ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຂົງເຂດ ເອເຊຍ ປາຊີຟິກ ກາຍເປັນຜູ້ນຳ ໃນການນຳໃຊ້ ເທັກໂນໂລຈີ ດ້ານດິຈິໂຕ


ພວກຫຸ່ນຍົນ ສາມາດເຫັນໄດ້ ຢູ່ໃນ ຂັ້ນຕອນການຜະລິດລົດຍົນ ຂອງໂຮງງານບໍລິສັດ Honda ແຫ່ງໃໝ່ ໃນເຂດ ປຣາຈິນບູຣີ ຂອງໄທ, ວັນທີ 12 ພຶດສະພາ 2016.
ພວກຫຸ່ນຍົນ ສາມາດເຫັນໄດ້ ຢູ່ໃນ ຂັ້ນຕອນການຜະລິດລົດຍົນ ຂອງໂຮງງານບໍລິສັດ Honda ແຫ່ງໃໝ່ ໃນເຂດ ປຣາຈິນບູຣີ ຂອງໄທ, ວັນທີ 12 ພຶດສະພາ 2016.

ນາງອາດຈະບໍ່ເປັນພະນັກງານເສີບ ທີ່ໃຈດີທີ່ສຸດ ແຕ່ນາງບໍລິການ ຈອກກາເຟຮ້ອນ ທີ່
ລົດຊາດດີ ເອີ້ນວ່າ “ໂຈ ຫຼື Joe” ຢູ່ທີ່ຮ້ານກາເຟ ໃນເຂດຊານເມືອງ ຂອງນະຄອນ
ໂຮຈີມິນ ຊີຕີ ຂອງຫວຽດນາມ.

ແຕ່ຫຸ່ນຍົນນັກຊົງກາເຟ ນີ້ ແມ່ນຍັງຕ້ອງໄດ້ຮັບການຊ່ອຍເຫຼືອ ຈາກຄູ່ຮ່ວມງານຂອງ
ນາງ ທີ່ເປັນມະນຸດ ເຊິ່ງນາງ ເປັນສັນຍານ ທີ່ວ່າ ເອເຊຍ ກຳລັງຢູ່ແຖວໜ້າຂອງການ
ຮັບເອົາເທັກໂນໂລຈີໃໝ່ ກ່ອນ ອາເມຣິກາ ຢູໂຣບ ພາກຕາເວັນອອກກາງ ແລະ
ອາຟຣິກາ.

ຄູຝຶກສອນ ກຳລັງອະທິບານ ການປະຕິບັດງານ ຂອງໂດຣນ ໃຫ້ແກ່ພວກນັກຮຽນ ຢູ່ທີ່ໂຮງຮຽນ TT Aviation Technology ຂອງລັດ ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 17 ຕຸລາ 2015.
ຄູຝຶກສອນ ກຳລັງອະທິບານ ການປະຕິບັດງານ ຂອງໂດຣນ ໃຫ້ແກ່ພວກນັກຮຽນ ຢູ່ທີ່ໂຮງຮຽນ TT Aviation Technology ຂອງລັດ ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 17 ຕຸລາ 2015.

​ບົດລາຍງານ ເມື່ອບໍ່ດົນມານີ້ ຈາກ ບໍລິສັດ PwC Global ທີ່ເປັນບໍລິສັດ ຊຽວຊານດ້ານ
ການບໍລິການ ເຊິ່ງໄດ້ສຶກສາ 1,155 ທຸລະກິດດ້ານການຜະລິດ ບົນພື້ນຖານ ທີ່ວ່າ ພວກ
ເຂົາເຈົ້າ ຮັບເອົາ ແລະ ນຳເອົານະວັດຕະກຳໃໝ່ ໃນດ້ານເທັກໂນໂລຈີ ມາປະກອບເຂົ້າ
ໃນການຜະລິດ ຫຼາຍເທົ່າໃດ ຈາກ ໂດຣນ ຈົນເຖິງ ເຄື່ອງພິມ 3 ມິຕິ.

ໂດຍໃຊ້ກັບ ບໍລິສັດ ທັງໝົດ ເຊິ່ງບໍລິສັດທັງຫຼາຍ ຢູ່ໃນຂົງເຂດ ເອເຊຍ ປາຊີຟິກ ໄດ້ຮັບ
ຄະແນນສູງກວ່າ ພວກບໍໍລິສັດ ທີ່ຢູ່ໃນແຫ່ງອື່ນໆຂອງໂລກ.

ຢູ່ໃນປະເທດໄທ ຍົກຕົວຢ່າງ ພວກບໍລິສັດ ການຜະລິດ ໄດ້ຮັບເອົາເທັກໂນໂລຈີໃໝ່
ຕ່າງໆ ເພື່ອຫັນປ່ຽນການປະຕິບັດຂອງພວກເຂົາເຈົ້າໃຫ້ດີຂຶ້ນ.

ທ່ານນາງ ວິໄລພອນ ທະວີລາບພັນທອງ ຜູ້ນຳໃນການໃຫ້ຄຳປຶກສາ ຢູ່ທີ່ ບໍລິສັດ PwC
ແຫ່ງປະເທດໄທ ໄດ້ກ່າວວ່າ “ຫຼາຍໆບໍລິສັດ ແມ່ນພວມນຳໃຊ້ຫຸ່ນຍົນ ເພື່ອປະກອບ
ຜະລິດຕະພັນຕ່າງໆ ຢູ່ໃນພວກໂຮງງານ ເພື່ອທີ່ຈະກາງຕໍ່ແຮງງານທີ່ເປັນມະນຸດ
ໜ້ອຍລົງ ເພື່ອລຸດຄ່າໃຊ້ຈ່າຍລົງ ແລະ ເພີ້ມປະສິດທິພາບໂດຍລວມ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG