ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍ​ງານ​ກ່າວ​ວ່າ ຈີນ ໄດ້​ໃຊ້ ປັນ​ຍາ​ປະ​ດິດ ເພື່ອ​ລົບ​ກວນ​ຜູ້​ລົງ​ຄະ​ແນນ​ສຽງເລືອກ​ຕັ້ງ ສະ​ຫະ​ລັດ


ກ່ອງ​ປັດ​ເລືອກ​ຕັ້ງ 3D ແລະ ໂລ​ໂກ ເຟ​ສ​ບຸກ ຖືກ​ຕັ້ງ​ຢູ່​ເທິງ​ແປ້ນ​ພິມ​ຢູ່​ຕໍ່​ໜ້າ​ທຸງ​ຊາດ ສະ​ຫະ​ລັດ ໃນ​ພາບ​ປະ​ກອບນີ້.
ກ່ອງ​ປັດ​ເລືອກ​ຕັ້ງ 3D ແລະ ໂລ​ໂກ ເຟ​ສ​ບຸກ ຖືກ​ຕັ້ງ​ຢູ່​ເທິງ​ແປ້ນ​ພິມ​ຢູ່​ຕໍ່​ໜ້າ​ທຸງ​ຊາດ ສະ​ຫະ​ລັດ ໃນ​ພາບ​ປະ​ກອບນີ້.

ຈີນ ໄດ້​ອາ​ໄສ​ປັນ​ຍາ​ປະ​ດິດ​ເພື່ອ​ລົບ​ກວນ​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ ສະ​ຫະ​ລັດ ແລະ ສ້າງ​ຄວາມ​ແຕກ​ແຍກ​ກ່ອນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ປີ 2024, ອີງ​ຕາມ​ລາຍ​ງານ​ຄັ້ງ​ໃໝ່.

ບັນ​ດາ​ນັກ​ວິ​ເຄາະ​ໄພ​ຂົ່ມ​ຂູ່​ຢູ່​ບໍ​ລິ​ສັດ ໄມ​ໂຄ​ຣ​ຊອ​ຟ ໄດ້​ເຕືອນ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ລົງ​ໃນ​ເວັບ​ໄຊ້​ເມື່ອ​ວັນ​ພະ​ຫັດ​ວານນີ້​ວ່າ ປັກ​ກິ່ງ ໄດ້​ພັດ​ທະ​ນາ​ຄວາມ​ສາ​ມາດ​ທາງ​ດ້ານ​ປັນ​ຍາ​ປະ​ດິດ​ໃໝ່ ທີ່​ສາ​ມາດ​ຜະ​ລິດ “ເນື້ອ​ຫາ​ທີ່​ສະ​ດຸດ​ຕາ” ທີ່​ມີ​ຄວາມ​ເປັນ​ໄປ​ໄດ້ທີ່​ຈະ​ຖືກ​ໝຸ​ນ​ວຽນ​ໃນ​ອິນ​ເຕີ​ແນັດຫຼາຍກວ່າ​ເກົ່າ​ເມື່ອ​ປຽບ​ທຽບ​ໃສ່​ການ​ປະ​ຕິ​ບັດ​ການ​ຊັກ​ຈູງ​ໃຈ​ຂອງ ຈີນ ໃນ​ຄັ້ງ​ທີ່​ຜ່ານ​ມາ.

ອີງ​ຕາມ​ບໍ​ລິ​ສັດ ໄມ​ໂຄ​ຣ​ຊອ​ຟ ນັ້ນ, ຄວາມ​ພະ​ຍາ​ຍາມ​ດົນ 6 ເດືອນ​ປາ​ກົດ​ວ່າ​ໄດ້​ໃຊ້​ເທັກ​ໂຈ​ໂລ​ຈີ​ປັນ​ຍາ​ປະ​ດິດ, ເຊິ່ງ​ສາ​ມາດ​ທີ່​ຈະ​ຜະ​ລິດ​ທັງ​ຮູບ​ພາບ​ທີ່​ໜ້າ​ດຶງ​ດູດ​ໃຈ​ຢ່າງ​ຍິ່ງ ແລະ ເພື່ອ​ປັບ​ປຸງ​ມັນ​ຢ່າງ​ເປັນ​ປະ​ຈຳດ້ວຍ.

ບໍ​ລິ​ສັດ ໄມ​ໂຄ​ຣ​ຊອ​ຟ ກ່າວ​ວ່າ “ພວກ​ເຮົາ​ໄດ້​ສັງ​ເກດ​ເບິ່ງ​ຜູ້​ນຳ​ດຳ​ເນີນ​ການ​ທີ່​ເຊື່ອມ​ໂຍງ​ກັບ ຈີນ ໃຊ້​ຮູບ​ພາບ​ທີ່​ຜະ​ລິດ​ໂດຍ​ປັນ​ຍາ​ປະ​ດິດ​ໃນ​ການ​ໂຄ​ສະ​ນາ ​ຫາສຽງ​ຢ່າງກວ້າງ​ຂວາງ ທີ່​ສ່ວນ​ໃຫຍ່​ໄດ້​ເພັ່ງ​ເລັງ​ໃສ່​ຫົວ​ຂໍ້​ທີ່​ສ້າງ​ຄວາມ​ແຕກ​ແຍກ​ທາງ​ການ​ເມືອງ, ເຊັ່ນ​ຄວາມ​ຮຸນ​ແຮງ​ຈາກ​ການ​ໃຊ້​ປືນ, ແລະໝິ່ນ​ປະ​ໝາດ​ເຈົ້າ​ໜ້າ​ທີ່​ການ​ເມືອງ ສະ​ຫະ​ລັດ ແລະ ສັນ​ຍາ​ລັກ​ຕ່າງໆ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG