ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານທູດ ຣີນາ ບິດເຕີ ໃຫ້ສຳພາດ ຕໍ່ສື່ມວນຊົນ ໃນໂອກາດ ວັນຊາດ ສະຫະລັດ


ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ໃຫ້ສຳພາດ ແກ່ວິທະຍຸແຫ່ງຊາດ
ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ໃຫ້ສຳພາດ ແກ່ວິທະຍຸແຫ່ງຊາດ

ທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ໄດ້ໃຫ້ສຳ
ພາດແກ່ສື່ມວນຊວນ ໃນໂອກາດ ການສະເຫຼີມສະຫຼອງວັນຊາດສະຫະລັດ ເມື່ອວັນທີ
6 ກໍລະກົດທີ່ຜ່ານມານີ້ ອີງຕາມຖະແຫຼງຂ່າວຂອງສະຖານທູດທີ່ຫາກໍນຳອອກເຜີຍແຜ່.

ທ່ານເອກອັກຄະລັດຖະທູດສະຫະລັດກ່າວວ່າ ໃນປີ 1776 ພວກເຮົາໄດ້ປະກາດເອກ
ກະລາດ ເຊິ່ງເປັນມື້ທີ່ພວກເຮົາປະກາດວ່າປະເທດພວກເຮົາໄດ້ເປັນເອກະລາດ. ທ່ານ
ອາດຈະເຫັນ ໃນງານມື້ນີ້ ເວລາທ່ານເລາະໄປມາ ແລະໄດ້ເຫັນກິດຈະກຳຫຼາຍອັນ ໃນ
ງານ ແລະຫຼາຍສິ່ງເຫຼົ່ານີ້ທີ່ປະຊາຊົນອາເມຣິກັນໄດ້ພາກັນສະເຫຼີມສະຫຼອງໃນງານວັນ
ຊາດວັນທີ 4 ກໍລະກົດ. ນອກນັ້ນ ຍັງເປັນຊ່ວງເວລາທີ່ຄົນອາເມຣິກັນ ພາກັນໃຊ້ເວລາ
ກັບຄອບຄົວ ແລະ ໝູ່ເພື່ອນ ໄປທ່ອງທ່ຽວປິກນິກ. ສ່ວນຫຼາຍໃນມື້ນີ້ ຄົນອາເມຣິກັນໄດ້
ຖືໂອກາດນີ້ໃນການສະທ້ອນກ່ຽວກັບສິ່ງທີ່ພວກເຂົາໄດ້ຮັບໂຊກຮັບໄຊຕ່າງໆ ແລະອິດ
ສະຫຼະ ພາບ.

ຂ້າພະເຈົ້າມາປະຈຳຢູ່ ສປປ ລາວ ເກືອບຮອດ 10 ເດືອນແລ້ວ ແລະປີທີແລ້ວນີ້ ທ່ານ
ອະດິດປະທານາທິບໍດີ ໂອມາມາ ກໍໄດ້ມາຢ້ຽມຢາມ ສປປ ລາວ ແລະ ທ່ານກໍໄດ້ເນັ້ນ
ເຖີງການສືບຕໍ່ ການຮ່ວມມືໃນການເຮັດວຽກຮ່ວມກັນເຊີ່ງມັນສ່ວນໜຶ່ງຂອງການຮ່ວມ
ມືແບບກວມລວມ. ຂະແໜງການເຫຼົ່ານີ້ ລວມທັງຂະແໜງການທີ່ພວກເຮົາກຳລັງເຮັດ
ຢູ່ເຊັ່ນ ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ. ນອກນັ້ນທາງດ້ານການພັດທະນາ ພວກ
ເຮົາໄດ້ເອົາໃຈໃສ່ເປັນພິ ເສດກ່ຽວກັນວຽກງານໂພຊະນາການ ແລະການສຶກສາ ແລະ
ທ່ານໂອບາມາ ມີຄວາມໝາຍໝັ້ນໃຫ້ພວກເຮົາເສີມຂະຫຍາຍ ສາຍພົວພັນທາງດ້ານ
ການຄ້າລະຫວ່າງສອງປະເທດ. ບັນດາຂະແໜງການທີ່ຂ້າພະເຈົ້າໄດ້ເວົ້າມານັ້ນແມ່ນ
ມີຄວາມກ້າວຫນ້າ ໂດຍສະເພາະດ້ານການຄ້າທີ່ມີການພັດທະນາຢ່າງຕໍ່ເນື່ອງຄືພວກ
ເຮົາຮູ້ນຳກັນຫັ້ນ ແລະວ່າ ບໍລິສັດ ລາວ ໂຄຄາ-ໂຄລາ ຖືເປັນບໍລິສັດໃຫຍ່ຂອງສະຫະ
ລັດ ທີ່ມາລົງທຶນຢູ່ ສປປ ລາວ ແລະຍັງມີບໍລິສັດ GE ເຊິ່ງເປັນບໍລິສັດໜຶ່ງທີ່ໃຫຍ່ທີສຸດ
ໃນໂລກ ທີ່ຫາກະເປີດຫ້ອງການ ຢູ່ທີ່ນະຄອນຫລວງວຽງຈັນ. ສິ່ງໜຶ່ງ ທີ່ຫນ້າສົນໃຈ ຄື
ສປປ ລາວ ໄດ້ມີການພົວພັນ ນັບມື້ນັບຫຼາຍຂື້ນ ກັບບັນດາປະເທດໃນຂົງເຂດອາຊຽນ
ແລະ ສະຫະລັດ ກໍຖືວ່າ ເປັນຜູ້ລົງທຶນທີ່ຫຼາຍທີ່ສຸດ ຢູ່ໃນຂົງເຂດອາຊຽນນີ້ຖືວ່າສຳຄັນ
ຫຼາຍຕໍ່ ສປປ ລາວ.

ເວົ້າເຖິງໂຄງການ “Let Girl Learn Imitative” ແນວຄວາມຄິດດັ່ງກ່າວ ແມ່ນເພື່ອ
ຈະເຮັດວຽກເພື່ອຮັບປະກັນວ່າ ບໍ່ໃຫ້ມີອຸປະສັກ ຕໍ່ບັນດາເດັກຍິງໃນການສືບຕໍ່ການ
ສຶກສາຂອງເຂົາເຈົ້າ ແລະ ປະເທດລາວ ກໍເປັນປະເທດ ບູລິມະສິດ ຂອງໂຄງການນີ້
ເຊັ່ນດຽວກັນ ກັບປະເທດເນປານ ແລະປະເທດອື່ນໆ. ທ່ານທູດໄດ້ກ່າວອີກວ່າ ກ່ອນ
ຫນ້ານັ້ນຈົນຮອດປະຈຸບັນ ໄດ້ມີຂະແໜງການດ້ານການສຶກສາ ແລະ ໂພຊະນາການ
ທີ່ໄດ້ສຸມໃສ່ ໃນການເຮັດວຽກ ເພື່ອບໍ່ໃຫ້ມີອຸປະສັກຕໍ່ໄວໜຸ່ມ ໂດຍສະເພາະເດັກຍິງ.
ຂ້າພະເຈົ້າຂໍຍົກຕົວຢ່າງ ເຊັ່ນ ພວກເຮົາມີໂຄງການອາຫານ ສໍາລັບໂຮງຮຽນທີ່ຫຼາຍ
ທີ່ສຸດ ເຊີ່ງຢູ່ຕາມແຂວງຕ່າງໆໃນ ສປປ ລາວນີ້ ເປັນການລົງທຶນທີ່ຫຼາຍທີ່ສຸດ. ແນວ
ຄວາມຄິດຂອງໂຄງການອາຫານ ແມ່ນເພື່ອຮັບປະກັນວ່ານັກສຶກສາຈະໄປໂຮຽຮຽນ
ແລະຮຽນໜັງສື ໂດຍບໍ່ຕ້ອງເປັນຫ່ວງກ່ຽງກັບອາຫານການກິນເຊິ່ງສິ່ງນີ້ໄດ້ປະກອບ
ສ່ວນເຂົ້າໃນການສຶກສາຂອງໄວໜຸ່ມ ໂດຍສະເພາະເດັກຍິງ.

ເມື່ອທ່ານໂອບາມາ ມາຢ້ຽມຢາມ ສປປ ລາວ ໃນປີທີ່ຜ່ານມາ ທ່ານໄດ້ໃຫ້ສັນຍາ ທີ່
ຈະເພີ່ມທຶນການຊ່ວຍເຫຼືອ ຕໍ່ວຽກງານເກັບກູ້ລະເບີດ ທີ່ຍັງບໍ່ທັງແຕກ. ສະຫະລັດ
ໄດ້ມີຄວາມໝາຍໝັ້ນ ຕໍ່ວຽກງານດັ່ງກ່າວ ແລະ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ຕໍ່ວຽກ
ງານໃນຂະແໜງນີ້.

XS
SM
MD
LG