ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍ​ງານ​ແຈ້ງວ່າ ບັງ​ກ​ລາ​ແດັ​ສ ຈັບ​ກຸມ​ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ 8,000 ຄົນ


ຕຳ​ຫຼວດ​ຢືນ​ຍາມ​ຢູ່​ຕໍ່​ໜ້າ​ສ​ຳ​ນັກ​ງານ​ໃຫຍ່​​ພັກ​ຊາດ​ນິ​ຍົມ​ບັງ​ກ​ລາ​ແດັ​ສ ​ລະ​ຫວ່າງ​ການ​ປິດ​ລ້ອມ​ໃຫຍ່​ທົ່ວ​ປະ​ເທດ ​ທີ່​ຮຽກ​ຮ້ອງ​ໃຫ້​ມີ​ຂຶ້ນ​ໂດຍ​ພັກ​ຊາດ​ນິ​ຍົມ ທີ່​ນະ​ຄອນ​ຫຼວງ​ດາ​ກາ ເມື່ອ​ວັນ​ທີ 5 ພະ​​ຈິກ 2023.
ຕຳ​ຫຼວດ​ຢືນ​ຍາມ​ຢູ່​ຕໍ່​ໜ້າ​ສ​ຳ​ນັກ​ງານ​ໃຫຍ່​​ພັກ​ຊາດ​ນິ​ຍົມ​ບັງ​ກ​ລາ​ແດັ​ສ ​ລະ​ຫວ່າງ​ການ​ປິດ​ລ້ອມ​ໃຫຍ່​ທົ່ວ​ປະ​ເທດ ​ທີ່​ຮຽກ​ຮ້ອງ​ໃຫ້​ມີ​ຂຶ້ນ​ໂດຍ​ພັກ​ຊາດ​ນິ​ຍົມ ທີ່​ນະ​ຄອນ​ຫຼວງ​ດາ​ກາ ເມື່ອ​ວັນ​ທີ 5 ພະ​​ຈິກ 2023.

ຕຳ​ຫຼວດ​ບັງ​ກ​ລາ​ແດັ​ສ​ໄດ້​ຈັບ​ກຸມ​ສະ​ມາ​ຊິກ​ພັກ​ຝ່າຍ​ເກືອບ 8,000 ຄົນ​ໃນ​ການ​ປາບ​ປາມຢູ່​ທົ່ວ​ປະ​ເທດນັບ​ແຕ່​ໄດ້​ມີ​ການ​ທັບ​ມ້າງ​ການ​ໂຮມ​ຊຸມ​ນຸມ​ທີ່​ສຳ​ຄັນ​ຢູ່​ນະ​ຄອນ​ຫຼວງ​ເມື່ອ​ນຶ່ງ​ອາ​ທິດ​ກ່ອນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP ​ໃນ​ວັນ​ອາ​ທິດ​ວານນີ້.

ການ​ຈັບ​ກຸມ​ຢ່າງ​ແຜ່ກວ້າງ​ໄດ້​ມີ​ຂຶ້ນ​ກ່ອນ​ໜ້າ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ມັງ​ກອນ​ຈະ​ມານີ້.

ພັກ​ຝ່າຍ​ຄ້ານ​ທີ່​ໃຫຍ່​ສຸດ​ຂອງ​ປະ​ເທດ ຄື​ ພັກ​ຊາດ​ນິ​ຍົມ​ບັງ​ກ​ລາ​ແດັ​ສ​ຫຼື BNP ແລະ​ພັນ​ທະ​ມິດ ໄດ້​ຈັດ​ການໂຮມ​ຊຸມ​ນຸມ​ຂະ​ໜາດ​ໃຫຍ່​ຂຶ້ນໃນ​ໄລ​ຍະ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມານີ້ ທວງ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຊິກ ຮາ​ຊິ​ນາ (Sheikh Hasi-na) ລາ​ອອກ ແລະ​ອະ​ນຸ​ຍາດ​ໃຫ້​ລັດ​ຖະ​ບານ​ຮັກ​ສາ​ການທີ່​ເປັນ​ກາງ ກຳ​ກັບ​ນຳ​ການ​ເລືອກ​ຕັ້ງ.

ຊິກ ຮາ​ຊິ​ນາ ເປັນ​ຜູ້​ກຳ​ກັບ​ນຳ​ການ​ເຕີບ​ໂຕ​ຂອງ​ອຳ​ນາດທີ່​ໜ້າ​ປະ​ທັບ​ໃຈ​ ໃນ​ໄລ​ຍະ 15 ປີ​ທີ່​ຜ່ານ​ມາ ແຕ່​ໄດ້​ຖືກ​ກ່າວ​ຫາ​ວ່າ ປົກ​ຄອງ​ປະ​ເທດ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ເອ​ເຊຍ​ໃຕ້​ແຫ່ງນີ້ ດ້ວຍ​ກຳ​ປັ້ນ​ເຫຼັກ.

ສະ​ຫະ​ລັດ​ໄດ້​ທຳ​ການ​ລົງ​ໂທດ​ຈຳ​ນວນ​ນຶ່ງ​ຕໍ່ພວກເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ອະ​ວຸ​ໂສ​ສຸດ​ຂອງ​ບັງ​ກ​ລາ​ແດັ​ສ ​ຍ້ອນ​ມີ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງແຜ່ກວ້າງ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG