ການສູ້ລົບກັນຄືນໃໝ່ ໄດ້ຂັດຂວາງຄວາມພະຍາຍາມບັນເທົາ
ທຸກຂອງຢູເອັນ ຢູ່ໃນເມືອງ Homs ທີ່ປະສົບກັບສົງຄາມຢ່າງຮຸນ
ແຮງຂອງຊີເຣຍ ເມື່ອວັນເສົາວານນີ້ ອັນເປັນການ ລະເມີດຂໍ້ຕົກ
ລົງຢຸດສາມມື້ ເພື່ອມະນຸດສະທໍາທີ່ທັງສອງຝ່າຍໄດ້ຕົກລົງນໍາກັນນັ້ນ.
ສະພາກາແດງ ຊີເຣຍ ເວົ້າວ່າ ຄົນຂັບລົດຄົນນຶ່ງຂອງຂະບວນ
ລົດຂົນສົ່ງ ສະບຽງຊ່ວຍເຫຼືອ ໄດ້ຮັບບາດເຈັບ ເວລາພວກຄົນທີ່
ບໍ່ຊາບຝ່າຍ ໄດ້ຍິງໃສ່ລົດຂອງຜູ້ກ່ຽວ.
ລູກປືນຄົກຫຼາຍລູກໄດ້ຕົກລົງໃສ່ໃກ້ຂະບວນລົດບັນທຸກ ແລະມີລາຍງານວ່າ ມີການຍິງປືນໃຫຍ່ ຢູ່ແຫ່ງອື່ນໆອີກໃນເມືອງ Homs.
ລັດຖະບານຊີເຣຍ ແລະຝ່າຍຄ້ານ ໄດ້ຖິ້ມໂທດໃສ່ກັນແລະກັນ ວ່າເປັນຝ່າຍລະເມີດສັນຍາ
ຢຸດຍິງ ຊຶ່ງໄດ້ມີເປົ້າໝາຍເພື່ອໃຫ້ນໍາເອົາສະບຽງຊ່ວຍເຫຼືອ ເຂົ້າໄປ ແລະປ່ອຍໃຫ້ພວກພົນ
ລະເຮືອນໄດ້ຫຼົບໜີ ອອກຈາກເມືອງໄປ.
ທ່ານນາງ Valerie Amos ຜູ້ປະສານງານບັນເທົາສຸກເສີນຂອງຢູເອັນ ເວົ້າວ່າ ທ່ານນາງ ຮູ້ສຶກຜິດຫວັງຫຼາຍ ທີ່ໄດ້ມີການລະເມີດການຢຸດຍິງ ແລະໄດ້ມີການໂຈມຕີພວກ ຄົນງານຊ່ວຍເຫຼືອຢ່າງຈົງໃຈ. ທ່ານນາງ ກ່າວວ່າ ມັນເປັນການເຕືອນຢ່າງແຈ້ງຂາວ ເຖິງອັນຕະ
ລາຍທີ່ພວກພົນລະເຮືອນ ແລະພວກຄົນງານຊ່ວຍເຫຼືອປະເຊີນໜ້າຢູ່ທຸກໆມື້ ໃນຊີເຣຍນັ້ນ.