ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍ​ງານ: ອົງ​ການ ຮັກ​ສາ​ຄວາມ​ປອດ​ໄພ​ ພາຍ​ໃນ ສະ​ຫະ​ລັດ ບໍ່​ມີ​ເທັກ​ໂນ​ໂລ​ຈີ ຕິດ​ຕາມ ຄອບ​ຄົວ ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ທີ່​ຖືກ​ຈັບ​ແຍກ​ຈາກ​ກັນ


ທ້າວ ແຈັກ​ສັນ ໂບ​ແຣັ​ລ​ໂລ, 8 ປີ, ນຳ​ໜ້າ​ນັກ​ເຄື່ອນໄຫວ​ຊຸມ​ນຸມ​ປະ​ທ້ວງ ຢູ່ນອກ ຫ້ອງ​ການ​ຂອງ​ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ ທອມ ທິ​ລ​ລິ​ສ ເພື່ອ​ຮຽກ​ຮ້ອງ​ການ​ລວມ​ຄອບ​ຄົວ​ທີ່​ຖືກ​ຈັບ​ແຍກ​ອອກ​ຈາ​ກ​ກັນຢູ່​ເຂດ​ຊາຍ​ແດນ. ເມືອງ ຣາ​ເລ ລັດ ຄ​າ​ໂຣ​ໄລ​ນາເໜືອ. 26 ມິ​ຖຸ​ນາ, 2018.
ທ້າວ ແຈັກ​ສັນ ໂບ​ແຣັ​ລ​ໂລ, 8 ປີ, ນຳ​ໜ້າ​ນັກ​ເຄື່ອນໄຫວ​ຊຸມ​ນຸມ​ປະ​ທ້ວງ ຢູ່ນອກ ຫ້ອງ​ການ​ຂອງ​ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ ທອມ ທິ​ລ​ລິ​ສ ເພື່ອ​ຮຽກ​ຮ້ອງ​ການ​ລວມ​ຄອບ​ຄົວ​ທີ່​ຖືກ​ຈັບ​ແຍກ​ອອກ​ຈາ​ກ​ກັນຢູ່​ເຂດ​ຊາຍ​ແດນ. ເມືອງ ຣາ​ເລ ລັດ ຄ​າ​ໂຣ​ໄລ​ນາເໜືອ. 26 ມິ​ຖຸ​ນາ, 2018.

ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ສະ​ຫະ​ລັດ ບໍ່​ມີ​ລະ​ບົບ​ເທັກ​ໂນ​ໂລ​ຈີທີ່​ມີ​ປະ​ສິດ​ທິ​ພາບ ເພື່ອ​ທີ່​ຈະ​ຕິດ​ຕາມ​ຄອບ​ຄົວ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ຖືກ​ແຍກ​ອອກ​ຈາ​ກ​ກັນໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍບໍ່​ມີ​ການ​ຜ່ອນ​ຜັນ​ໃນ​ປີ 2018, ອີງ​ຕາມ​ການ​ຄົ້ນ​ພົບ​ໃນ​ລາຍ​ງານ​ສະ​ບັບ​ນຶ່ງ​ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ພຸດ​ວານນີ້ ໂດຍ ​ຫ້ອງ​ການກວດ​ກາ​ລັດ​ຖະ​ບານ​ແຫ່ງ​ຊາດຂອງ​ກະ​ຊວງ​ດັ່ງ​ກ່າວ.

ຫ້ອງ​ການກວດ​ກາ​ລັດ​ຖະ​ບານ​ແຫ່ງ​ຊາດ ຫຼື OIG ບໍ່​ສາ​ມາດ​ທີ່​ຈະ​ຢືນ​ຢັນ​ຕົວ​ເລກ​ທັງ​ໝົດ​ຂອງ​ຄອບ​ຄົວ​ທີ່​ຖືກ​ກະ​ຊວງ ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ແຍກ​ອອກ​ຈາກ​ກັນ ພາຍ​ໃຕ້​ນະ​ໂຍ​ບາຍບໍ່​ມີ​ການ​ຜ່ອນ​ຜ​ັນ, ເຊິ່ງ​ຜູ້​ໃຫຍ່​ທຸກ​ຄົນ​ທີ່​ໄດ້​ຂ້າມ​ເຂດ​ຊາຍ​ແດນ​ຢ່າງ​ຜິດ​ກົດ​ໝາຍ, ລວມ​ທັງ​ຜູ້​ທີ່​ໄດ້​ມາ​ພ້ອມ​ລູກ​ຂອງ​ເຂົາ​ເຈົ້າ​ນັ້ນ, ໄດ້​ຖືກ​ລົງ​ໂທດ​ທາງ​ອາ​ຍາ.

ຜົນ​ທີ່​ອອກ​ມາ​ແມ່ນ​ ການ​ປ​ະ​ຕິ​ບັດ​ການ​ແຍກ​ຄອບ​ຄົວ​ອອກ​ຈາກ​ກັນ​ຢ່າງກວ້າງ​ຂວາງ​ຢູ່​ເຂດ​ຊາຍ​ແດນ.

ລາຍ​ງານ​ໄດ້​ພົບ​ວ່າ “​ກະ​ຊວງ​ຮັກ​ສາ​ຄວາ​ມ​ປ​ອດ​ໄພ​ພາຍ​ ໃນ​ບໍ່​ໄດ້​ສະ​ໜອງ​ຄູ່​ມື​ທີ່​ພຽງ​ພໍ​ໃຫ້​ເຈົ້າ​ໜ້າ​ທີ່ໆ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍບໍ່​ມີ​ການ​ຜ່ອນ​ຜັນ​ນັ້ນ.”

ອີງ​ຕາມ​ຫ້ອງ​ການກວດ​ກາ​ລັດ​ຖະ​ບານ​ແຫ່ງ​ຊາດ, ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ ສະ​ຫະ​ລັດ ຄາດ​ວ່າ ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ​ເຂດ​ຊາຍ​ແດນ​ໄດ້​ແຍກ​ເດັກ​ນ້ອຍ 3,014 ຄົນ​ອອກ​ຈາກ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ເວ​ລາ​ທີ່​ນະ​ໂຍ​ບາຍ​ດັ່ງ​ກ່າວ​ຖືກ​ບັງ​ຄັບ​ໃຊ້.

ແຕ່​ວ່າ, ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນ​ຫ້ອງ​ການກວດ​ກາ​ລັດ​ຖະ​ບານ​ແຫ່ງ​ຊາດ ສາ​ມາດ​ທີ່​ຈະ​ລະ​ບຸ​ປະ​ມານ 1,400 ກໍ​ລະ​ນີ ບ່ອນ​ທີ່​ການ​ແຍກ​ກັນ​ອາດ​ໄດ້​ເກີດ​ຂຶ້ນ ແຕ່ບໍ່​ໄດ້​ເກັບ​ກຳ​ວິ​ທີ​ການ​ຕ່າງໆ​ໄວ້​ໃນ​ບັນ​ທຶກ ແລະ ການ​ຕິດ​ຕາມ​ການ​ແຍກ​ຄອບ​ຄົວ​ທີ່​ຖືກ​ໃຊ້​ໂດຍ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ​ເຂດ​ຊາຍ​ແດນ.

ໃນ​ການ​ຕອບ​ຕໍ່​ລາຍ​ງານ​ຂອງ​ຫ້ອງ​ການກວດ​ສອບ​ລັດ​ຖະ​ບານ​ແຫ່ງ​ຊາດ​ນັ້ນ, ທ່ານ ເຈັ​ສ ໂມ​ຣາ​ເລັ​ສ ຣັອກ​ເກັດ​ໂຕ, ປະ​ທານ​ຂອງ​ອົງ​ການ Families Belong Together ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ການ​ແຍກ​ຄອບ​ຄົວ​ອອກ​ຈາ​ກ​ກັນ​ແມ່ນ “ຄວາມ​ເຈ​ຕະ​ນາ, ນະ​ໂຍ​ບາຍ​ຊາດ​ນິ​ຍົມ​ຄົນ​ຜິ​ວ​ຂາວ ໄດ້​ຖືກ​ອອກ​ແບບ​ມາ​ເພື່ອ​ສ້າງ​ການ​ກະ​ທົບ​ກະ​ເທືອນ, ຄວາມ​ເຈັບ​ປວດ ແລະ ທຸກ​ທໍ​ລະ​ມານ​ໃນ​ລະ​ດັບ​ສູງ​ສຸດ.”

ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ກ່າວ​ວ່າ ນະ​ໂຍ​ບາຍບໍ່​ມີ​ການ​ຜ່ອນ​ຜັນ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ​ໃນ​ເວ​ລາ​ທີ່​ການ​ເດີນ​ທາງ​ມາ​ເຂດ​ຊາຍ​ແດນ​ຂອງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ. ລັດ​ຖະ​ບານ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ນະ​ໂຍ​ບາຍ​ນັ້ນ​ແມ່ນ​ຈຳ​ເປັນ​ເພື່ອ​ປ້ອງ​ກັນ​ກ​ານ​ອົບ​ພະ​ຍົບ​ທີ່​ໃຫຍ່ກວ່ານີ້​ສ່ວນ​ໃຫຍ່​ຈະ​ບັນ​ດາ​ປະ​ເທດ​ ອາ​ເມ​ຣິ​ກາ​ກາງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG