ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຜູ້ແທນ ປະທານ​ ປະ​ເທດ​ຈີນ ລັກລອບ​ງາ​ຊ້າງ ຈາກ Tanzania


ລາຍ​ງານ​ໃໝ່ສະບັບນຶ່ງກ່າວອ້າງວ່າ ຄະນະຜູ້ແທນຂອງປະທານ
​ປະ​ເທດ​ຈີນ ທ່ານ Xi Jinping ​ໄດ້​ຊື້​ເອົາ​ງາ​ຊ້າງແບບຜິດກົດ
ໝາຍ​ຫຼາຍ​ພັນ​ກິ​ໂລ ໃນ​ຂະນະ​ທີ່ ​ທຳ​ການ​ຢ້ຽມຢາມ ປະເທດ
Tanzania ​ໃນ​ປີ 2013.

ການ​ກ່າວ​ຫາ​ດັ່ງກ່າວ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້ ໃນລາຍ​ງານ
​ຂອງອົງການການ​ສືບສວນ ​ດ້ານສະພາບ​ແວດ​ລ້ອມ ຫຼື EIA
ທີ່​ໄດ້​ເວົ້າວ່າ ຄວາມ​ຮຽກຮ້ອງ​ຕ້ອງການງາ​ຊ້າງ​ຂອງຈີນ ໄດ້ສ້າງ
ຄວາມເສຍຫາຍຮ້າຍແຮງຕໍ່​ຈຳນວນ​ຂອງຊ້າງ ຢູ່ໃນປະເທດ
Tanzania.​

ອົງການ EIA ​ກ່າວ​ວ່າ ຄະນະຜູ້ແທນຂອງ​ຈີນ​ ໃຊ້​ການ​ຢ້ຽມຢາມໃນເດືອນມີນາ​ປີ 2013 ຄັ້ງ​ນີ້ ​ເພື່ອ​ນຳ​ເອົາ​ງາ​ຊ້າງອອກ​ຈາກ​ປະ​ເທດດັ່ງກ່າວ ​ໃນ​ຖົງການ​ທູດ ​ຂຶ້ນເຮືອບິນ​ຂອງປະທານ​ປະ​ເທດ​ຈີນ.

ລາຍ​ງານ​ຂອງອົງການທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະບານດັ່ງກ່າວທີ່​ມີ​ສຳນັກງານ​ຢູ່​ອັງກິດ ​ຍັງໄດ້ອ້າງ ​ຄຳເວົ້າຂອງພວກລັກລອບ​ເອົາ​ງາ​ຊ້າງ ​ໃນນະຄອນ Dar es Salaam ທີ່ກ່າວວ່າ ການ​ຊື້​ທີ່​ວ່າ​ນີ້ ​ເຮັດ​ໃຫ້​ລາຄາ​ຂອງ​ງາ​ຊ້າງ​ ຖີບ​ຕົວ​ສູງຂຶ້ນ​ເປັນ​ສອງ​ເທົ່າ​.

ລາຍງານກ່າວຕື່ມວ່າ ບັນດາ​ນັກ​ການ​ທູດ​ແລະ​ເຈົ້າ​ໜ້າ​ທີ່​ທະຫານຈີນ ຮວມທັງພວກ​ນັກທຸ ລະກິດ ຜ່ານມາໄດ້​ໃຊ້​ການ​ຢ້ຽມຢາມ​ຂອງຕົນ ​ຊື້​ງາ​ຊ້າງ​ເປັນຈຳນວນ​ຫຼວງ​ຫຼາຍ​.

ຈີນ ຍັງ​ບໍ່​ທັນໃຫ້ຄວາມເຫັນໃດໆກ່ຽວກັບການກ່າວຫານີ້ ​ແຕ່​ໃນ​ອະດີດນັ້ນ ​ຈີນເຄີຍ​ກ່າວ​ມາແລ້ວວ່າ ຕົນ​ຈະ​ກະທຳ​ສຸດ​ຄວາມ​ສາມາດ​ເພື່ອ​ປ້ອງ​ກັນ​ການ​ລັກລອບຂ້າ​ສັດປ່າ​ທີ່​ຜິດ​ກົດໝາຍ​.

ຈີນ​ເປັນ​ຕະຫຼາດໃຫຍ່​ສຸດຂອງ​ໂລກໃນການຊື້ຂາຍງາຊ້າງທີ່ມີການລັກລອບ. ງາຊ້າງ​ນີ້ຖືວ່າ​ເປັນ​ສັນຍາ​ລັກ​ຂອງ​ຄວາມ​ມັ່ງຄັ່ງ ຮັ່ງມີ​ສີ​ສຸກ ​ແລະ​ນຳໃຊ້​ໃນ​ການ​ຕົກ​ແຕ່ງ​ປະດັບ​ປະດາ ​ແລະ​ໃຊ້​ປະສົມຢາ​ແຜນ​ໂບຮານ​ຂອງ​ຈີນ​ນຳ.

XS
SM
MD
LG