ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບ້ານສອກຫຼີກ ຢູ່ປາກິສຖານ ຜະລິດ ນັກກິລາ ໂອລິມປິກ ທີ່ມີຄວາມຫວັງ ສອງຄົນ


ທ່າວມູຮໍາມັດ ກາຣິມ ແລະທ້າວຊາເຢັດ ຮູມານ ກາຣິມ ຖ່າຍຮູບກັບໂຕ ທີ່ເປັນສັນຍາລັກ ຂອງໂອລິມປິກ ທີ່ເມືອງພຽງຈາງ.
ທ່າວມູຮໍາມັດ ກາຣິມ ແລະທ້າວຊາເຢັດ ຮູມານ ກາຣິມ ຖ່າຍຮູບກັບໂຕ ທີ່ເປັນສັນຍາລັກ ຂອງໂອລິມປິກ ທີ່ເມືອງພຽງຈາງ.

ປາກິ​ສຖານເຄີຍສົ່ງນັກ​ກິລາໄປຮ່ວມການແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວຄັ້ງກ່ອນໆ
ຜ່ານມາ ຊຶ່ງໃນປີ​ນີ້​ ກໍໄດ້​ສົ່ງ​ຜູ້ຕາງໜ້າ ທີ່ເປັນ​ຊາຍ​ສອງ​ຄົນ ຄື​ລຸງ​ແລະ​ຫລານ​ຊາຍເພື່ອ
​ເຂົ້າ​ຮ່ວມ​ການແຂ່ງ​ຂັນທີ່​ເມືອງ​ພຽງ​ຈາງ ປະ​ເທດເກົາຫຼີ​ໃຕ້.

ທ້າ​ວມູຮຳມັດ ກາຣິມ ອາຍຸ 22 ປີ ​ແລະ​ຫລາ​ນຊາຍ​ຂອງ​ລາວ ທ້າ​ວຊາ​ເຢັດ ຮູ​ມານ ອາຍຸ
26 ປີ ບຸກຄົນທັງ​ສອງ ແມ່ນ​ມາ​ຈາກເຂດ​ຮ່ອມພູ​ນາລ​ຕາ ຊຶ່ງເປັນ​ບ້ານທີ່​ຕັ້ງ​ຢູ່​ໃນເຂດ
​ກິລກິສ ບອລ​ຕິ​ສຕານ ອັນເປັນເຂດເໜືອສຸດຂອງ​ປະ​ເທດ.

ທ້າວ​ກາຣິມ ​ໄດ້​ເປັນ​ນັກ​ກິລາ​ຄົນ​ດຽວ​ມາ​ຈາກ​ປາ​ກິ​ສຖານ​ໃນການແຂ່ງຂັນກິລາໂອລິມ
ປິກ​ປີ 2014 ຢູ່ທີ່​ເມືອງໂຊ​ຈີ ປະເທດຣັດເຊຍ.

ທ້າວຊາເຢັດ ຮູມານ ກຳລັງເຝິກຊ້ອມ ຢູ້ເມືອງພຽງຈາງ ຂອງການແຂ່ງຂັນກິລາແລ່ນສະກີ້ 15 ກິໂລແມດ.
ທ້າວຊາເຢັດ ຮູມານ ກຳລັງເຝິກຊ້ອມ ຢູ້ເມືອງພຽງຈາງ ຂອງການແຂ່ງຂັນກິລາແລ່ນສະກີ້ 15 ກິໂລແມດ.

​ທ້າ​ວກາຣິມ ກ່າວ​ຕໍ່ວີ​ໂອ​ເອ ພະ​ແນ​ກພາສາເອີ​ດູ​ວ່າ "ລາວມີ​ຄວາມ​ຮູ້ສຶກ​ດີ​ຫຼາຍ. ​ແຕ່​
ກ່ອນ​ຂ້າພະ​ເຈົ້າ​ໄດ້​ໄປຄົນ​ດຽວ ​ແລະ​ບັດ​ນີ້ ​ແລ້ວ​ແຕ່​ພະ​ເຈົ້າ ພວກ​ເຮົາ​ມີ​ທີ​ມ ກິລາແລ້ວ.”

ລາວ​ກ່າວ​ວ່າ ລາວໄດ້​ໃຫ້ຂໍ້​ແນະ​ນໍາ​ບາງຢ່າງ ກ່ຽວກັບໄຫວພິບຂອງມະນຸດ​ແກ່​ຫລານ​ຊາຍຂອງລາວ ໃນການກະກຽມເພື່ອ​ເຂົ້າຮ່ວມການ​ແຂ່ງຂັນກິລາ​ໂອ​ລິ​ມ ປິກ ຕະຫລອດ
ທັງການວາງຕົວ​ໃຫ້​ສະບາ​ຍໆໃນການ​ແຂ່ງ​ຂັນລະດັບນີ້ຢ່າງ​ໃດ.

​ເຖິງ​ແມ່ນ​ວ່າບຸກທັງ​ສອງຈະ​ເຂົ້າ​ຮ່ວມ​ໃນການ​ແຂ່ງຂັນ​ທີ່​ຕ່າງກັນ ແຕ່ລາວກ່າວ​ວ່າ ​ເຂົາ​
ເຈົ້າ​ໃຫ້ການສະໜັບສະໜູນ ​ຊຶ່ງ​ກັນ​ແລະ​ກັນ. ທ້າວ​ກາຣິມຈະ​ເຂົ້າ​ແຂ່ງຂັນໃນການ
ແລ່ນກິລາສະ​ກີ້​ດ້ວຍຄວາ​ມ​ໄວລົງ​ພູ ​ແລະ​ແລ່ນ​ສະ​ກີ້​ຂ້າມ​ປະ​ເທດ​ໄລຍະ​ໄກ.

ຮ່ອມພູນາລຕາ ປະເທດປາກິສຖານ.
ຮ່ອມພູນາລຕາ ປະເທດປາກິສຖານ.

ເວລາ​ຍັງ​ເປັນ​ເດັກນ້ອຍນັ້ນ ​ທ້າວ​ກາຣິມ ​ໄດ້​ເລີ້ມ​ຫລິ້ນ​ສະ​ກີ້​ເພື່ອ​ຄວາມ​ມ່ວນ​ຊື່ນ ​ແລະ
ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ທີ່​ໄດ້​ຈັດ​ໃຫ້​ແກ່​ພວກ​ເດັກນ້ອຍ. ຫລັງ​ຈາກ​ນັ້ນ​ລາວ​ໄດ້​ເຂົ້າ
​ໂຮງຮຽນ​ຊາ​ການ ທີ່​ເປັນ​ໂຮງຮຽນ​ຫລິ້ນສະ​ກີ້​ຕັ້ງ​ຂຶ້ນ​ໃນ​ເຂດຮ່ອມ​ພູ​ນາລຕາ. ​ໃນ​ປີ 2007
ລາວ​ໄດ້​ໄປ​ຢ້ຽມຢາມເກົາຫຼີໃຕ້ ເປັນ​ຄັ້ງ​ທຳ​ອິດເພື່ອເຂົ້າຮ່ວມ​ການ​ແຂ່ງ​ຂັນ ຊິ້ງແຊ້ມລຸ້ນ
ນ້ອຍ. ຫັລງຈາກ​ນັ້ນ ລາວ​ກໍໄດ້​ຖືກ​ສົ່ງ​ໄປ​ເຝິກ​ແອບ​ຢູ່​ປະ​ເທດ​ອອສ​ເຕຣຍ.

ທ້າວມູຮຳມັດ ກາຣິມ ແລະທີມປາກິສຖານ ທີ່ເກົາຫຼີໃຕ້ ກິລາໂອລິມປິກລະດູໜາວ ທີ່ເກົາຫຼີໃຕ້.
ທ້າວມູຮຳມັດ ກາຣິມ ແລະທີມປາກິສຖານ ທີ່ເກົາຫຼີໃຕ້ ກິລາໂອລິມປິກລະດູໜາວ ທີ່ເກົາຫຼີໃຕ້.

​ບັດ​ນີ້ ​ທ້າວ​ກາຣິມ​ໄດ້​ກັບ​ຄືນ​ໄປ​ເກົາຫຼີ​ໃຕ້ອີກ ​ເທື່ອ​ນີ້​ແມ່ນເພື່ອ​ແຂ່ງຂັນໃນກິລາ​ໂອ​ລິ​ມ
ປິກ. ​ລາວ​ກຳລັງ​ເຂົ້າ​ຮ່ວມການ​ແຂ່ງຂັນ​ ຢູ່​ໃນ​ສອງ​ກິ​ລາ ແລ່ນສະກີ້​ລົງ​ພູ ໄຈແອ້ນສະ
​ລາ​ລົມ​ແລະສະລາລົມ ທີ່​ກຳນົດ​ໃສ່​ວັນ​ທີ 18 ແລະ 22 ກຸມພານີ້.

ການເປັນຄົນມາ​ຈາກ​ຮ່ອມ​ພູໃນເຂດ​ຊົນນະບົດນັ້ນ ທ້າວ​ກາຣິມກ່າວ​ວ່າ ​ເຮັດໃຫ້​ລາວ​ມີ​
ຄວາມ​ຮູ້ສຶກ​ດີ​ໃຈແລະ​ພູມ​ໃຈ​ ຊຶ່ງ​ບັດ​ນີ້ໄດ້​ເປັນ​ຜູ້​ຕາງໜ້າຂອງ​ປະ​ເທດ​ຢູ່​ໃນ​ລະດັບ​ສາກົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG