ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທະ​ຫານ​ ນາຍພົນ Haftar ງົດ ການປະຕິບັດງານ ຂອງສະພາ ລີເບຍ (ສະ​ໄລ​ດ໌/ວີດີໂອ)


libya19may14
please wait
Embed

No media source currently available

0:00 0:01:45 0:00

ເບິ່ງວີດີໂອເລື້ອງນີ້

ພວກ​ທະຫານ​ບ້ານ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ນາຍ​ພົນທະຫານ​ເບ້ຍ
​ບຳນານ​ລີ​ເບຍກ່າວ​ວ່າ ພວກ​ເຂົາ​ໄດ້​ “ງົດ​ການ​ປະຕິບັດ​
ງານ”
ຂອງ​ລັດຖະສະພາ​ໄວ້ ຫຼັງ​ຈາກ​ເປີດ​ສາກ​ໂຈມ​ຕີ​ສະ
ພາ​ນິຕິບັນຍັດ ​ດັ່ງກ່າວ.

ພວກ​ກຳລັງ​ທີ່​ທໍລະ​ຍົດ​ຕໍ່​ລັດຖະບານ ພາຍ​ໃຕ້​ການ​ບັງຄັບ​ບັນ
ຊາ​ຂອງ​ອະດີດ​ນາຍ​ພົນ Khalifa Haftar ​ໄດ້​ບຸກລຸກ​ເຂົ້າ​ໄປ​
ໃນ​ຕຶກ​ລັດຖະສະພາ​ທີ່​ນະຄອນ Tripoli ​ໃນ​ວັນ​ອາທິດ​ວານ​ນີ້
​ໂດຍ​ພາກັນ​ຍິງ​ອາວຸດ​ປືນ ​ແລະ​ກວດ​ຄົ້ນ​ພວກ​ຫ້ອງການ​ຕ່າງໆ
​ຂອງ​ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ດັ່ງກ່າວ.

ພັນ​ເອກ Mukhtar Fernana ອະດີດ​ສາລະວັດ​ທະຫານ​ຈາກຂົງ​ເຂດ Zintan
ກ່າວ​ວ່າ” ພວກ​ເຮົາ​ປະກາດ​ຢຸດ​ການ​ປະຕິບັດ​ງານ​ຕ່າງ​ໆ​ຂອງ​ສະຫາ​ແຫ່ງ​
ຊາດ ​ແລະ​ສະພາ​ດັ່ງກ່າວ​ຈະ​ບໍ່​ມີ​ບົດບາດ​ໃດໆ​ຕື່ມ​ອີກ ​ໃນ​ການ​ຮັບ​ມື​ກັບ​
ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ ບໍ່​ມີ​ບົດ​ໃດໆ​ໃນ​ການ​ອອກ​
ກົດໝາຍ ຫຼື​ເລື້ອງ​ການ​ປົກຄອງ​ອື່ນໆ.


ຜູ້​ຄົນ​ສາມາດ​ຫຼຽວ​ເຫັນ​ຄວັນ​ໄຟ​ກຸ້ມ​ຂຶ້ນ​ສູ່​ທ້ອງຟ້າ​ຈາກ​ຕຶກ​ລັດຖະພາ​ນັ້ນ.

ລາຍ​ງານ​ຂ່າວ​ຕ່າງໆທີ່​ບໍ່​ໄດ້​ຮັບ​ການ​ຢືນຢັນ ກ່າວ​ວ່າ ມີ​ປະຊາຊົນ 2 ຄົນເສຍ​ຊີ
ວິດ ​ແລະ​ປະມານ 50 ຄົນ​ຕື່ມ​ອີກ​ໄດ້​ຮັບ​ບາດ​ເຈັບ​ໃນ​ການກໍ່​ຄວາມ​ຮຸນ​ແຮງ​ດັ່ງ
ກ່າວ.

​ໃນ​ເຊົ້າ​ວັນ​ຈັນ​ມື້​ນີ້ ລັດຖະບານ​ຮັກສາ​ການ​ຊົ່ວຄາວ​ຂອງ​ລີ​ເບຍ ​ໄດ້​ປະນາມ​ການ​
ໂຈມ​ຕີ​ດັ່ງກ່າວ.

ທ່ານ Salah Al-Marghani ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຂອງ​ລີ​ເບຍກ່າວວ່າ
“ລັດຖະບານຂໍ​ປະນາມ ການສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ທາງ​ດ້ານ​
ການ​ເມືອງ ​ໂດຍ​ການ​ໃຊ້​ກຳລັງ​ທັບ​ຈາກ​ທຸກ​ພັກ​ຝ່າຍ ​ແລະ​ລັດຖະບານ
ຂໍ​ຮຽກຮ້ອງ​ໃຫ້​ຍຸດຕິ​ໃນ​ທັນທີ ​ການ​ໃຊ້​ຄັງ​ອາວຸດໃດໆ​ຂອງທະຫານ.


ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ອະດີດ​ນາຍ​ພົນທະຫານ Haftar ມີ​ກຳລັງພຽງພໍ​
ເພື່ອ​ຈະ​ຄວບ​ຄຸມ​ສະຖານະ​ການ​ໃນ​ນະຄອນ Tripoli ນີ້​ໄວ້​ໄດ້​ຫຼື​ບໍ?.
XS
SM
MD
LG