ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເສລີພາບ ໃນທົ່ວໂລກ ໄດ້ຫຼຸດລົງ ເປັນປີທີ 11 ລຽນຕິດ

ພາບຖ່າຍຈາກຈໍພາບ ບົດລາຍງານປະຈຳປີ 2016 ຈັດທຳໂດຍ ອົງການ Freedom House ທີ່ມີຫົວຂໍ້ "Populists and Autocrats: The Dual Threat to Global Democracy," ວັນທີ 31 ມັງກອນ 2017.
ພາບຖ່າຍຈາກຈໍພາບ ບົດລາຍງານປະຈຳປີ 2016 ຈັດທຳໂດຍ ອົງການ Freedom House ທີ່ມີຫົວຂໍ້ "Populists and Autocrats: The Dual Threat to Global Democracy," ວັນທີ 31 ມັງກອນ 2017.

ກຸ່ມປົກປ້ອງສິດທິມະນຸດ Freedom House ຂອງສະຫະລັດ ກ່າວວ່າ ສິດເສລີພາບ
ໃນທົ່ວໂລກ ໄດ້ຕົກຕ່ຳລົງ ໃນປີ 2016 ເປັນປີທີ 11 ລຽນຕິດ ຊຶ່ງການຫລຸດລົງນີ້ ທາງ​ອົງການ​ດັ່ງກ່າວ ໄດ້ຖິ້ມໂທດໃສ່ ການເພີ້ມຂຶ້ນ ຂອງລະບົບ ປະຊານິຍົມ ແລະ ຊາດ
ນິຍົມ ໃນປະເທດປະຊາທິປະໄຕຕ່າງໆ ແລະ ມີອຳນາດຜະເດັດການຫຼາຍຂຶ້ນ ໃນປະເທດອື່ນໆ.

ພວກເດີນຂະບວນທີ່ສະໜັບສະໜູນຊາວເຄີດ ພາກັນປະທ້ວງ ຕໍ່ຕ້ານ ປະທານາທິບໍດີ ຂອງເທີກີ ທ່ານ Recep Tayyip Erdogan ແລະການກົດຂີ່ທາງດ້ານການເມືອງ ຫຼັງຈາກການກໍ່ລັດຖະປະຫານຂອງກອງທັບ ເມື່ອເດືອນກໍລະກົດປີກາຍນີ້ ໄດ້ລົ້ມແຫລວ ໄດ້, ໃນນະຄອນ Cologne ຂອງເຢຍຣະມັນ, ວັນທີ 12 ພະຈິກ 2016.

ການປະເມີນຜົນທີ່ໜ້າເປັນຫ່ວງ ມີຂຶ້ນໃນການສຳຫຼວດປະຈຳປີ ດ້ານເສລີພາບ ໃນທົ່ວໂລກ ຂອງກຸ່ມດັ່ງກ່າວ ທີ່ໄດ້ຖືກພິມເຜີຍແຜ່ ໃນວັນຈັນວານນີ້ ​ໂດຍ​ມີຫົວຂໍ້
ວ່າ Populists and Autocrats: The Dual Threat to Global Democracy.

ໃນ 195 ປະເທດ ທີ່ໄດ້ຖືກປະເມີນຜົນ ໃນບົດລາຍງານອົງການ Freedom House
ນັ້ນ 45 ເປີເຊັນໄດ້ຖືກຕີລາຄາວ່າ ມີເສລີ 30 ເປີເຊັນໄດ້ຖືກຕີລາຄາວ່າ ມີເສລີ
ບາງສ່ວນ ແລະ 25 ເປີເຊັນ ໄດ້ຖືກຕີລາຄາວ່າ ບໍ່ມີເສລີ​ເລີຍ. ບົດລາຍງານ ໄດ້
ກ່າວວ່າ 67 ປະເທດ ໄດ້ປະສົບກັບການຫລຸດລົງ ໃນສິດທິດ້ານການເມືອງ ແລະ
ສິດເສລີພາບຕ່າງໆຂອງພົນລະເມືອງໃນປີ 2016 ໂດຍສ່ວນໃຫຍ່ ໃນປະເທດທີ່ມີ
ການຈັດຕັ້ງທີ່ເປັນປະຊາທິປະໄຕເຊັ່ນບຣາຊີລ ຝຣັ່ງ ເຢຍ ຣະມັນ ແລະ ສະຫະລັດ.
ບົດລາຍງານໄດ້ກ່າວອີກວ່າ ມີພຽງ 36 ປະເທດໄດ້ເຫັນການປັບປຸງທີ່ດີຂຶ້ນກ່ຽວ​ກັບ
ເສລີພາບ ໂດຍປ່ອຍໃຫ້ການທີ່ໄດ້ມານັ້ນ ເຮັດໃຫ້ຈຳນວນຫຼາຍກວ່າ ໂດຍປະເທດ
ທີ່ມີການຕົກຕ່ຳຂອງເສລີພາບ ມາ 11 ປີລຽນຕິດ.

ພາບນີ້ ບໍ່ໄດ້ລະບຸວັນເວລາ ໄດ້ຖືກເປີດເຜີຍ ໂດຍກະຊວງປ້ອງກັນປະເທດ ຂອງຣັດເຊຍ ອ້າງວ່າ ມັນສະແດງໃຫ້ເຫັນ ທະຫານວິສະວະກຳ ຂອງລັດເຊຍ ລົດຫຸ້ມເກາະບັນທຸກທະຫານ ແລ່ນປະຕິບັດການ ຢູ່ໃນເມືອງ Aleppo ຂອງ Syria.
ພາບນີ້ ບໍ່ໄດ້ລະບຸວັນເວລາ ໄດ້ຖືກເປີດເຜີຍ ໂດຍກະຊວງປ້ອງກັນປະເທດ ຂອງຣັດເຊຍ ອ້າງວ່າ ມັນສະແດງໃຫ້ເຫັນ ທະຫານວິສະວະກຳ ຂອງລັດເຊຍ ລົດຫຸ້ມເກາະບັນທຸກທະຫານ ແລ່ນປະຕິບັດການ ຢູ່ໃນເມືອງ Aleppo ຂອງ Syria.

​ໃນ​ການ​ຖະ​ແຫຼງ ຕໍ່ວີ​ໂອ​ເອ ຜ່ານ​ທາງ Skype ຈາກ​ນະຄອນ​ນິວຢອກ ​ໂຄສົກ​ຂອງ​ອົງການ Freedom House ນາງ Sarah Repucci ກ່າວ​ວ່າ ປະ​ເທດ ທີ່​ມີ​ສິດ
​ເສລີພາບ​ຫລຸດ​ລົງ​ຫຼາຍທີ່​ສຸດ​ໃນ​ປີ 2016 ​ກໍ​ແມ່ນ​ເທີ​ກີ ທີ່​ມີ​ສິດ​ເສລີ​ເປັນ ບາງ​ສ່ວນ.
​ນາງ Repucci ກ່າວ​ວ່າ ພວກ​ເຮົາ​ເລີ້ມ​ເຫັນ​ ການ​ຈຳກັດ​ຮັດ​ແຄບ ກ່ຽວ​ກັບ​ສິດ
​ເສລີພາບ​ໃນດ້ານ​ການ​ຂ່າວ ຢູ່​ເທີ​ກີ ກ່ອນ​ການ​ພະຍາຍາມ​ເຮັດ​ລັດ ຖະປະຫານ​ທີ່
​ບໍ່​ປະສົບຜົນສຳ​ເລັດ ​ໃນ​ເດືອນ​ກໍລະກົດດ້ວຍ​ຊ້ຳ ​ໂດຍ​ອ້າງ​ການ ​ເຄື່ອນ​ໄຫ​ວ ຂອງ​
ປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan ທີ່​ຈະ ອັດ​ສື່​ມວນ​ຊົນ ​
ອິດສະຫຼະ​ຫຼື ບໍ່​ກໍ​ເຂົ້າຍຶດ​ເອົາ. ຫລັງ​ຈາກ​ນັ້ນ ທ່ານ​ນາງ​ກ່າວ​ຕື່ມ​ວ່າ ທ່ານ Erdogan
ກໍ ​ໄດ້​ໃຊ້​ການ​ເຮັດ​ລັດຖະປະຫານ​ທີ່​ບໍ່​ປະສົບ​ຜົນສຳ​ເລັດ​ເປັນ​ຂໍ້​ອ້າງ ​ເພື່ອ​ປາບ
​ປາມ ​ພວກ​ນັກ​ຂ່າວ ພວກ​ນັກ​ເຄື່ອນ​ໄຫວ​ ຂອງ​ອົງການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບ​ ລັດ
ຖະບານ ​ແລະ​ພວກ​ຝ່າຍ​ຄ້ານ​ເພີ້ມຂຶ້ນ ດ້ວຍ​ການ​ຈັກ​ກຸມ​ຄຸມ​ຂັງ​ຂະໜາດ​ໃຫຍ່ ​ແລະ​
ສົ່ງ​ຈຳ ນວນ​ນຶ່ງ​ໄປ​ລີ້​ໄພ​ຢູ່​ຕ່າງປະ​ເທດ ​ແລະ​ກໍ​ໄດ້​ປະກາດ​ໃຊ້​ພາວະ​ສຸກ​ເສີນ ທີ່​ໄດ້​
ຕັດຮອນ​ສິດ​ເສລີພາບ​ຂັ້ນພື້ນຖານ ຂອງ​ປະຊາຊົນ​ທຳ​ມະ​ດາ​ສາມັນທົ່ວໆ​ໄປ.

ລາຍ​ງານ​ໃຫ້​ຂໍ້​ສັງ​ເກດວ່າ​ ​ເທີກີ ​ແມ່ນ​ປະ​ເທດ​ທີ່​ໄດ້​ຮັບ​ເຄາະ​ ຈາກ​ການ​ກໍ່​ການ​ຮ້າຍ​
ຫຼາຍໆ​ຄັ້ງ ​ໃນ​ປີ 2016. ທ່ານ Erdogan ກ່າວ​ວ່າ ​ໃນ​ປີ​ກາຍ​ນີ້ ການຕໍ່ສູ້​ຕ້ານ​ພວກ
​ກໍ່​ການ​ຮ້າຍ ​ແມ່ນ​ບູລິ​ມະ​ສິດ​ສູງ​ສຸດ​ຂອງ​ເທີ​ກີ ຊຶ່ງ​ມີ​ຄວາມ​ສຳຄັນ​ກວ່າ ປະຊາທິປະ​ໄຕ
ສິດ​ເສລີພາບ ​ແລະ​ການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດໝາຍ ຊຶ່ງ​ທ່ານ ​ໄດ້​ກ່າວ​ວ່າ “​ແນ່
ນອນ​ບໍ່​ມີ​ຄຸນຄ່າ​ອີກ​ຕໍ່​ໄປ​ແລ້ວ.”

Survey: Global Freedom Drops for 11th Year
please wait

No media source currently available

0:00 0:02:57 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG