ອົງການສືບລັບຊີໄອເອ ຂອງສະຫະລັດ ສະຫຼຸບວ່າ ອົງມົງກຸດຣາຊະກຸມມານຂອງຊາອຸດີ ເຈົ້າຟ້າຊາຍໂມຮຳເມັດ ບິນ ຊາລມານ ເປັນຜູ້ອອກຄຳສັ່ງໃຫ້ສັງຫານນັກຂ່າວຈາມາລ ຄາຊອກກີ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດ.
ການຊັ່ງຊາຂອງອົງການສືບລັບຊີໄອເອ ຊຶ່ງໄດ້ລາຍງານເປັນເທື່ອທຳອິດໂດຍໜັງສືພິມວໍຊິງຕັນໂພສທ໌ ໃນວັນສຸກວານນີ້ ແມ່ນຂັດກັບລາຍງານ ຂອງຊາອຸດີ ອາຣາເບຍ ຊຶ່ງນຶ່ງມື້ກ່ອນນີ້ ອະທິໄອຍະການຂອງປະເທດດັ່ງກ່າວ ກ່າວວ່າ ອົງມົງກຸດຣາຊະກຸມມານ ບໍ່ມີການພົວພັນໃດໆ ໃນການສັງຫານທ່ານຄາຊອກກີ.
ພວກເຈົ້າໜ້າທີ່ສະຫະລັດກ່າວວ່າ ອົງການຊີໄອເອສະຫຼຸບວ່າ ສາຍລັບຂອງຊາອຸດີ 15 ຄົນໄດ້ເດີນທາງໂດຍເຮືອບິນຂອງລັດຖະບານຊາອຸດີ ໄປຍັງນະຄອນ ອິສຕັນບູລ ແລະກໍສັງຫານທ່ານຄາຊອກກີ ທີ່ກົງສຸນຂອງຊາອຸດີ ອາຣາເບຍ.
ທ່ານຄາຊອກກີ ທີ່ເປັນຜູ້ຂຽນຂ່າວໃຫ້ແກ່ໜັງສືພິມວໍຊິງຕັນໂພສທ໌ແລະໄດ້ຕ້ອງຕິອົງມົງກຸດຣາຊະກຸມມານຂອງຊາອຸດີ ໄດ້ຖືກຂ້າທີ່ສະຖານກົງສຸນຊາອຸດີ ທີ່ນະຄອນອິສຕັນບູລ ເມື່ອເດືອນຕຸລາຜ່ານມາ ໃນຂະນະທີ່ທ່ານ ຈະໄປເອົາເອກກະສານເພື່ອໃຊ້ສຳລັບແຜນການແຕ່ງງານຂອງທ່ານ ກັບແມ່ຍິງເທີກີນັ້ນ.
ໜັງສືພິມວໍຊິງຕັນໂພສທ໌ ກ່າວວ່າ ອົງການຊີໄອເອອີງການສະຫຼຸບຂອງຕົນໃສ່ແຫຼ່ງຂ່າວສືບລັບຫຼາຍໆແຫຼ່ງ ຮວມທັງການລົມໂທລະສັບກັບພະອະນຸຊາຂອງອົງມົງກຸດ ເຈົ້າຊາຍຄາລີດ ບິນ ຊາລມານ ທີ່ເປັນເອກອັກຄະຣາຊະທູດຊາອຸດີປະຈຳສະຫະລັດ ກັບທ່ານຄາຊອກກີ.
ໃນການລົມກັນທາງໂທລະສັບນັ້ນ ເຈົ້າຊາຍຄາລີ ກ່າວຕໍ່ທ່ານຄາຊອກກີວ່າ ມັນຈະເປັນການປອດໄພສຳລັບທ່ານຄາຊອກກີ ທີ່ຈະໄປເອົາເອກກະສານຢູ່ທີ່ກົງສຸນຊາອຸດີ ໃນນະຄອນອິສຕັນບູລ ສຳລັບການແຕ່ງງານຂອງທ່ານ. ໜັງສືພິມວໍຊິງຕັນໂພສທ໌ ກ່າວວ່າ ຍັງບໍ່ທັນເປັນທີ່ຮູ້ກັນເທື່ອວ່າ ເຈົ້າຊາຍຄາລີດຮູ້ເລື້ອງຫຼືບໍ່ທີ່ທ່ານຄາຊອກກີຈະຖືກຂ້າ.
ເຈົ້າຊາຍຄາລີດ ໄດ້ປະຕິເສດວ່າ ພະອົງບໍ່ໄດ້ໂອ້ລົມ ກັບທ່ານຄາຊອກກີ ໃນການຂຽນລົງທາງທວີດເຕີ້ ໃນວັນສຸກວານນີ້.
ເຈົ້າຊາຍຄາລີດ ກ່າວວ່າ “ການຕິດຕໍ່ເທື່ອສຸດທ້າຍຂອງຂ້າພະເຈົ້າ ກັບທ່ານຄາຊອກກີ ແມ່ນຜ່ານການສົ່ງຂໍ້ຄວາມເມື່ອວັນທີ 26 ຕຸລາ 2017. ຂ້າພະເຈົ້າບໍ່ເຄີຍລົມກັບລາວທາງໂທລະສັບ ແລະແນ່ນອນບໍ່ເຄີຍແນະນຳໃຫ້ຜູ້ກ່ຽວເດີນທາງໄປເທີກີ ບໍ່ວ່າດ້ວຍຍເຫດຜົນໃດໆ. ຂ້າພະເຈົ້າຂໍໃຫ້ລັດຖະບານສະຫະລັດເປີດເຜີຍຂໍ້ມູນໃດໆກໍຕາມ ທີ່ພົວພັນກັບການກ່າວອ້າງດັ່ງກ່າວ.”