ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໒ ພຶດສະພາ ໒໐໒໕

ສຫລ ລາຍງານວ່າ ຈີນເຊື່ອວ່າ ເກົາຫຼີ​ເໜືອ ອາດ​ມີ​ລະ​ເບີດ​ ນິວເຄລຍ 20 ລູກ​ແລ້ວ


ພາບຖ່າຍ ເມື່ອວັນທີ 30 ເມສາ 2012 ຈາກດາວທຽມ ທີ່ສະໜອງໂດຍ ບໍລິສັດ GeoEye ທີ່ສະແດງໃຫ້ເຫັນ ບໍລິເວນ ອ້ອມແອ້ມ ໂຮງງານພະລັງນິວເຄລຍ Yongbyon ໃນເມືອງ Yongbyon ຂອງເກົາຫຼີເໜືອ.
ພາບຖ່າຍ ເມື່ອວັນທີ 30 ເມສາ 2012 ຈາກດາວທຽມ ທີ່ສະໜອງໂດຍ ບໍລິສັດ GeoEye ທີ່ສະແດງໃຫ້ເຫັນ ບໍລິເວນ ອ້ອມແອ້ມ ໂຮງງານພະລັງນິວເຄລຍ Yongbyon ໃນເມືອງ Yongbyon ຂອງເກົາຫຼີເໜືອ.

ບົດລາຍ​ງານໃໝ່ສະບັບນຶ່ງ ສະ​ເໜີ​ແນະ​ວ່າ ຈີນ​ເຊື່ອ​ວ່າ
ເກົາຫຼີ​ເໜືອ ອາດ​ມີຫົວ​ລະ​ເບີດ​ນິວເຄລຍ 20 ລູກ​ແລ້ວ
ຊຶ່ງ​ເປັນຈຳນວນຫຼາຍກວ່າ​ ທີ່​ໄດ້ປະ​ເມີນ​ໄວ້ ໃນ​ເມື່ອ​ກ່ອນ.

ອີງ​ຕາມບົດ​ລາຍ​ງານ​ຂອງ ໜັງສືພິມ The Wall Street
Journal ແລ້ວ ບັນດານັກ​ຊ່ຽວຊານຈີນ ຍັງເຊື່ອ​ອີກ​ວ່າ
ພຽງຢາງອາດຜະລິດ ທາດ​ຢູ​ເຣນຽມ​ ທີ່ສາມາດສ້າງ​ອາວຸດ
ໄດ້ພຽງພໍ​ ທີ່​ຈະ​ເພີ້ມຄັງອາວຸດນິວເຄລຍຂອງຕົນ ຂຶ້ນ​ເປັນ
ສອງເທົ່າ ພາຍ​ໃນ​ປີໜ້ານີ້.

ໜັງສືພິມ​ດັ່ງກ່າວ ລາຍ​ງານ​ອີກວ່າ ປັກ​ກິ່ງ ຊຶ່ງ​ເປັນ​ພັນທະ​ມິດ
ທີ່ສຳຄັນ​ຂອງ​ເກົາຫຼີ​ເໜືອ ​ໄດ້​ຖ່າຍ​ທອດ​ຂໍ້​ມູນ ​ໃຫ້​ບັນດາ​ນັກ​ຊ່ຽວຊານ​ດ້ານ​ນິວ​ເຄລຍຂອງ​ສະຫະລັດ ຢູ່​ທີ່​ກອງ​ປະຊຸມ​ປິດ​ລັບ ​ເມື່ອ​ເດືອນ​ກຸມພາ​ປີ​ນີ້.

ຕົວ​ເລກ​ດັ່ງກ່າວ ​ແມ່ນຫຼາຍກວ່າ ທີ່​ປັກ​ກິ່ງ​ຫຼືວໍ​ຊິງ​ຕັນ ທີ່ໄດ້​ກະປະມານ ​ໄວ້​ໃນເມື່ອ​ກ່ອນ​ນັ້ນ. ເມື່ອ​ບໍ່​ນານ​ມາ​ນີ້ ບັນດາ​ນັກ​ຊ່ຽວຊານສະຫະລັດ ​ກໍໄດ້ສະ​ເໜີ​ແນະ​ວ່າ ​ເກົາຫຼີ​ເໜືອ ມີ​ລະເບີດນິວເຄລຍ ລະຫວ່າງ 10 ຫາ 16 ລູກ.

​ເມື່ອ​ຕົ້ນປີ​ນີ້ ສະ​ຖາ​ບັນຄົ້ນຄວ້າສະຫະລັດ-​ເກົາຫຼີ ທີ່​ມີ​ຫ້ອງການ​ຕັ້ງຢູ່ໃນວໍ​ຊິງ​ຕັນ ທຳນາຍ​
ວ່າ ​ໃນ​ກໍລະນີ​ສະຖານະ​ການ​ອັນ​ຮ້າຍ​ແຮງ​ທີ່​ສຸດ ​ເກົາຫຼີ​ເໜືອ ອາດ​ມີ ລະ​ເບີດ​ປະລະມານູ
ຫລາຍເຖິງ 100 ລູກ ພາຍ​ໃນ​ປີ 2020.

XS
SM
MD
LG