ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ລາຍ​ງານ​ກ່າວ​ວ່າ ສະ​ພາບ​ອາ​ກາດ​ປ່ຽນ​ແປງ ຈະ​ຕັດ​ລາຍ​ໄດ້​ສະ​ເລ່ຍຂອງ​ປະ​ຊາ​ຊົນ​ລົງ 19 ເປີ​ເຊັນ


​ກຳ​ມະ​ກອນ​ກໍ່​ສ້າງ​ຄົນ​ນຶ່ງ​ດື່ມ​ນ້ຳ​ໃນ​ລະ​ຫວ່າງ​ເກີດ​ຄື້ນ​ຄວາມ​ຮ້ອນ​ທີ່​ອຸນ​ຫະ​ພູມ​ສູງກວ່າ 43 ອົງ​ການ​ແຊ​ລ​ຊຽ​ສ໌ ໃນ​ເມືອງ ສ​ກັອດ ເດ​ລ໌, ລັດ ອາ​ຣິ​ໂຊ​ນາ, 28 ກ​ໍ​ລະ​ກົດ 2023.
​ກຳ​ມະ​ກອນ​ກໍ່​ສ້າງ​ຄົນ​ນຶ່ງ​ດື່ມ​ນ້ຳ​ໃນ​ລະ​ຫວ່າງ​ເກີດ​ຄື້ນ​ຄວາມ​ຮ້ອນ​ທີ່​ອຸນ​ຫະ​ພູມ​ສູງກວ່າ 43 ອົງ​ການ​ແຊ​ລ​ຊຽ​ສ໌ ໃນ​ເມືອງ ສ​ກັອດ ເດ​ລ໌, ລັດ ອາ​ຣິ​ໂຊ​ນາ, 28 ກ​ໍ​ລະ​ກົດ 2023.

ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ຈະ​ຕັດ​ລາຍ​ໄດ້​ສະ​ເລ່ຍ​ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ ໂດຍນຶ່ງສ່ວນ​ຫ້າ​ພາຍ​ໃນ​ປີ 2050, ອີງ​ຕາມ​ລາຍ​ງານ​ໃໝ່​ທີ່​ຖືກ​ເປີດ​ເຜີຍ​ໃນວາ​ລະ​ສານ Nature ໂດຍ​ສະ​ຖາ​ບັນ ພົດ​ສ​ດາມ (Potsdam) ເພື່ອ​ການ​ສຶກ​ສາ ກ່ຽວ​ກັບຜົນ​ກະ​ທົບ​ຂອງ​ສະ​ພາບ​ອາ​ກາດ.

ໃນ​ຂະ​ນະ​ທີ່ຫຼາຍ​ພາກ​ສ່ວນ​ຂອງ​ໂລກ​ປະ​ເຊີນ​ກັບ​ສະ​ພາບ​ອາ​ກາດ​ທີ່​ຮ້າຍ​ແຮງ, ຜົນ​ກະ​ທົບ​ທົ່ວ​ໂລກ​ຈາກ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ສ້າງ​ຄວາມ​ເສຍ​ຫາຍ 38 ພັນ​ຕື້​ໂດ​ລາ​ຕໍ່​ປີ​ພາຍ​ໃນ​ກາງ​ສັດ​ຕະ​ວັດ, ລາຍ​ງານ​ໄດ້​ເຕືອນ, ເຊິ່ງ​ແມ່ນ​ການ​ລຸດ​ລົງ​ໃນ​ອັດ​ຕາ​ສະ​ເລ່ຍ​ລາຍ​ໄດ້​ປະ​ມານ 19 ເປີ​ເຊັນ​ຂອງ​ໂລກ.

ການ​ສູນ​ເສຍ​ຕ່າງ​ໆແມ່ນ​ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້ແລ້ວ, ໂດ​ຍ​ບໍ່​ເຊື່ອມ​ໂຍງ​ກັບ​ທາງ​ເລືອກຕ່າງ​ໆ​ໃນ​ການ​ປ່ອຍ​ອາຍ​ພິດ​ໃນ​ອະ​ນາ​ຄົດ, ອີງ​ຕາມ​ການ​ກ່າວ​ຂອງ​ລາຍ​ງານ.

ທ່ານ ແມັກ​ຊິ​ມີ​ລຽນ ຄັອດ​ສ໌, ຜູ້​ຮ່ວມ​ຂຽນ​ລາຍ​ງານ​ດັ່ງ​ກ່າວ, ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ​ມັນ​ມີ​ວິ​ທີພຽງ​ໜ້ອຍ​ດຽວ​ທີ່​ໂລກ​ສາ​ມາດດໍາເນີນງານ​ເພື່ອຫຼຸດ​ຜ່ອນ​ຜົນ​ກະ​ທົບ.

ທ່ານ​ເວົ້າ​ວ່າ “ສິ່ງ​ທີ່​ພວກ​ເຮົາ​ພົບໃນ 25 ຫາ 30 ປີ​ຂ້າງ​ໜ້າ, ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ແມ່ນ​ສອດ​ຄ່ອງ​ກັນ​ໃນເຫດ​ການ​ປ່ອຍ​ອາຍ​ພິດ​ທີ່​ແຕກ​ຕ່າງ​ກັນ, ເຊິ່ງບໍ່​ກ່ຽວ​ກັບ​ວ່າ ​ພວກ​ເຮົາ​ຈະ​ປ່ອຍ​ອາຍ​ພິດ​ສູງ ຫຼື ຕ່ຳ​ໃນ​ໂລກ​ກໍ​ຕາມ.”

ທ່ານ ຄັອດ​ສ໌ ກ່າວ​ວ່າ ສະ​ພາບ​ອາ​ກາດ​ປ່ຽນ​ແປງ ແລະ ໂດຍ​ສະ​ເພາະ​ແມ່ນ​ອຸນ​ຫະ​ພູມ​ທີ່​ສູງ​ຂຶ້ນ, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ກະ​ທົບ​ຕໍ່​ປະ​ສິດ​ທິ​ຜົນ​ຂອງຜູ້​ເຮັດ​ວຽກ.

ທ່ານ​ກ່າວ​ວ່າ “ນັ້ນ​ ແມ່ນ​ຈະ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ໃນຫຼາຍ​ອຸ​ດ​ສາ​ຫະ​ກຳ​ທີ່​ແຕ​ກ​ຕ່າງ​ກັນ, ແນວ​ໃດ​ກໍ​ຕາມ ມັນ​ຈະເຂັ້ມແຂງ​ເປັນ​ພິ​ເສດ, ຜົນ​ກະ​ທົບ​ເຫຼົ່າ​ນັ້ນ, ເວ​ລາ​ທີ່​ກຳ​ມະ​ກອນ​ຢູ່​ຂ້າງນອກ, ໃນ​ສິ່ງ​ແວດ​ລ້ອມ​ຕ່າງໆ​ຄື​ຝ່າຍ​ໂຮງ​ຈັກ​ໂຮງ​ງານ. ແລະຕໍ່​ມາ, ພວກ​ເຮົາ​ກໍ​ຮູ້​ວ່າ ​ຜົນ​ກະ​ທົບ​ຕໍ່​ຜົນ​ຜະ​ລິດ​ດ້ານ​ກະ​ສິ​ກຳແມ່ນຮຸນ​ແຮງຫຼາຍ, ອີກ​ຄັ້ງ​ນຶ່ງ, ​ໂດຍ​ສະ​ເພາະຈາກ​ອຸນ​ຫະ​ພູມ​ທີ່​ສູງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG