ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີລາຍງານວ່າ ການລະບາດຂອງໂຄວິດ-19 ເຮັດໃຫ້ການຫຼຸດຜ່ອນ ຄວາມທຸກຍາກໃນໂລກ ຊັກຊ້າລົງ


ພວກພໍ່ຄ້າແມ່ຄ້າ ຈໍານວນນຶ່ງ ໃນນະຄອນຫລວງ Harare ຂອງຊິມບັບເວເວົ້າວ່າ ຄວາມທຸກຈົນບັງຄັບໃຫ້ເຂົາເຈົ້າຕ້ອງຝ່າຝືນຄໍາຮ້ອງຂໍຂອງເຈົ້າໜ້າທີ່ໃຫ້ເຂົາເຈົ້າຢູ່ເຮືອນ ຫລື ບໍ່ກໍໃຫ້ຮັກສາໄລຍະຢູ່ຫ່າງກັນ (ພາບຖ່າຍໂດຍ Columbus Mavhunga/VOA)
ພວກພໍ່ຄ້າແມ່ຄ້າ ຈໍານວນນຶ່ງ ໃນນະຄອນຫລວງ Harare ຂອງຊິມບັບເວເວົ້າວ່າ ຄວາມທຸກຈົນບັງຄັບໃຫ້ເຂົາເຈົ້າຕ້ອງຝ່າຝືນຄໍາຮ້ອງຂໍຂອງເຈົ້າໜ້າທີ່ໃຫ້ເຂົາເຈົ້າຢູ່ເຮືອນ ຫລື ບໍ່ກໍໃຫ້ຮັກສາໄລຍະຢູ່ຫ່າງກັນ (ພາບຖ່າຍໂດຍ Columbus Mavhunga/VOA)

ບົດລາຍງານສະບັບໃໝ່ກ່າວວ່າການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຄວາມຄືບໜ້າ ໃນການຫຼຸດຜ່ອນຄວາມທຸກຍາກ ແລະຄວາມຄືບໜ້າດ້ານປິ່ນປົວສຸຂະພາບຢູ່ທົ່ວໂລກຊ້າລົງ.

ລາຍງານປະຈຳປີຂອງໂກລຄີບເພີສ໌ (Goalkeepers) ຈາກມູນນິທິບີລ (Bill) ແລະເມລິນດາ ເກດສ໌ (Melinda Gates), ທີ່ເປັນອົງການເພື່ອການກຸສົນທີ່ສ້າງຂຶ້ນໂດຍເສດຖີ ຜູ້ທີ່ກໍ່ຕັ້ງບໍລິສັດໄມໂຄຣຊັອຟ (Microsoft) ແລະພັນລະ ຍາ, ພົບວ່າປະຊາຊົນເກືອບ 37 ລ້ານຄົນໄດ້ຖືກຜັກດັນໃຫ້ຕົກລົງໄປສູ່ຄວາມ ທຸກຍາກທີ່ສຸດ ນັບຕັ້ງແຕ່ມີການແຜ່ລະບາດເປັນຕົ້ນມາ, ໂດຍມີອັດຕາເພີ່ມຂຶ້ນຫຼາຍເຖິງ 7 ເປີເຊັນ ໃນເວລາພຽງແຕ່ສອງສາມເດືອນເທົ່ານັ້ນ.

ໃນຂະນະດຽວກັນ, ເປີເຊັນຂອງເດັກນ້ອຍທີ່ໄດ້ຮັບການສັກຢາວັກຊີນເປັນປົກ ກະຕິສຳລັບກັນພະຍາດຕ່າງໆ ເຊັ່ນໂຣກຫັດ ຫລືໄຂ້ໝາກແດງ ແລະໂຣກຄໍຕີບໄດ້ຫຼຸດລົງຈາກສະຖິຕິທີ່ສູງກວ່າ 80 ເປີເຊັນ ໃນປີກາຍນີ້ມາເປັນ 70 ເປີເຊັນ ໃນປີ 2020, ຊຶ່ງເປັນລະດັບທີ່ບົດລາຍງານນີ້ກ່າວວ່າ ບໍ່ເຄີຍເຫັນມີຈັກເທື່ອນັບຕັ້ງແຕ່ຊຸມປີ 1990 ເປັນຕົ້ນມາ.
ບົດລາຍງານດັ່ງກ່າວເຊິ່ງຕິດຕາມຄວາມຄືບໜ້າກ່ຽວກັບເປົ້າໝາຍການພັດທະ ນາແບບຍືນຍົງຂອງອົງການສະຫະປະຊາຊາດກ່າວວ່າ "ພວກເຮົາໄດ້ຖອຍ ຫລັງໄປປະມານ 25 ປີ ຢູ່ໃນໄລຍະເວລາປະມານ 25 ອາທິດ".

ທ່ານບີລ ເກດສ໌ ໄດ້ຮັບຮູ້ເຖິງຄວາມລົ້ມແຫລວທີ່ເກີດມາຈາກພະຍາດໂຄວິດ-19 ໃນເວລາໃຫ້ສໍາພາດກັບໜັງສືພິມ New York Times, ແຕ່ທ່ານກໍໄດ້ສະແດງຄວາມເຫັນໄປໃນແງ່ດີວ່າ ໂລກຈະຟື້ນຕົວພື້ນຖານທີ່ສູນຫາຍໄປຄືນມາໄດ້ພາຍໃນສອງ ຫລື 3 ປີ, ຍ້ອນວ່າທໍ່ລໍາລຽງເງິນມາຈາກການທ່ອງທ່ຽວ, ການສົ່ງເງິນຈາກພີ່ນ້ອງທີ່ເຮັດວຽກຢູ່ຕ່າງປະເທດ, ແລະເງິນກູ້ຢືມຂອງທະ ນາຄານໂລກຈະເລີ່ມໄຫຼກັບມາໃໝ່ອີກທັນທີທັນໃດທີ່ຄົນທົ່ວໂລກໄດ້ຮັບການສັກຢາປ້ອງກັນພະຍາດ, ເຊິ່ງທ່ານຄາດຄະເນວ່າ ຈະເກີດຂຶ້ນໃນປີ 2022.

ໃນຂະນະທີ່ຈຳນວນກໍລະນີຄົນເປັນພະຍາດໂຄວິດ-19 ທັງໝົດເພີ້ມຂຶ້ນຢ່າງສະໝໍ່າສະເໝີ ໃກ້ຈະເຂົ້າສູ່ຂີດໝາຍ 30 ລ້ານຄົນ, ລວມທັງເສຍຊີວິດຫລາຍກວ່າ 928,000 ຄົນ ແລ້ວນັ້ນ ຫລາຍປະເທດທີ່ປະສົບກັບການລະບາດພຸ້ງສູງຂຶ້ນມາໃໝ່ຂອງພະຍາດໂຄວິດ-19 ກໍາລັງວາງມາດຕະການປິດເມືອງຢ່າງເຄັ່ງຄັດຕໍ່ພົນລະເມືອງຂອງພວກເຂົາເຈົ້າ.

ນາຍົກລັດຖະມົນຕີອິສຣາແອລ ທ່ານເບນຈາມິນ ເນຕັນຢາຮູ (Benjamin Netanyahu) ໄດ້ປະກາດໃນວັນອາທິດຜ່ານມາວ່າ ການປິດເມືອງທົ່ວປະເທດເປັນເວລາ 3 ອາທິດຈະມີຜົນບັງຄັບໃຊ້ໃນວັນສຸກທີ່ຈະມາເຖິງນີ້, ຊຶ່ງເປັນວັນກ່ອນປີໃໝ່ຂອງຊາວຢິວ. ພາຍໃຕ້ການປິດເມືອງ, ທຸກໆໂຮງຮຽນ, ຮ້ານອາຫານ, ສູນການຄ້າແລະໂຮງແຮມຈະຖືກປິດໄວ້. ຊາວອິສຣາແອລ ຕ້ອງຢູ່ບໍ່ໄກຈາກເຮືອນຂອງຕົນເກີນ 500 ແມັດ ແລະຖືກຈຳກັດບໍ່ໃຫ້ເຕົ້າໂຮມກັນຢູ່ເກີນ 10 ຄົນຢູ່ພາຍໃນເຮືອນ ຫລືອາຄານ ແລະບໍ່ເກີນ 20 ຄົນຢູ່ນອກເຮືອນ.

ອ່ານລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG