ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ຈີນໃຊ້ຂໍ້ຈຳກັດຂອງການເດີນທາງຢ່າງເຂັ້ມງວດເພື່ອຄວບຄຸມຊາວ ວີເກີ 


ຊາວ ວີເກີ ໃນຈີນ ຖືກຂັງຄຸກ
ຊາວ ວີເກີ ໃນຈີນ ຖືກຂັງຄຸກ

ໃນລາຍງານສະບັບໃໝ່ທີ່ນໍາອອກມາເຜີຍແຜ່ ໃນວັນຈັນວານນີ້ ອົງການສິດທິມະນຸດ Human Rights Watch ກ່າວວ່າ ລັດຖະບານຈີນ ສືບຕໍ່ກຳນົດການຄວບຄຸມຢ່າງເຂັ້ມງວດຕໍ່ຊາວວີເກີ ທີ່ພະຍາຍາມເດີນທາງໄປຕ່າງປະເທດ ຫຼືຢ້ຽມຢາມສະມາຊິກຄອບຄົວທີ່ອາໄສຢູ່ໃນຊິນຈຽງ. ມາດຕະການດັ່ງກ່າວ ຊຶ່ງອົງການສິດທິມະນຸດທີ່ຕັ້ງຢູ່ນະຄອນ ນິວຢອກ ກ່າວຕື່ມວ່າ ເພີ້ມການລະເມີດສິດເສລີພາບໃນການເຄື່ອນໄຫວຂອງເຂົາເຈົ້າ.

ໃນຂະນະດຽວກັນ ຊາວວີເກີ ກໍໄດ້ຮັບອະນຸຍາດໃຫ້ຍື່ນເອກະສານຂໍໜັງສືຜ່ານແດນ ແລະກັບມາພົບປະກັບສະມາຊິກໃນຄອບຄົວ ຊ່ວງເວລາສັ້ນ ໆ ຊຶ່ງຖືວ່າເປັນການປັບປຸງໜ້ອຍນຶ່ງ ເມື່ອປຽບທຽບກັບການຢຶດໜັງສືຜ່ານແດນຂອງຊາວວີເກີ ຢ່າງແຜ່ຫຼາຍນັບຕັ້ງແຕ່ປີ 2016 ເປັນຕົ້ນມາ, ແຕ່ລັດຖະບານຈີນ ຍັງຄົງປະຕິເສດສິດທິຂອງຊາວວີເກີ ໃນການເດີນທາງອອກນອກປະເທດ, ຈຳກັດການປາກເວົ້າ ແລະການພົບປະສະມາຄົມຂອງພວກເຂົາ ໃນເວລາທີ່ຢູ່ຕ່າງປະເທດ ແລະ ລົງໂທດພວກເຂົາສຳລັບການພົວພັນກັບຕ່າງປະເທດ ຕາມທີ່ ທ່ານ ຍັລຄຸນ ອູລູໂຢລ ນັກວິໄຈດ້ານຈີນ ຈາກ Human Rights Watch ກ່າວ.

ທ່ານ ອູລູໂຢລ ກ່າວກັບອົງການຂ່າວວີໂອເອວ່າ ປັກກິ່ງ ໃຊ້ຂໍ້ຈຳກັດການເດີນທາງເພື່ອຮັກສາການຄວບຄຸມຊຸມຊົນຊາວວີເກີ ໃນປະເທດ ແລະຕ່າງປະເທດ ແລະພະຍາຍາມສ້າງ “ ພາບພົດສາທາລະນະຂອງຄວາມເປັນປົກກະຕິໃນເຂດ ຊິນຈຽງ.”

ນັບແຕ່ປີ 2017 ເປັນຕົ້ນມາ, ຈີນໄດ້ເອົາຊາວວີເກີ ຫຼາຍກ່ວາລ້ານຄົນເຂົ້າໄປໃນຄ້າຍກັກຂັງ, ອີງຕາມການລາຍງານຂອງ ອົງການ ແອມເນສຕີ້ ອິນເຕີເນຊັນແນລ (Amnesty International) ໃນປີ 2022. ຄະນະກຳມະການສິດທິມະນຸດສູງສຸດຂອງອົງການສະຫະປະຊາຊາດ ກ່າວວ່າ ການກະທຳຂອງປັກກິ່ງຕໍ່ຊົນເຜົ່າສ່ວນໜ້ອຍໃນເຂດຊິນຈຽງ ອາດຈະເປັນ “ ອາດຊະຍາກຳຕໍ່ມະນຸດຊາດ.”

ທັງລັດຖະບານທ່ານ ດໍໂນລ ທຣໍາ ຊຸດກ່ອນ ແລະ ລັດຖະບານຂອງອະດີດປະທານາທິບໍດີ ທານ ໂຈ ໄບເດັນ ຕ່າງກໍ່ສະແດງຄວາມເປັນຫ່ວງກ່ຽວກັບການປະຕິບັດຂອງຈີນຕໍ່ຊາວວີເກີ ແລະກ່າວວ່າ ສິ່ງທີ່ເກີດຂຶ້ນໃນຊິນຈຽງເປັນການສັງຫານໝູ່ ແລະອາດຊະຍາກຳຕໍ່ມະນຸດຊາດ.

ທ່ານ ມາຣໂກ ຣູບີໂອ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດເປັນນຶ່ງໃນບຸກຄົນສຳຄັນ ທີ່ອຳນວຍຄວາມສະດວກໃນການຜ່ານ ແລະບັງຄັບໃຊ້ກົດໝາຍວ່າດ້ວຍການບັງຄັບໃຊ້ແຮງງານຊາວວີເກີ ໃນສະໄໝທີ່ທ່ານເປັນສະມາຊິກສະພາສູງ.

ອ່ານຂ່າວເປັນພາສາອັງກິດ

In a new report released Monday, Human Rights Watch says the Chinese government continues to impose strict controls on Uyghurs who seek to travel abroad or visit family members living in Xinjiang, measures the New York-based rights organization adds violate their freedom of movement.

While Uyghurs have been allowed to apply for passports and briefly reunite with family members, a slight improvement compared to the widespread confiscation of Uyghurs’ passports since 2016, the “Chinese government continues to deny Uyghurs their right to leave the country, restrict(s) their speech and associations when abroad, and punish(es) them for having foreign ties,” said Yalkun Uluyol, China researcher at Human Rights Watch.

Uluyol told VOA that Beijing uses travel restrictions to maintain control over the Uyghur community at home and abroad and attempts to create “a public image of normalcy” in Xinjiang.

Since 2017, China has put more than a million Uyghurs into internment camps, according to Amnesty International. In 2022, the U.N. high commissioner for human rights said Beijing’s treatment of ethnic minorities in Xinjiang may constitute “crimes against humanity.”

Both the previous Trump administration and administration of former President Joe Biden have voiced concerns about China's treatment of the Uyghurs and characterized what is happening in Xinjiang as genocide and crimes against humanity.

U.S. Secretary of State Marco Rubio was one of the leading figures in facilitating the passage and enforcement of the Uyghur Forced Labor Prevention Act during his time as a senator.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG