງ​ອົງ​ການ FBI.

ເມືອງ​ໄດ​ຕັນ ລັດ​ແມັ​ສ​ຊາ​ຈູ​ແຊັ​ສ
ເມືອງ​ໄດ​ຕັນ ລັດ​ແມັ​ສ​ຊາ​ຈູ​ແຊັ​ສ

ໃນ​ການ​ປະ​ກາດ​ ທາງ​ໂທ​ລະ​ພາບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ສ​ະ​ຫະ​ລັດ ທ່ານເມີ​ຣິກ ກາ​ແລນ ກ່າວ​ວ່າ ທ້າວ​ເຕ​ເຊຣາໄດ້​ຖືກ​ຈັບ “ໃນ​ຖານ​ພົວ​ພັນ​ກັບ​ການ​ສືບ​ສວນ ທີ່​ມີ​ການ​ກ່າວ​ຫາ​ກ່ຽວ​ກັບ​ການ​ຍົກ​ຍ້າຍ ເກັບ​ຮັກ​ສາ ແລະ​ສົ່ງ​ເອກ​ກະ​ສານ​ລັບ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ.”

ທ່ານ​ກາ​ແລນ ກ່າວ​ວ່າ “ການ​ສືບ​ສວນນີ້ ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ ພວກ​ເຮົາ​ຈະ​ແຈ້ງ​ຂ່າວ​ຄືບ​ໜ້າ​ໃຫ້​ຊາບ​ຕື່ມ​ອີກ ໃນ​ເວ​ລາ​ທີ່​ເໝາະ​ສົມ.”

ສຳ​ນວນ​ຟ້ອງ​ຍັງ​ບໍ່​ທັນ​ມີ​ການ​ຍື່ນ​ເທື່ອ ແຕ່ຄຳ​ຖະ​ແຫຼງ​ຂອງ​ທ່ານ​ກາ​ແລນ​ ສະ​ເໜີ​ແນະ​ວ່າ ທ້າວ​ເຕ​ເຊ​ຣາ ​ອາດ​ໄດ້​ຖືກ​ຟ້ອງ​ພາຍ​ໃຕ້​ກົດ​ໝາຍ​ຈາ​ລະ​ກຳ. ກະ​ຊວງ​ຍຸ​ຕິ​ທຳ​ໄດ້​ໃຊ້​ກົດ​ໝາຍ​ສະ​ບັບ​ປີ 1917 ຊຶ່ງ​ຖື​ວ່າ​ເປັນ​ຄວາມ​ຜິດ​ໃນ​ການ​ຍົກ​ຍ້າຍ ຄອບ​ຄອງ ຫຼື​ສົ່ງ “ຂໍ້​ມູນກ່ຽວກັບ​ການ​ປ້ອງ ກັນ​ປະ​ເທດ” ຕໍ່​ບຸກ​ຄົນ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ເພື່ອ​ເປັນ​ການ​ລົງ​ໂທດ​ຕໍ່​ພວກ​ທີ່​ເຮັດ​ໃຫ້​ຂໍ້​ມູນ​ເຫຼົ່າ​ນີ້​ຮົ່ວ​ໄຫຼ.

​ລັດ​ຖະ​ມົນ​ຕ​ີກ​ະ​ຊວງ​ຍຸ​ຕິ​ທຳ ທ່ານ​ເມີ​ຣິກ ກາ​ແລນ ພວມ​ຖະ​ແຫຼງ​ຂ່າວ ຂະ​ນະ​ທີ່​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ນາງ​ລີ​ຊາ ໂມ​ນາ​ໂຄ (ຊ້າຍ) ຫຼຽວ​ເບິ່ງ ທີ່​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ໃນ​ນະ​ຄອນ​ຫຼວງງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 13 ເມ​ສາ 2023.
​ລັດ​ຖະ​ມົນ​ຕ​ີກ​ະ​ຊວງ​ຍຸ​ຕິ​ທຳ ທ່ານ​ເມີ​ຣິກ ກາ​ແລນ ພວມ​ຖະ​ແຫຼງ​ຂ່າວ ຂະ​ນະ​ທີ່​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ນາງ​ລີ​ຊາ ໂມ​ນາ​ໂຄ (ຊ້າຍ) ຫຼຽວ​ເບິ່ງ ທີ່​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ໃນ​ນະ​ຄອນ​ຫຼວງງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 13 ເມ​ສາ 2023.

ອີງ​ຕາມ​ລາຍ​ງານ​ຂອງ​ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ​ທ໌ ເອ​ກ​ກະ​ສານ​ທີ່​ຖືກ​ກ່າວ​ຫາທ້າວ​ເຕ​ເຊ​ຣາ​ນຳ​ອອກ​ເຜີຍ​ແຜ່ນັ້ນ ແມ່ນ​ຮວມ​ທັງ​ຂໍ້​ມູນ​ລັບ​ລະ​ດັບ​ສູງ​ກ່ຽວ​ກັບ​ຄວາມ​ສາ​ມາດ​ທາງ​ດ້ານ​ທ​ະ​ຫານ​ຂອງ​ຢູ​ເຄ​ຣນແລະ​ປະ​ຊາ​ຄົມ​ສືບ​ລັບສະ​ຫະ​ລັດ​ໄດ້​ເຂົ້າ​ເຖິງ​ການ​ບັນ​ຊາ​ການ​ທາງທະ​ຫາ​ນ​ຂອງ​ຣັດ​ເຊຍ.

ທ້າວ​ເຕ​ເຊ​ຣາ​ຈະ​ໄປ​ປາ​ກົດ​ໂຕ​ຢູ່​ສານ​ລັດ​ຖະ​ບານ​ກາງ ທີ່​ນະ​ຄອນບອ​ສ​ຕັນ ໃນ​ວັນ​ສຸກມື້ນີ້ ອີງ​ຕາມ​ແຫຼ່ງ​ຂ່າວ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ.

ແມ່​ຂອງ​ທ້າວ​ເຕ​ເຊ​ຣາ ນາງດອນ ເຕ​ເຊ​ຣາ ບໍ່​ໄດ້​ຕອບ​ອີ​ແມ​ລ ໃນ​ການ​ຂໍ​ຄວາມ​ເຫັນ​ຂອງ​ນາງ.

ໃນ​ຖະ​ແຫຼງ​ຂ່າວ ອົງ​ການ FBI ກ່າວ​ວ່າ ຕົນ​ໄດ້​ເລີ້ມ​ທຳ​ການ​ສືບ​ສວນ​ຢ່າງ​ຂຸ້ນ​ຂ້ຽວ ກ່ຽວ​ກັບ​ການ​ຮົ່ວ​ໄຫຼ” ນັບ​ແຕ່​ອາ​ທິດ​ແລ້ວນີ້​ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG