ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ເນື່ອງໃນໂອກາດ ວັນຄົບຮອບ 20 ປີ ໃນ ວັນເສົາວັນ ທີ
ຈະມາເຖິງນີ້ ຂອງການໂຈມຕີສະຫະລັດ ໂດຍພວກກໍ່ການຮ້າຍ ສະຫຼະຊີບທີ່ໄດ້ຈີ້ເຮືອ
ບິນໂດຍສານສີ່ລໍາ ສອງລໍາແລ່ນເຂົ້າຕໍາຕຶກສູນກາງການຄ້າໂລກ ຢູ່ນະຄອນນິວຢອກ
ລຳນຶ່ງໄປຕຳຕຶກທຳນຽບຫ້າແຈ ທີ່ນະຄອນຫຼວງ ວໍຊິງຕັນ ແລະອີກລຳນຶ່ງໄປຕົກລົງທີ່ທົ່ງ
ນາເມືອງແຊງສວິລ ໃນລັດເພັນຊີລເວເນຍເມື່ອວັນທີ 11 ກັນຍາປີ 2001 ເຮັດໃຫ້ມີຜູ້
ເສຍຊີວິດເກືອບ 3000 ຄົນ. ເພາະສະນັ້ນ ລາຍການຊີວິດຊາວລາວ ຂອງວີໂອເອ ໃນ
ແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມຊາວອາເມຣິກັນເຊື້ອສາຍລາວກ່ຽວກັບ
ວ່າພວກເພິ່ນ ເຫລົ່ານີ້ມີຄວາມຊົງຈຳຫຍັງແດ່ ໃນວັນອຸບາດອັນຮ້າຍແຮງ ໃນປະຫວັດ
ສາດຍຸກໃໝ່ຂອງສະຫະລັດ ຊຶ່ງກິ່ງສະຫວັນຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ພາຍໃຕ້ດິນຟ້າອາກາດອັນແຈ່ມໃສ ໃນຕອນເຊົ້າຂອງວັນທີ 11 ກັນຍາປີ 2001 ຢູ່ທາງ
ພາກຕາເວັນອອກ ຂອງສະຫະລັດ ມື້ນັ້ນ ແມ່ນເປັນທີ່ຮູ້ກັນດີວ່າ September 11 ຫຼື ວັນ
ທີ 11 ກັນຍາ. ເປັນມື້ທີ່ຊາວອາເມຣິກັນຫຼາຍພັນຄົນ ໄດ້ສູນເສຍຊີວິດຢ່າງບໍ່ຄາດຝັນ ຈາກ
ການຈີ້ເຮືອບິນໂດຍສານຂອງພວກກໍ່ການ ຮ້າຍອາລກາອີດາ ທີ່ມີຖານປະຕິບັດງານຢູ່ໃນ
ປະເທດອັຟການິສຖານ. ວັນດັ່ງ ກ່າວນີ້ ໄດ້ມີການໂຈມຕີຕຶກແຝດ ສູນກາງການຄ້າໂລກ
ຫລື World Trade Towers ຢູ່ນະຄອນນິວຢອກ ທີ່ພວກກໍ່ການຮ້າຍໄດ້ຈີ້ ບັງຄັບໃຫ້
ເຮືອບິນ 2 ລຳ ບີນເຂົ້າຕຳຕຶກແຝດ ຫຼັງທີ 1 ແລະຫຼັງທີ 2.
ໃນຂະນະດຽວກັນ ຢູ່ທີ່ເມືອງອາລິງຕັນ ໃນລັດເວີຈີເນຍ ພວກກໍ່ການຮ້າຍກໍໄດ້ ຈີ້ເຮືອບິນ
ໂດຍສານລໍາທີສາມ ບິນເຂົ້າຕຳ ທຳນຽບຫ້າແຈ ຫຼື Pentagon ຊຶ່ງ ເປັນຕຶກກະຊວງປ້ອງ
ກັນປະເທດ ຂອງສະຫະລັດ. ໃນເວລາຕໍ່ມາພວກກໍ່ການ ຮ້າຍກໍໄດ້ຈີ້ເຮືອບິນໂດຍສານລຳ
ທີ 4 ທີ່ມີຈຸດປະສົງຈະບິນເຂົ້າຕຳທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ ແຕ່ຍ້ອນມີການຕໍ່
ສູ້ກັບລະຫວ່າງຜູ້ໂດຍສານແລະ ພວກກໍ່ການຮ້າຍ ເຮືອບິນຈຶ່ງໄດ້ຕົກຢູ່ທົ່ງນາເມືອງແຊງ
ສວິລ (Shanksville) ໃນລັດເພັນຊິລເວເນຍ.
