ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ເຕືອນວ່າ ຈີນທ້າທາຍ ອິດ​ທິພົນ​ ທາງທະຫານ ​ສຫລ ຢູ່​ເອເຊຍ


ພວກທະຫານ ກໍາລັງເດີນໄປທາງໄປ ສະພາປະຊາຊົນ
ພວກທະຫານ ກໍາລັງເດີນໄປທາງໄປ ສະພາປະຊາຊົນ
ສະມາຊິກ​ລັດຖະສະພາສະຫະລັດຄະນະ​ນຶ່ງ ກ່າວ​ວ່າ ການ​ທີ່
​ຈີນ​ໄດ້​ປັບປຸງ​ກອງທັບ​ຂອງ​ຕົນ​ໃຫ້ທັນ​ສະ​ໄໝ ຢ່າງ​ວ່ອງ​ໄວ​ນັ້ນ
​ແມ່ນເຮັດ​ໃຫ້​ຄວາມ​ກໍ້າ​ເກິ່ງ ​ດ້ານ​ຄວາມ​ໝັ້ນຄົງ​ ຢູ່​ໃນຂົງ​ເຂດ
ເອ​ເຊຍ​ປາຊິ​ຟິກມີ​ການ​ປ່ຽນ​ແປງ​ໄປ ​ແລະ​ພວມ​ທ້າ​ທາຍ​ຕໍ່ອິດ​
ທິພົນ​ທາງທະຫານ ​ຂອງ​ສະຫະລັດ​ ຢູ່​ໃນ​ຂົງ​ເຂດ ທີ່​ມີມາ​ເປັນ
​ເວລາ​ຫຼາຍໆ​ທົດ​ສະ​ວັດ​ແລ້ວນັ້ນ.

​ການ​ເຕື່ອນດັ່ງກ່າວ​ ແມ່ນ​ມີ​ຂຶ້ນ​ໃນ​ວັນ​ພຸດ​ວານ​ນີ້ ​ຢູ່ໃນ​ລາຍ
​ງານປະ​ຈໍາປີ ​ໃນ​ຂອບ​ເຂດ​ທີ່ກ້ວາງ​ຂວາງ​ຂອງ​ຄະນະກຳມາ
​ທິການ​ທົບ​ທວນ ​ທາງ​ດ້ານ​ເສດຖະກິດ ​ແລະ​ຄວາມ​ໝັ້ນຄົງ
ສະຫະລັດ​ແລະ​ຈີນ ຊຶ່ງໃຫ້​ຄຳ​ແນະນຳ​ແກ່ສະມາຊິກ​ສະພາ
ກ່ຽວ​ກັບ​ນະ​ໂຍບາຍ​ທີ່​ພົວພັນ ກັບ​ກຸງ​ປັກ​ກິ່ງ.

ລາຍ​ງານ​ຍັງ​ໄດ້​ກ່າວ​ຫາ​ລັດຖະບານ​ຈີນວ່າໄດ້ “ມີ​ຄຳ​ສັ່ງ​ແລະ​ທຳ​ການ​ຈາລະກຳໃນ​
ຂອບ​ເຂດທີ່​ກວ້າງຂວາງເພື່ອສືບ​ລັບ​ທາງ​ອິນ​ເຕີແນັດຕໍ່​ສະຫະລັດ.” ລາຍ​ງານ​ກ່າວ​
ວ່າ ການ​ລົງ​ໂທດ ຕໍ່​ຈີນ​ນັ້ນ ອາດ​ມີ​ຄວາມ​ຈໍາ​ເປັນ ​ເພື່ອ​ຊ່ອຍ​ສະກັດ​ກັ້ນການ​ສືບ​ລັບ
​ດັ່ງກ່າວ​.

ຈີນ ຍັງບໍ່ມີ​ປະຕິກິລິຍາ​ໃດໆ ກ່ຽວ​ກັບການ​ກ່າວ​ຫາ​ດັ່ງກ່າວ​. ປີ​ກາຍ​ນີ້ ກະຊວງ​ການ
​ຕ່າງ ປະ​ເທດ​ຂອງຈີນ ​ໄດ້ປະນາມລາຍ​ງານຂອງຄະນະ​ກຳມາ​ທິການ​ສະພາ​ດັ່ງກ່າວ
​ຕໍ່​ ອັນ​ທີ່ທາງ​ກະຊວງ​ເອີ້ນວ່າ ມີ​ລັກສະນະ​ແບບ “ສົງຄາມ​ເຢັນ ນັ້ນ.”
XS
SM
MD
LG