ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອີຣັກວ່າ ຕ້ອງຮ່ວມມືກັນ ເພື່ອຂັບໄລ່ ພວກຫົວຮຸນແຮງ ອອກຈາກເມືອງ Mosul (ວີດີໂອ/ສະ​ໄລ​ດ໌)


Iraq VO
please wait
Embed

No media source currently available

0:00 0:00:42 0:00
ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣັກ ທ່ານ Hoshyar Zebari
ກ່າວ​ວ່າ ລັດຖະບານ​ Baghdad ຈະ​ຕ້ອງດຳເນີນງານຮ່ວມ
ກັບ​ເຈົ້າ​ໜ້າ​ທີ່​ Kurd ໃນ​ພາກ​ເໜືອຂອງປະເທດ ​ເພື່ອ​ຈະ​ຂັບ
ໄລ່​ພວກ​ຫົວ​ຮຸນ​ແຮງ ອອກ​ຈາກ​ເມືອງ Mosul ​ຫຼັງ​ຈາກພວກ
ອິສລາມຫົວຮຸນແຮງ ​ໄດ້​ເຂົ້າຍຶດເອົາ​ເມືອງ​ດັ່ງກ່າວແລ້ວນັ້ນ.

ທ່ານ Zebari ​ໄດ້​ກ່າວ​ໃນ​ວັນ​ພຸດມື້​ນີ້​ວ່າ ພວກ​ຜູ້ນຳ​ຂອງ​
ອີຣັກ ຕ້ອງ​ຮ່ວມ​ກັນຮັບມືກັບ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ການ​ຂົ່ມຂູ່
​ທີ່​ຮ້າຍ​ແຮງ”
ທີ່​ປະ​ເທດ​ຊາດ​ກຳລັງ​ປະ​ເຊີນ​ຢູ່ ໃນ​ຂະນະ​ນີ້.

ທ່ານ​ໄດ້​ໃຫ້​ຄຳໝັ້ນສັນຍາ​ວ່າ ຈະມີການ​ຕອບ​ໂຕ້ຢ່າງໄວວາ ​
ຕໍ່ການຍຶດ​ເອົາ​ເມືອງ​ທີ່​ໃຫຍ່ເປັນອັນດັບ​ 2 ຂອງ​ປະ​ເທດ ຊຶ່ງ​ເປັນ​ການ​ປະລາໄຊ​ຢ່າງບໍ່
ໜ້າເຊື່ອ ຂອງ​ລັດຖະບານ​ທີ່​ນຳພາ​ໂດຍກຸ່ມ Shi’ite.

ອົງການ​ອົບພະຍົບນາໆ​ຊາດ ຫຼື IOM ​ໄດ້​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່່າ ຕົນ​ມີ​ຄວາມຢ້ານ​ກົວ​
ເຖິງ​ຄວາມ​ຮຸນ​ແຮງ​ໃນ​ເມືອງ Mosul ທີ່ຍັງ​ຜົນ​ໃຫ້​ປະຊາຊົນ 5 ​ແສນ​ຄົນ ​ໄດ້ຫລົບ​ໜີ​
ອອກ​ຈາກ​ບ້ານ​ເຮືອນຂ​ອງ​ພວກເຂົາ​ເຈົ້າ. ອົງການ IOM ​ໄດ້ກ່າວ​ອີກ​ວ່າພວກອົບພະ
ຍົບເຫຼົ່ານີ້ ໄດ້ພາກັນຍ້າຍໜີໄປຢູ່ຫົວເມືອງຕ່າງໆ ຫຼືຫ​ລົບ​ໜີ​ໄປ​ສູ່​ບາງ​ເຂດ​ຂອງ​ແຂວງ Ninevah ຫລື​ແຂວງ Irbil ​ຂອງຊາວ Kurd ທີ່ຕັ້ງໃກ້ຄຽງນັ້ນ.
XS
SM
MD
LG