ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານຂ່າວ ແຈ້ງວ່າ ຈີນສົ່ງຄຳເຕືອນ 8 ຄັ້ງ ​ຕໍ່ເຮືອບິນ ​ສັງ​ເກດ​ການ​ ສຫລ


ເຮືອບິນສອດແນມ P8 Poseidon ຂອງກອງທັບເຮືອສະຫະລັດ ບິນກັບຄືນມາ ຈາກການບິນຊອກຄົ້ນຫາ ເຮືອບິນໂດຍສານມາເລເຊຍ ຖ້ຽວບິນ MH370 ເໜືອມະຫາສຸດອິນເດຍ, ຢູ່ທີ່ສະໜາມບິນນາໆຊາດ ນະຄອນ Perth.
ເຮືອບິນສອດແນມ P8 Poseidon ຂອງກອງທັບເຮືອສະຫະລັດ ບິນກັບຄືນມາ ຈາກການບິນຊອກຄົ້ນຫາ ເຮືອບິນໂດຍສານມາເລເຊຍ ຖ້ຽວບິນ MH370 ເໜືອມະຫາສຸດອິນເດຍ, ຢູ່ທີ່ສະໜາມບິນນາໆຊາດ ນະຄອນ Perth.

ມີລາຍ​ງານຂ່າວ​ວ່າ ກອງທັບ​ເຮືອຈີນ ໄດ້​ສົ່ງຄຳເຕືອນ 8 ຄັ້ງ ​
ໄປ​ຍັງ ເຮືອບິນ​ສັງ​ເກດ​ການ​ ຂອງກອງທັບ​ສະຫະລັດ ລຳ​ໜຶ່ງ
ທີ່​ບິນ​ຜ່ານ​ໝູ່​ເກາະ​ກຸ່ມ​ໜຶ່ງ ທີ່​ສ້າງຂຶ້ນດ້ວຍການຖົມດິນ ຊຶ່ງ​
ປັກ​ກິ່ງພວມ​ນຳ​ໃຊ້​ເພື່ອຄ້ຳປະກັນການ​ອ້າງ​ກຳມະສິດ​ ເອົາ​
ດິນແດນຢູ່​ໃນ​ທະ​ເລ​ຈີນໃຕ້​ ທີ່​ມີ​ການ​ຂັດ​ແຍ້​ງ ກັບປະ​ເທດ
​ອື່ນໆ​ຢູ່​ນັ້ນ.

ຄຳເຕືອນທີ່ເປັນພາສາອັງກິດເວົ້າວ່າ “ນີ້​ແມ່ນ​ກອງທັບ​ເຮືອ​ຈີນ
ນີ້​ແມ່ນ​ກອງທັບ​ເຮືອ​ຈີນ ກະລຸນາ​ໃຫ້​ອອກ​ໄປໄວໆ”
ອີງ​ຕາມ
​ລາຍ​ງານ​ຂ່າວ​ ຂອງນັກ​ຂ່າວ CNN ຈຳນວນ​ໜຶ່ງ ​ທີ່​ໄດ້​ຮັບ​ອະນຸ
ຍາດ​ໃຫ້​ນັ່ງ​ໄປ​ນຳ ​ເຮືອບິນ​ສອດ​ແນມ P8-A Poseidon ຂອງສະຫະລັດ​ໃນ​ວັນ​ພຸດ​ວານ​ນີ້.

ອົງການ​ຂ່າວ CNN ກ່າວ​ວ່າ ​ເຮືອບິນ​ສອດ​ແນມ​ທີ່​ທັນ​ສະ​ໄໝທີ່​ສຸດ​ຂອງກອງທັບ​ເຮືອ
ສະຫະລັດ ໄດ້ບິນ​ຜ່ານ ໃນໄລຍະຕ່ຳ 4,500 ​ແມັດ ​ເໜືອເກາະ​ຫີນໃຕ້ນ້ຳ ​ແລະ ຫາດ​ຊາຍ
​ຕື້ນຕ່າງໆ ທີ່ເປັນບັນຫາຂັດ​ແຍ້ງ ໃນເຂດ​ໝູ່​ເກາະ Spratly ທີ່ຢູ່​ຫ່າງ​ຈາກ​ຝັ່ງ​ທະເລຂອງຈີນ ​ແຜ່ນດິນ​ໃຫຍ່ ເກືອບ 1,000 ກິ​ໂລ​ແມັດ.

ບັນດາ​ເຈົ້າໜ້າ​ທີ່ສະຫະລັດ ​ໄດ້​ສະ​ແດງ​ຄວາມ​ກັງວົນເພີ້​ມຂຶ້ນ ກ່ຽວ​ກັບ ຄວາມ​ພະຍາຍາມ​
ຂອງ​ຈີນເພື່ອຖົມເກາະດອນຕ່າງໆ 7 ​ແຫ່ງ​ໃນ​ເຂດ ໝູ່ເກາະ Spratlys ຊຶ່ງ​ບາງສ່ວນ​ ​ແມ່ນ
ຍັງ​ມີ​ປະ​ເທດ ຟີ​ລິບ​ປິນ ຫວຽດນາມ ມາ​ເລ​ເຊຍ ບຣູນາຍ ​ແລະ ​ໄຕ້​ຫວັນ ອ້າງ​ເອົາກຳມະ​ສິດ
ນຳ​ດ້ວຍ.

XS
SM
MD
LG