ຄວາມຕື່ນຕົກໃຈ ໄດ້ສະແດງໃຫ້ເຫັນວ່າ ສະຫະລັດ ເປັນປະເທດທີ່ເປີດກວ້າງ ໃນການຖືກ
ໂຈມຕີແລະເປັັນມື້ທີ່ຫລົງລືມບໍ່ໄດ້ ໃນປະຫວັດສາດຂອງສະຫະລັດ. ເພາະສະນັ້ນ ວັນເສົາ
ທີ 11 ກັນຍາຈະມາເຖິງນີ້ ເປັນວັນຄົບຮອບ 20 ປີໃນ ການໂຈມຕີສະຫະລັດ ໂດຍພວກກໍ່
ການຮ້າຍ ແລະ ເນື່ອງໃນວັນໄວ້ອາໄລອັນ ສຳຄັນນີ້ ລາຍການຊີວິດຊາວລາວຂອງວີໂອເອ
ໄດ້ນຳເອົາການໂອ້ລົມກັບກ່ຽວ ກັບຄວາມຊົງຈຳຂອງຊາວອາເມຣິກັນເຊື້ອສາຍລາວ ຜູ້ທີ່
ໄດ້ເຫັນແລະຢູ່ໃນບັນ ຍາກາດ ຂອງເຫດການ ເມື່ອວັນທີ 11 ກັນຍາ ປີ 2001 ມາເລົ່າສູ່
ທ່ານຟັງ.
ທ່ານຫຼວງ ຣາຊວົງເສິກ ພະນັກງານທະນະຄານຊິຕີແບັງ (City Bank) ຢູ່ເຂດ ລອງອາຍ
ແລນ (Long Island) ລັດນິວຢອກ ປະມານສາມສິບໄມລ໌ຫ່າງຈາກ ຕຶກສູນກາງການຄ້າ
ໂລກ (World Trade Center) ແລະທ່ານຫຼວງ ສາມາດ ຫຼຽວເຫັນຄວັນໄປພຸ່ງຂຶ້ນຈາກ
ບ່ອນເກີດເຫດ ຊຶ່ງທ່ານໄດ້ກ່າວສູ່ວີໂອເອ ຟັງດັ່ງນີ້:
ທ່ານບຸນຊູໃຈກ້າ ກໍແມ່ນເປັນຊາວອາເມຣິກັນເຊື້ອສາຍລາວອີກຜູ້ນຶ່ງ ທ່ານໄດ້ ນຳພາ
ຄອບຄົວ ໜີອອກມາຈາກເມືອງຫ້ວຍຊາຍ ແຂວງຫົວຂອງ ປະເທດລາວ ໃນປີ 1975
ແລະໄດ້ເຂົ້າມາຕັ້ງຖິ່ນຖານ ຢູ່ເມືອງພອດແຈສເຕີ (Port Chester) ລັດນິວຢອກ. ທ່ານ
ແມ່ນອີກຜູ້ນຶ່ງ ທີ່ໄດ້ຮູ້ເຫັນເຫດການຂອງການ ໂຈມຕີເມື່ອວັນທີ 11 ກັນຍາ. ທ່ານຢູ່ຫ່າງ
ຈາກເຂດແມນຮັດຕັນ (Manhattan) ທີ່ຕັ້ງຂອງສູນກາງການຄ້າໂລກຊຶ່ງເປັນບ່ອນເກີດ
ເຫດປະມານ 30 ໄມລ໌. ທ່ານ ບຸນມີ ສາມາດແນມເຫັນ ຕຶຶກແຝດສູນກາງການຄ້າໂລກ
ສອງຫຼັງທີ່ຖືກໄຟໄໝ້. ໃນວັນດຽວກັນນີ້ ລູກສາວຂອງທ່ານ ທີ່ເປັນຜູ້ເຮັດທຸລະກິດ ຂາຍ
ແລະຈັດດອກ ໄມ້ ປະຈຳອາທິດໃຫ້ແກ່ຮ້ານອາຫານ Window of the World “ຫຼືປ່ອງ
ຢ້ຽມ ໂລກ” ຢູ່ຊັ້ນທີ 107 ຂອງຕຶກສູນກາງ ການຄ້າໂລກ. ຫຼັງຈາກນາງໄດ້ເສັດສິ້ນ ຕົກ
ແຕ່ງດອກໄມ້ປະມານ 9:30 ໂມງຂອງຕອນເຊົ້າຂອງວັນນັ້ນ ນາງໄດ້ອອກ ຈາກຕຶກດັ່ງ
ກ່າວ ກ່ອນທີ່ເຮືອບິນໄດ້ບິນມາຕຳ ໃນເວລາ 9:45 ນາທີ ຊຶ່ງທ່ານ ບຸນຊູ ໄດ້ເລົ່າເຖິງເຫດ
ການສູ່ຟັງດັ່ງນີ້:
ຫ່າງຈາກ ນະຄອນນິວຢອກ 300 ໄມລ໌ ໄປທາງທິດໃຕ້ລົງມາ ທີ່ເມືອງອາລິງຕັນ ລັດເວີ
ຈີເນຍ ຊຶ່ງເປັນທີ່ຕັ້ງທຳນຽບຫ້າແຈ (Pentagon) ຕິດກັບຊາຍແດນ ນະຄອນຫຼວງວໍຊິງ
ຕັນ ເວລາ 9 ໂມງ 45 ນາທີຕອນເຊົ້າ. ພວກກໍ່ການຮ້າຍ ອາລກາອີດາສະຫຼະຊີບກໍໄດ້ຈີ້
ເຮືອບິນໂດຍສານ ຂອງສາຍການບິນອາເມຣິກັນ ແອລາຍ (AmericanAirlines) ບິນ
ເຂົ້າຕຳຕຶກທຳນຽບຫ້າແຈ. ຢູ່ໃນເຮືອບິນ ລຳດັ່ງກ່າວ ມີຜູ້ໂດຍສານທັງໝົດ 77 ຄົນ ແລະ
ອີກ 125 ຄົນ ຢູ່ໃນຕຶກທຳ ນຽບຫ້າແຈໄດ້ເສຍຊີວິດ.
ໃນຕອນເຊົ້າຂອງວັນນັ້ນ ພວກຜູ້ຄົນ ບໍລິສັດຮ້ານຄ້າ ແລະໂຮງການຕ່່າງໆ ທີ່ ຢູ່ໃກ້ຄຽງ
ທຳນຽບຫ້າແຈ ໄດ້ພາກັນປະຕິບັດວຽກງານປະຈຳວັນ ຕາມປົກກະຕິ ແລະເຂົາເຈົ້າຮູ້ສຶກ
ຕື່ນຕົກໃຈໄປທົ່ວຂົງເຂດ ຈາກຂ່າວເຮືອບິນ ບິນເຂົ້າຕຳຕຶກ ທຳນຽບຫ້າແຈ. ຍານາງ
ແກ້ວມະນີວັນ ສີຫາລາດ ເວລານັ້ນ ເປັນພະນັກງານ ສັງຄົມສົງເຄາະ ເມືອງອາລິງຕັນ ມີ
ຫ້ອງການຢູ່ຫ່າງຈາກທຳນຽບຫ້າແຈ ພຽງ ແຕ່ສອງໄມມ໌ເທົ່ານັ້ນ ໄດ້ກ່າວເຖິງປະສົບ
ການຂອງວັນທີ 11 ກັນຍາ ສູ່ວີໂອ ເອ ຟັງດັ່ງນີ້:
ເຫດການຂອງວັນທີ 11 ກັນຍາ ຢູ່ໃນສະຫະລັດ ໄດ້ເຮັດໃຫ້ມີຜູ້ເສຍຊີວິດທັງ ໝົດເກືອບ
3000 ຄົນ ຈາກການຈີິ້ເຮືອບິນ 4 ລໍາຂອງພວກກໍ່ການຮ້າຍສະ ຫຼະຊີບອາລກາອີດາ
ຮວມມີຜູ້ໂດຍສານຢູ່ໃນເຮືອບິນ ຄົນທີ່ຢູ່ໃນຕຶກສູນກາງການຄ້າໂລກ ຢູ່ໃນທຳນຽບຫ້າ
ແຈ ພ້ອມດ້ວຍພວກກໍ່ການຮ້າຍ.