ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກປະຫວັດສາດຄົນ ອາເມຣິກັນ ທີ່ມີຊື່ສຽງ ກ່ຽວກັບ ອັຟການິສຖານ ເສຍຊີວິດ ໃນນະຄອນຫຼວງ ກາບູລ


ທ່ານນາງ Nancy Hatch Dupree ຟັງຄຳຖາມໃນລະຫວ່າງ ການສຳພາດກັບອົງການຂ່າວ AP ທີ່ສູນ ອັຟການິສຖານ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 9 ທັນວາ, 2014.
ທ່ານນາງ Nancy Hatch Dupree ຟັງຄຳຖາມໃນລະຫວ່າງ ການສຳພາດກັບອົງການຂ່າວ AP ທີ່ສູນ ອັຟການິສຖານ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 9 ທັນວາ, 2014.

ທ່ານນາງ Nancy Hatch Dupree ຜູ້ຊ່ຽວຊານທີ່ມີຄວາມຮູ້ຢ່າງຫຼວງຫຼາຍ ກ່ຽວກັບ ປະຫວັດສາດ, ສິລະປະ ແລະ ບູຮານນະຄະດີຂອງ ອັຟການິສຖານ ໄດ້ເສຍຊີວິດໃນ
ວັນອາທິດມື້ນີ້ ດ້ວຍອາຍຸ 90 ປີ ຫຼັງຈາກໄດ້ຕໍ່ສູ້ກັບຄວາມເຈັບປ່ວຍໃນໂຮງໝໍນະຄອນ
ຫຼວງ ກາບູລ, ອີງຕາມການປະກາດຂອງບັນດາເຈົ້າໜ້າທີ່.

ທ່ານນາງ Dupree ໄດ້ເດີນທາງຮອດປະເທດດັ່ງກ່າວໃນປີ 1962 ໃນຖານະພັນລະ
ຍາຂອງນັກການທູດ ແລະ ອຸທິດຊີວິດຂອງເພິ່ນໃນການສະສົມ ແລະ ຮັກສາມູນມໍລະ
ດົກຂອງປະເທດທີ່ໄດ້ຖືກທຳລາຍໂດຍສົງຄາມໄວ້.

ໃນປີ 2013, ທ່ານນາງໄດ້ສ້າງຕັ້ງ ແລະ ເປີດສູນ ອັຟການິສຖານ ທີ່ມະຫາວິທະຍາໄລ
ກາບູລ ຫຼື ACKU ເປັນອາຄານຫຼັງທຳອິດໃນປະເທດ ທີ່ໄດ້ຖືກມອບໃຫ້ເພື່ອການສຶກ
ສາ ກ່ຽວກັບ ປະຫວັດສາດ, ວັດທະນະທຳ ແລະ ສັງຄົມຂອງ ອັຟການິສຖານ. ນັກປະ
ຫວັດສາດທີ່ໄດ້ເສຍຊີວິດ ເຄີຍເປັນຜູ້ອຳນວຍການຂອງສູນ ຈົນຮອດເມື່ອບໍ່ດົນມານີ້.

ຖະແຫຼງການສະບັບໜຶ່ງຂອງສູນໄດ້ກ່າວວ່າ “ວິໄສທັດຂອງທ່ານນາງສຳລັບ ACKU
ແມ່ນມັນຈະປະກອບສ່ວນໃນການຟື້ນຟູ ປະຊາຊົນ ອັຟການິສຖານ ໂດຍການເຕົ້າ
ໂຮມທຶນການສຶກສາ ກ່ຽວກັບ ວັດທະນະທຳ, ປະຫວັດສາດ ແລະ ການເມືອງຂອງປະ
ເທດໄວ້ໃນບ່ອນດຽວກັນ.”

ໃນການສຳພາດຫຼາຍຄັ້ງກັບວີໂອເອ ເມື່ອຫຼາຍປີຜ່ານມາ, ທ່ານນາງ Dupree ໄດ້
ກ່າວວ່າ ACKU ໄດ້ຮັບແຮງບັນດານໃຈໂດຍວຽກງານ ແລະ ວິໄສທັດຂອງທ່ານ
Louis Dupree, ນັກບູຮານນະຄະດີ ແລະ ນັກວິຊາການທີ່ມີຊື່ສຽງ ກ່ຽວກັບ ວັດທະ
ນະທຳ ແລະ ປະຫວັດສາດຂອງ ອັຟການິສຖານ, ສາມີຜູ້ທີ່ເປັນນັກການທູດຂອງ
ທ່ານນາງ.

ທັງສອນຄົນໄດ້ໄປລີ້ໄພຢູ່ໃນປະເທດ ປາກິສຖານ ທີ່ຢູ່ໃກ້ຄຽງ ຫຼັງຈາກພວກເພິ່ນໄດ້
ຖືກຂັບໄລ່ອອກຈາກປະເທດໃນປີ 1978 ລັດຖະບານ ອັຟການິສຖານ ທີ່ໃນເວລານັ້ນ
ໄດ້ຮັບການໜູນຫຼັງໂດຍ ໂຊວຽດ, ເຊິ່ງໄດ້ສົງໄສທ່ານ Louis ວ່າເປັນນັກສອດແນມ
ອາເມຣິກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG