ກຸ່ມຄົ້ນຄົ້ວາອິດສະຫລະຂອງອາເມຣິກັນກຸ່ມນຶ່ງກ່າວວ່າ ຈີນ ກຳລັງສ້າງລະບົບເຣດາຢູ່ໃນ ບັນດາໝູ່ເກາະທີ່ມີການຂັດແຍ້ງກັນ ທີ່ີຕົນຄວບຄຸມຢູ່ໃນທະເລຈີນໃຕ້ ຊຶ່ງເປັນການເຄື່ອນ ໄຫວທີ່ອາດສາມາດເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຈີນໃນການຄວບຄຸມຂົງເຂດດັ່ງກ່າວ.
ລາຍງານສະບັບນຶ່ງຈາກສູນກາງເພື່ອການຍຸດທະສາດແລະການສຶກສານາໆຊາດ ຫຼື CSIS ທີ່ມີສຳນັກງານຢູ່ນະຄອນຫຼວງວໍຊີງຕັນໄດ້ນຳອອກເຜີຍແຜ່ນຶ່ງມື້ກ່ອນທີ່ລັດຖະມົນຕີກະຊວງ ການຕ່າງປະເທດຈີນ ທ່ານ Wang Yi ເດີນທາງມາຢ້ຽມຢາມສະຫະລັດເພື່ອໂອ້ລົມກັບລັດ ຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry.
ກຸ່ມລິເລີ້ມເພື່ອຄວາມໂປ່ງໃສທາງທະເລໃນເຂດເອເຊຍຫຼື Asia Maritime Transparency Initiative ໄດ້ນຳເຜີຍແຜ່ຮູບທີ່ຖ່າຍຈາກດາວທຽມສະແດງໃຫ້ເຫັນເຖິງລະບົບເຣດາທີ່ມີຄວາມຖີ່ສູງທີ່ເກາະຫີນ Cuarteron ໃນໝູ່ເກາະ Spratly ພ້ອມທັງຫໍປະ ພາຄານ ເດີ່ນຈອດຂອງເຮລີຄອບເຕີ ຂຸມຫລົບໄພໃຕ້ດິນ ແລະອຸບປະກອນການຕິດຕໍ່ສື່ສານອື່ນໆນຳ.
ລາຍງານຍັງກ່າວອີກວ່າ ການຕິດຕັ້ງເຣດານີ້ ທີ່ເກາະ Cuarteron ຈະເສີມຂະຫຍາຍ ຄວາມສາມາດທາງທະຫານທີ່ສຳຄັນໃຫ້ຈີນ ໃນການຕິດຕາມກວດກາການຍາມທາງໜ້ານ້ຳແລະທາງອາກາດ ໃນທາງພາກເໜືອຂອງທະເລຈີນໃຕ້.
ສູນກາງ CSIS ຍັງກ່າວຕື່ມວ່າ ເບິ່ງຄືວ່າຈີນ ຍັງກຳລັງຕິດຕັ້ງເຣດາ ຢູ່ຕາມເກາະດອນ ນ້ອຍໆຕ່າງໆ ໃນໝູ່ເກາະ Spratly.