ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ບົດລາຍ ກ່າວວ່າ ປີ 2023 ເປັນປີແຫ່ງປະຫວັດການ ໃນການຕິດຕັ້ງກັງຫັນລົມ ຂະນະທີ່ໂລກ ພວມເລັ່ງເພີ້ມພະລັງງານທີ່ສະອາດ


ແຟ້ມພາບ - ການຕິິດຕັ້ງແຜ່ນເກັບພະລັງແສງຕາເວັນທ ເຫັນໄດ້ຢູ່ໃກ້ກັບກັງຫັນລົມ ຢູ່ທີ່ຟາມລົມ the Phu Lac ໃນແຂວງ ບິນ ທວນ ທາງພາກໃຕ້ຂອງຫວຽດນາມ, ວັນທີ 23 ເມສາ 2019.
ແຟ້ມພາບ - ການຕິິດຕັ້ງແຜ່ນເກັບພະລັງແສງຕາເວັນທ ເຫັນໄດ້ຢູ່ໃກ້ກັບກັງຫັນລົມ ຢູ່ທີ່ຟາມລົມ the Phu Lac ໃນແຂວງ ບິນ ທວນ ທາງພາກໃຕ້ຂອງຫວຽດນາມ, ວັນທີ 23 ເມສາ 2019.

ໂລກໄດ້ຕິດຕັ້ງກັງຫັນລົມໃໝ່ ທີ່ສາມາດຜະລິດໄຟຟ້າໄດ້ເຖິງ 117 ກິກາວັດໃນປີ 2023 ເຊິ່ງເປັນການເພີ້ມຂຶ້ນເຖິງ 50 ເປີເຊັນຈາກປີກ່ອນ ເຮັດໃຫ້ມັນເປັນປີທີ່ດີທີ່ສຸດສຳລັບໂຄງການກັງຫັນລົມໃໝ່ທີ່ເປັນປະຫວັດການ ອີງຕາມບົດລາຍງານສະບັບໃໝ່ໂດຍ ສະມາຄົມການຄ້າຂອງອຸດສາຫະກຳດັ່ງກ່າວ, ຕາມການລາຍງານຂອງອົງການຂ່າວເອພີີ.

ບົດລາຍງານຫຼ້າສຸດທີ່ເອີ້ນວ່າ Global Wind Report ໄດ້ຖືກພິມອອກເຜີຍແຜ່ໃນວັນຄັງຄານທີ່ຜ່ານມາ ໂດຍສະພາພະລັງງານລົມລະດັບໂລກ ຫຼື GWEC (Global Wind Energy Council) ຄົ້ນຄວ້າສະພາບການຂອງອຸດສາຫະກຳດ້ານລົມຂອງໂລກ ແລະຄວາມທ້າທາຍຕ່າງໆ ທີ່ອຸດສາຫະກຳນີ້ ກຳລັງປະເຊີນໃນການຂະຫຍາຍອຸດສາຫະກຳຂອງຕົນ.

ການຕິດຕັ້ງກັງຫັນລົມທີ່ເພີ້ມຂຶ້ນນັ້ນ “ສະແດງໃຫ້ເຫັນວ່າ ໂລກກຳລັງເຄື່ອນຕົວໄປໃນທິດທາງທີ່ຖືກຕ້ອງໃນການຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດ” ບົດລາຍງານໄດ້ກ່າວ.

ແຕ່ບັນດາຜູ້ຂຽນບົດລາຍງານໄດ້ເຕືອນວ່າ ອຸດສາຫະກຳດ້ານລົມຕ້ອງເພີ້ມການເຕີບໂຕໃນດ້ານພະລັງງານແຕ່ລະປີຂອງຕົນຕື່ມອີກ ໂດຍຢ່າງໜ້ອຍ 320 ກິກາວັດ ພາຍໃນປີ 2030 ເພື່ອທີ່ຈະປະຕິບັດໄດ້ຕາມຄຳປະຕິຍານທີ່ໃຫ້ໄວ້ຢູ່ ກອງປະຊຸມ COP28 ທີ່ຈະຕິດຕັ້ງພະລັງງານໝຸນໃຊ້ ທີ່ມີຄວາມອາດສາມາດຜະລິດພະລັງງານໃຫ້ໄດ້ເຖິງສາມເທົ່າພາຍໃນປີ 2023, ພ້ອມກັນນັ້ນ ໃຫ້ປະຕິບັດໄດ້ຕາມຄວາມມຸ້ງຫວັງຂອງຂໍ້ຕົກລົງປາຣີ ທີ່ຈະຈຳກັດພາວະໂລກຮ້ອນໄວ້ທີ່ 1.5 ອົງສາເຊລຊຽດສ໌.

ຜູ້ອຳນວຍການໃຫຍ່ຂອງ GWEC ທ່ານເບັນ ແບກແວລ ກ່າວວ່າ “ມັນເປັນເລື້ອງທີ່ດີຫຼາຍ ທີ່ເຫັນອຸດສາຫະກຳດ້ານລົມກຳລັງເຕີບໃຫຍຂະຫຍາຍຕົວ ແລະພວກເຮົາພູມໃຈໃນການບັນລຸສະຖິຕິໃໝ່ປະຈຳປີ.” ທ່ານກ່າວຕໍ່ໄປວ່າ “ເຖິງຢ່າງໃດກໍຕາມ ຍັງມີອີກຫຼາຍຢ່າງທີ່ຈຳເປັນຕ້ອງເຮັດ ເພື່ອປົດລັອກການເຕີບໂຕ.”

The world installed 117 gigawatts of new wind power capacity in 2023, a 50% increase from the year before, making it the best year for new wind projects on record, according to a new report by the industry's trade association.

The latest Global Wind Report, published Tuesday by the Global Wind Energy Council, explores the state of the global wind industry and the challenges it's facing in its expansion.

The increase in wind installations "shows that the world is moving in the right direction in combating climate change," the report said.

But the authors warned that the wind industry must increase its annual growth to at least 320 gigawatts by 2030 in order to meet the COP28 pledge to triple the world's installed renewable energy generation capacity by 2030, as well as to meet the Paris Agreement's ambition of capping global warming to 1.5 degrees Celsius (2.7 Fahrenheit).

"It's great to see wind industry growth picking up, and we are proud of reaching a new annual record," said GWEC CEO Ben Backwell, "however much more needs to be done to unlock growth."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG