ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາຍ​ງານ​ເຫດ​ການ ຕ້ານ​ຊາວ​ຢິວ ຢູ່​ໃນ​ສະ​ຫະ​ລັດ ຍັງ​ຄົງ​ຢູ່​ໃນ​ລະ​ດັບ ທີ່​ບໍ່​ມີ​ມາ​ກ່ອນ​ໃນ​ປີ 2018


ຮູບ​ດາວ David ສັນ​ຍາ​ລັກ​ຂອງ​ຊາວ​ຢິວ ທີ່​ເຫັນ​ຢູ່​ວັດ Tree of Life ໃນ​ເມືອງ​ພິ​ສ​ເບີ​ຮຕ໌ ວັນ​ທີ 20 ພະ​ຈິກ 2018.
ຮູບ​ດາວ David ສັນ​ຍາ​ລັກ​ຂອງ​ຊາວ​ຢິວ ທີ່​ເຫັນ​ຢູ່​ວັດ Tree of Life ໃນ​ເມືອງ​ພິ​ສ​ເບີ​ຮຕ໌ ວັນ​ທີ 20 ພະ​ຈິກ 2018.

ການ​ໂຈມ​ຕີຊາວຢິວ ແລະ​ບັນ​ດາ​ສະ​ຖາ​ບັນຂອງ​ຢິວຢູ່​ໃນ​ສະ​ຫະ​ລັດ ຍັງ​ຄົງ​ທີ່ ຢູ່​ໃນ​
ເກືອບ​ທີ່​ບໍ່​ມີ​ມາ​ກ່ອນ​ໃນ​ປີ 2018 ດ້ວຍ​ການ​ທຳ​ຮ້າຍ​ຮ່າງ​ກາຍ ຜູ້​ສະ​ໜັບ​ສະ​ໜູນ​ໃນ​
ຄວາມເຊື່ອ​ຖືຂອງ​ຊາວ​ຢິວ ​ທີ່ໄດ້​ເພີ້ມ​ຂຶ້ນ​ເຖິງ​ສອງ​ເທົ່າ ຊຶ່ງ​ລາຍ​ງານ​ຕ້ານ​ການທຳ​ຮ້າຍ
ຂອງ​ກຸ່ມ (ADL) ໄດ້​ລາຍ​ງານ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ.

ໄດ້​ມີເຫດ​ການ ​ເຖິງ 1,879 ຄັ້ງ ຕ້ານ​ຊາວ​ຢິວເກິດ​ຂຶ້​ນໃນ​ປີ 2018 ຫລຸດລົງ​ມາ​ຈາກ
1,986 ໃນ​ປີ 2017 ແຕ່​ຢູ່​ໃນ​ອັນ​ດັບ​ທີ່​ສາມ​ສູງ​ສຸດນັບ​ແຕ່ຊຸມ​ປີ 1970 ອົງ​ການ​ສິດທິ
​ມະ​ນຸດ​ພົນ​ລະ​ເຮືອນຢິວ ໄດ້ກ່າວ​ຢູ່​ໃນ​ການກວດ​ແກ້​ປະ​ຈຳ​ປີຂອງເຫດ​ການ​ ຕ້າ​ນຊາວ
​ຢິວ​ໃນ​ປີ 2018. ເຫດ​ການດັ່ງກ່າວ​ຮວມ​ທັງ 1,066 ກໍ​ລະ​ນີ​ ດ້ານ​ການ​ຮາ​ວີ ແລະ 774
ກໍ​ລະ​ນີ ດ້ານ​ການ​ທຳ​ລາຍຕ່າງໆ. ADL ກ່າວ​ວ່າ 13 ເປີ​ເຊັນ​ຂອງ​ເຫດ​ການເຫຼົ່ານັ້ນ ​ໄດ້
“ເກີດ​ມາ​ຈາກ” ພວກທີ່ຮູ້​ກັນວ່າເປັນ​ກຸ່​ມຫົວ​ຮຸນ​ແຮງ​ຈັດ ຫຼືບຸກ​ຄົນສ່ວນຕົວ.

ນອກນັ້ນ​ປີ​ດັ່ງ​ກ່າວ​ຍັງ​ໄດ້​ເຫັນວ່າເປັນປີໂຈມ​ຕີເທື່ອ​ດຽວ​ທີ່​ຮ້າຍ​ແຮງ​ເຖິງຕາຍໃນ​ປະ​
ຫວັດ​ສາດຂອງປະ​ຊາຄົມຢິວ ໃນ​ຂະ​ນະ​ພວກ​ຜິວ​ຂາວທີ່​ວ່າຕົນ​ເອງ​ເປັນ​ຍອດ ໄດ້​ຖະ
​ຫຼົ່ມ​ວັດ​ແຫ່ງ​ນຶ່ງຢູ່​ເມືອງພິ​ສ​ເບິກໃນ​ເດືອນ​ຕຸ​ລາ ສັງ​ຫານຜູ້​ສະ​ແຫວງ​ບຸນ 11 ຄົນ. ທ້າວ
​ໂຣ​ເບີ​ຣ​ຕ໌ ບາວ​ເຊີ​ຣ​ສ໌ ຄົນ​ຍິງປືນ ໄດ້​ໂກດ​ແຄ້ນໃຫ້​ແກ່ອົງການກຸ​ສົນຢິວ​ທ້ອງ​ຖິ່ນກ່າວ​
ຫາ​ວ່າ ​ອົງການດັ່ງກ່າວໄດ້​ນຳ​ເອົາ​ຜູ້ຄົນ​ເຂົ້າມ​າ​ສະ​ຫະ​ລັດ ເພື່ອ​ສ້າງ​ຄວາມ​ຮຸນ​ແຮງ.
ບັນ​ດາ​ໄອ​ຍະ​ການທັງຫຼາຍພວມຊອກ​ຫາ​ທາງ​ລົງ​ໂທດ​ດ້ວນການປະ​ຫານ​ຊີ​ວິດລາວ.

ຄູ່​ບາ​ກຳ​ລັງ​ສູດ​ມົນ ໄຫວ້​ອາ​ໄລ​ໃຫ້​ແກ່ບັນ​ດາ​ຜູ້​ເຄາ​ຮ້າຍ​ຢູ່ນອກວັດ Tree of Life ທີ່​ເມືອງ​ພ​ິ​ສ​ເບີກ ລັດ​ເພັນ​ຊິ​ລ​ວາ​ເນຍ ວັນ​ທີ 29 ຕຸ​ລາ 2018.
ຄູ່​ບາ​ກຳ​ລັງ​ສູດ​ມົນ ໄຫວ້​ອາ​ໄລ​ໃຫ້​ແກ່ບັນ​ດາ​ຜູ້​ເຄາ​ຮ້າຍ​ຢູ່ນອກວັດ Tree of Life ທີ່​ເມືອງ​ພ​ິ​ສ​ເບີກ ລັດ​ເພັນ​ຊິ​ລ​ວາ​ເນຍ ວັນ​ທີ 29 ຕຸ​ລາ 2018.

ການ​ຍິງ​ກັນ​ຢູ່​ວັດ Tree of Life ແມ່ນ​ນຶ່ງ​ຂອງການ​ໂຈມ​ຕີ 39 ເທື່ອ​ຕໍ່ບັນ​ດາຊາວ​ຢິວ
ສ່ວນ​ບຸກ​ຄົນໃນ​ປີ 2018 ເປັນ​ການ​ເພີ້ມ​ຂຶ້ນ 105 ເປີ​ເຊັນ ລື່ນ​ປີ 2017 ທີ່ ADL ໄດ້​
ກ່າວໄປ. ບັນ​ດາ​ການ​ໂຈມ​ຕີ​ດັ່ງ​ກ່າວ​ໄດ້​ແນ​ໃສ່ຜູ້ເຄາະ​ຮ້າຍ 59 ຄົນ. ​

ທ່ານ​ໂຈ​ເນ​ຕັນ ກ​ຣິນ​ບ​ແລ​ຕ ຫົວ​ໜ້າ​ບໍ​ລິ​ຫານ ADL ແລະ​ຫົວ​ໜ້​າ​ຫ້​ອງ​ການ​ແຫ່ງ​ຊາດ
ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ພວກ​ເຮົາ​ໄດ້​ເຮັດ​ວຽກ​ໜັກ​ເພື່ອ​ຊຸກ​ຍູ້​ຄືນ​ຕ້ານການຕໍ່​ຕ້ານ
​ຊາວ​ຢິວ ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ປັບ​ປຸງກົດໝາຍ​ຄວາມ​ກຽດ​ຊັງ​ແລະ​ບໍ່​ແຕ່ເທົ່າ​
ນັ້ນ​ ພວກ​ເຮົາ​ຍັງໄດ້​ປະ​ສົບກັບ​ສິ່ງທີ່​ໜ້າ​ຢ້ານ​ກົວ ທີ່​ມີຈຳ​ນວນ​ສູງຂຶ້ນ ການ​ປະ​ພຶດ​ຕ້ານ
​ຊາວ​ຢິວ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG