ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ: ໃນເດືອນພະຈິກແລ້ວນີ້ ມີນັກໂທດຖືກປະຫານຊີວິດ122 ຄົນຢູ່ໃນ ອີຣ່ານ


ແຜນທີ່ປະເທດອີຣ່ານ.
ແຜນທີ່ປະເທດອີຣ່ານ.

ບົດ​ລາຍ​ງານ​ໃໝ່​ຂອງ​ກຸ່ມປົກ​ປ້ອງສິດທິ​ມະນຸດ ເຊິ່ງໄດ້​ຕິດຕາມ​ຢ່າງ​ໃກ້ຊິດ​ວ່າມີ​ນັກ​ໂທດ​ຈັກຄົນ​ ຖືກ​ປະຫານ​ຊີວິດ​ຢູ່​ ​ອີຣ່ານ ​ໃນ​ແຕ່​ລະ​ເດືອນ ​ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ການ​ເພີ່ມ​ຂຶ້ນ ທີ່ເປັນຕາຢ້ານ​ ໃນ​ການ​ໃຊ້​ໂທດ​ປະ​ຫານ​ຢູ່​ທີ່ນັ້ນ.

ອົງການ​ປົກ​ປ້ອງສິດທິມະນຸດ ແຮັງ​ກໍ (Hengaw) ໄດ້ບັນທຶກການປະຫານຊີວິດຢ່າງຫນ້ອຍ 100 ຄົນຢູ່ໃນອີຣ່ານໃນເດືອນແລ້ວນີ້, ເຊິ່ງຊີ້ໃຫ້ເຫັນເຖິງການເພີ່ມຂຶ້ນຢ່າງຫຼວງຫຼາຍ ໂດຍຫຼາຍກ່ວາ 50 ເປີເຊັນ ເມື່ອສົມທຽບກັບເດືອນທີ່ຜ່ານມາ.

ໃນບົດລາຍງານທີ່ໄດ້ເປີດເຜີຍອອກມາໃນວັນເສົາແລ້ວນີ້, ອົງການ ແຮັງກໍ ໄດ້ເປີດເຜີຍການເພີ່ມຂຶ້ນ ທີ່ພົ້ນເດັ່ນກ່ຽວກັບ 56.5 ເປີເຊັນ ຂອງຈໍານວນການປະ ຫານຊີວິດໃນເດືອນພະຈິກ, ເຊິ່ງໄດ້ບັນທຶກ 122 ກໍລະນີເມື່ອທຽບກັບ 78 ກໍ ລະນີ ທີ່ໄດ້ລາຍງານໃນເດືອນຕຸລາທີ່ຜ່ານມາ.

ອີງຕາມການຄົ້ນພົບ ຂອງອົງການແຮັງກໍ​ ເກືອບເຄິ່ງຫນຶ່ງຂອງບຸກຄົນທີ່ຖືກປະຫານຊີວິດໃນເດືອນແລ້ວນີ້ ປະເຊີນກັບຂໍ້ກ່າວຫາທີ່ພົວພັນກັບການກະທໍາຜິດກ່ຽວກັບຢາເສບຕິດ.

ແຕ່​ອົງການປົກ​ປ້ອງ​ສິດທິ​ມະນຸດ​ກ່າວ​ວ່າ ບໍ່​ແມ່ນ​ທັງ​ໝົດ​ທີ່​ກ່ຽວຂ້ອງ​ກັບ​ຂໍ້​ກ່າວ​ຫາ​ກ່ຽວ​ກັບ​ຢາ​ເສບ​ຕິດ. ພວກເຂົາເຈົ້າກ່າວ​ວ່າ ມີ​ຢ່າງ​ໜ້ອຍ 11 ຄົນ​ຂອງ​ພວກ​ທີ່​ຖືກ​ປະຫານ​ຊີວິດ​ນັ້ນ​ເປັນ​ນັກ​ໂທດ​ການ​ເມືອງ ​ແລະ​ສາສະໜາ. ສອງ​ຄົນ​ເປັນເຍົາວະຊົນ​ທີ່ກະ​ທຳ​ຜິດ​ ​ແລະແມ່ຍິງ​ສອງ​ຄົນ ​ແມ່ນ​ລວມຢູ່​ໃນ​ຜູ້​ທີ່​ຖືກ​ປະຫານ​ຊີວິດ​ໃນ​ເດືອນ​ພະຈິກ.

ອ່ານບົດລາຍງານນີ້ເປັນພາສາອງກິດ

XS
SM
MD
LG