ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການເພັ່ງເລັງ ການໂຈມຕີດ້ວຍສານເຄມີ ໃສ່ບັນດານັກຮຽນຍິງອີກຄັ້ງ ຢູ່ໃນອີຣ່ານ

ຮູບພາບທີ່ໄດ້ເອົາອອກມາຈາກວີດີໂອຂອງ UGC ແລະເຮັດໃຫ້ສາມາດນໍາມາເຜີຍແຜ່ຢູ່ໃນ ESN ໄດ້ ໃນວັນທີ 4 ມີນາ 2023, ສະແດງໃຫ້ເຫັນບັນດາຄອບຄົວຕ່າງໆ ພາກັນອອກມາໂຮມຊຸມນຸມ ແລະຮ້ອງສຽງດັງຟົດຟື້ນ ຢູ່ດ້ານນອກຕຶກອາຄານກະຊວງສຶກສາ ໃນນະຄອນຫຼວງເຕຫະຣ່ານ, ລຸນຫຼັງການໂຈມຕີ ດ້ວຍການວາງຢາພິດໃສ່ບັນດານັກຮຽນ.

ໃນຂະນະທີ່ໂຮງຮຽນຢູ່ໃນອີຣ່ານ ເປີດຄືນອີກ ຫຼັງຈາກວັນພັກໃນມື້ປີໃໝ່, ບັນ ດານັກຮຽນຍິງ ຍັງຄົງເປັນເປົ້າໝາຍໃນການໂຈມຕີດ້ວຍສານເຄມີອີກຄັ້ງ.

ຍັງບໍ່ທັນເປັນອັນແຈ່ມແຈ້ງໃນທັນທີທັນໃດວ່າ ແມ່ນໃຜເປັນຜູ້ຮັບຜິດຊອບຕໍ່ການວາງຢາພິດ, ແຕ່ປະຊາຊົນຊາວອີຣ່ານບາງຄົນສົງໄສວ່າ ມີ​ທ່າ​ທາງວ່າ ອາດຈະແມ່ນລັດຖະບານຂອງພວກເຂົາເຈົ້າເອງ ເປັນຜູກະທໍາ.

ການໂຈມຕີດັ່ງກ່າວ ເພັ່ງເລັງໃສ່ໂຮງຮຽນຕ່າງໆຢູ່ໃນທົ່ວປະເທດ ແລະບັນດານັກຮຽນກໍຖືກວາງຢາພິດໂດຍບໍ່ຮູ້ວ່າແມ່ນສານອັນໃດ ທີ່ໄດ້ແຜ່ກະຈາຍໄປທົ່ວອາຄານໂຮງຮຽນເຫຼົ່ານັ້ນ, ອີງຕາມລາຍງານຂອງສື່ມວນຊົນ. ຜູ້ເຄາະຮ້າຍບາງຄົນຖືກນໍາໂຕເຂົ້າຮັກສາຢູ່ໂຮງໝໍດ້ວຍອາການຫາຍໃຈຖີ່ ແລະມີອາການກ່ຽວກັບທາງເດີນຫາຍໃຈອື່ນໆ.

ການວາງຢາພິດ ມີຂຶ້ນພຽງແຕ່ໄລຍະເວລາສັ້ນໆ ລຸນຫຼັງເລີ້ມມີການເຄື່ອນໄຫວການປະທ້ວງຢູ່ໃນອີຣ່ານ ເນື່ອງຈາກການເສຍຊີວິດ ຂອງນາງມາຊາ ອາມີນີ, ໃນລະຫວ່າງທີ່ນາງຖືກຄວບຄຸມໂຕ ລຸນຫຼັງທີ່ນາງຖືກຈັບ ໂດຍຕໍາຫຼວດສິນທໍາຂອງອີຣ່ານ ຍ້ອນການໃສ່ຜ້າປົກຫົວຮີຈາບທີ່ບໍ່ເໝາະສົມ.

ຜູ້ນໍາສູງສຸດຂອງອີຣ່ານ ອາຢາໂທ​ລາ ອາລີ ຄາເມ​ນີ ໄດ້ຮຽກຮ້ອງໃຫ້ຊອກຫາຜູ້ທີ່ມາຮັບຜິດຊອບ ແລະນໍາໂຕພວກເຂົາເຫຼົ່ານັ້ນມາລົງໂທດ ​ໃນການວາງຢາພິດດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG