ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສອງ​ປະ​ເທດ ເກົາຫຼີ ເລີ່ມເກັບ​ກູ້​ ລະ​ເບີດຝັງ​ດິນ ​ຢູ່​ຕາມ​ເຂດ​ຊາຍ​ແດນ​ ຂອງ​ເຂົາ​ເຈົ້າ


ປ້າຍ​ໂຄ​ສະ​ນາ​ທີ່​ດິນ​ຢູ່​ພາຍ​ໃນ​ ແລະ ຕາມ​ເຂດ​ປອດ​ທະ​ຫານ (DMZ) ທີ່​ແຍກ​ສອງ​ປ​ະ​ເທດ ເກົາຫຼີ ອອກ​ຈາກ​ກັນ, ຕັ້ງ​ຢູ່​ບໍ​ລິ​ສັດອະ​ສັງ​ຫາ​ລິ​ມະ​ຊັບ ​ໃນ​ເມືອງ ມຸນ​ຊານ, ເກົາຫຼີ​ໃຕ້, 10 ພຶດ​ສະ​ພາ, 2018.
ປ້າຍ​ໂຄ​ສະ​ນາ​ທີ່​ດິນ​ຢູ່​ພາຍ​ໃນ​ ແລະ ຕາມ​ເຂດ​ປອດ​ທະ​ຫານ (DMZ) ທີ່​ແຍກ​ສອງ​ປ​ະ​ເທດ ເກົາຫຼີ ອອກ​ຈາກ​ກັນ, ຕັ້ງ​ຢູ່​ບໍ​ລິ​ສັດອະ​ສັງ​ຫາ​ລິ​ມະ​ຊັບ ​ໃນ​ເມືອງ ມຸນ​ຊານ, ເກົາຫຼີ​ໃຕ້, 10 ພຶດ​ສະ​ພາ, 2018.

ກອງ​ທະ​ຫານ ແລະ ກຸ່ມ​ຂອງ​ນັກ​ຊ່ຽວ​ຊານ​ຈາກ​ເກົາຫຼີ​ເໜືອ ແລະ ໃຕ້ ໄດ້​ເລີ່ມ​ເກັບ​ກູ້​
ລະເບີດຝັງດິນ ຢູ່ຕາມເຂດຊາຍແດນທີ່ມີການປ້ອງກັນຢ່າງໜາແໜ້ນຂອງເຂົາເຈົ້າໃນ
ວັນຈັນມື້ນີ້ ພາຍໃຕ້ຂໍ້ຕົກລົງຫຼຸດຜ່ອນຄວາມເຄັ່ງຕຶງ ທີ່ສອງປະເທດໄດ້ຕົກລົງກັນ ໃນ
ເດືອນທີ່ຜ່ານມາ, ອີງຕາມການກ່າວໃນຖະແຫຼງການສະບັບນຶ່ງຂອງກະຊວງປ້ອງກັນ
ປະເທດເກົາຫຼີໃຕ້.

ບໍ່​ໄດ້​ມີ​ການ​ຢືນ​ຢັນ ​ໃນ​ທັນ​ທີ​ຈາກ​ ເກົາຫຼີ​ເໜືອ ວ່າ ກອ​ງ​ທະ​ຫານຂອງ​ເຂົາ​ເຈົ້າ​ໄດ້​ເລີ່ມ ​
ທີ່ຈະປະຕິບັດໂຄງການທີ່ຖືກຮັບຮອງເອົາ ໃນນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ,
ໂດຍປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ກັບ ປະທານປະເທດ ເກົາຫຼີເໜືອ
ທ່ານ ກິມ ຈົງ ອຶນ.

ອີງ​ຕາມ​ຖະ​ແຫຼງ​ການ​ຂອງ​ ເກົາຫຼີ​ໃຕ້ ນັ້ນ, ທັງ​ສອງ​ຝ່າຍ​ ໄດ້​ຕົກ​ລົງ​ທີ່​ຈະ​ເກັບ​ກູ້​ລະ​ເບີດ​
ຝັງດິນທຸກໜ່ວຍໃນເຂດທີ່ເອີ້ນວ່າ ເຂດຮັກສາຄວາມປອດໄພຮ່ວມ ຫຼື JSA ພາຍໃນ
20 ວັນຂ້າງໜ້າ. ວຽກງານຍັງຈະດຳເນີນຂຶ້ນ ໃນພາກສ່ວນຂອງເມືອງ ຈີອໍວອນ
(Cheorwon) ໃນແຂວງ ກັງວອນ (Gangwon), ຈຸດທີ່ມີການຕໍ່ສູ້ກັນຢ່າງໜັກໃນລະ
ຫວ່າງ ສົງຄາມ ເກົາຫຼີ ຊື່ວ່າ ພູຫົວທະນູ ຫຼື Arrow Head Hill.”

ໃນ​ປີ 2019 ກອງ​ກຳ​ລັງ​ຈາກ ເກົາຫຼີ​ເໜືອ ແລະ ເກົາຫຼີ​ໃຕ້ ຈະ​ຄົ້ນ​ຫາ​ສົບ​ຂອງ​ທະ​ຫານ
ຫຼາຍຮ້ອຍຄົນທີ່ຄິດວ່າຍັງຖືກຝັງຢູ່ໃນເມືອງ ຈີອໍວອນ.

ຂໍ້​ຕົກ​ລົງ​ເດືອນ​ກັນ​ຍາ ຍັງ​ປະ​ກອບ​ມີ​ ການ​ປົດ​ປ້ອມ​ຍາມ ແລະ ອາ​ວຸດ​ຕ່າງໆ​ຈາກ​ເຂດ
JSA ຫຼັງການເກັບກູ້ລະເບີດແລ້ວ. ກອງທະຫານທີ່ຍັງເຫຼືອຢູ່ທີ່ນັ້ນ ແມ່ນຈະບໍ່ໃຫ້ປະ
ກອບພາອາວຸດ.

ເຂດ JSA ແມ່ນ​ເປັນພຽງ​ເຂດ​ດຽວ ​ທີ່​ຕັ້ງ​ຢູ່​ຕາມ​ເຂດ​ປອດ​ທະ​ຫານ ຍາວ 250 ກິ​ໂລ​ແມັດ
ທີ່ກອງທະຫານຈາກສອງປະເທດ ເກົາຫຼີ ໄດ້ປະເຊີນໜ້າຕໍ່ໜ້າກັນ. ກອງບັນຊາການອົງ
ການສະຫະປະຊາຊາດ ທີ່ເປັນຜູ້ຄວບຄຸມເຂດປອດທະຫານນັ້ນ ກໍມີກອງກຳລັງປະຈຳ
ການຢູ່ທີ່ນັ້ນເຊັ່ນກັນ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG