ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພໍ່ແມ່ຂອງ ພວກນັກສຶກສາເມັກຊິໂກ ທີ່ຫາຍໄປ ເພີ້ມທະວີ ຄວາມພະຍາຍາມຂຶ້ນ


ພວກປະທ້ວງຖືຮູບພາບ ພວກນັກສຶກສາອົບຮົມຄູ 43 ຄົນ ທີ່ຫາຍສາບສູນໄປ ໃນຂະນະທ່ີ່ເດັກຊາຍຄົນນຶ່ງໂບກທຸງຊາດ ເມັກຊິໂກ ທີ່ນະຄອນຫຼວງ Mexico City, ວັນທີ 6 ທັນວາ 2014.
ພວກປະທ້ວງຖືຮູບພາບ ພວກນັກສຶກສາອົບຮົມຄູ 43 ຄົນ ທີ່ຫາຍສາບສູນໄປ ໃນຂະນະທ່ີ່ເດັກຊາຍຄົນນຶ່ງໂບກທຸງຊາດ ເມັກຊິໂກ ທີ່ນະຄອນຫຼວງ Mexico City, ວັນທີ 6 ທັນວາ 2014.

ພວກ​ພໍ່​ແມ່​ຂອງນັກ​ສຶກສາວິທະຍາໄລ​ເມັກ​ຊິ​ໂກບາງ​ຄົນ ​ໃນ​
ຈຳນວນ 43 ຄົນ ທີ່​ຫາຍ​ສາບ​ສູນ​ໄປ​ຕັ້ງ​ແຕ່​ເດືອນ​ກັນຍາ​ ​ເປັນ
​ຕົ້ນ​ມານັ້ນ ​ໄດ້ພາກັນ​ເພີ້​ມຄວາມ​ພະຍາຍາມ​ຂອງ​ພວກ​ເຂົາ
​ເຈົ້າ​ຂຶ້ນ ​ເພື່ອ​ຊອກ​ຫາ​ລູກ​ເຕົ້າຂອງ​ເຂົາ​ເຈົ້າ ຫຼັງ​ຈາກ​ທາງ
​ການ​ເມັກ​ຊິ​ໂກ ກ່າວ​ວ່າ ພວກ​ນັກ​ຊ່ຽວຊານ​ດ້ານ​ພິສູດ​ຫຼັກ
​ຖານ​ ​ໄດ້​ຢັ້ງຢືນ​ຊາກ​ກະດູກ​ທີ່​ຖືກ​ເຜົາ​ໄໝ້ ​ຂອງ​ນັກ​ສຶກສາ
ຢ່າງ​ນ້ອຍ​ອີກ​ຄົນ​ນຶ່ງ.

ພວກ​ພໍ່​ແມ່​ຂອງ​ນັກ​ສຶກສາ​ໄດ້​ເຕົ້າ​ໂຮມ​ກັນ ​ເມື່ອ​ນຶ່ງ​ເດືອນ
​ຜ່ານ​ມາຍ້ອນ ຄວາມ​ໂມ​ໂຫ ທີ່​ລັດຖະບານ​ບໍ່​ໄດ້​ດຳ​ເນີນ​ການ
ຢ່າງພຽງພໍ ​ໃນ​ການ​ຊອກ​ຫາ​ພວກ​ລູກ​ເຕົ້າ​ຂອງ​ເຂົາ​ເຈົ້າ
ຫຼັງ​ຈາກ​ມີ​ການ​ພົບ​ເຫັນ​ຊາກ​ກະດູກ​ຄັ້ງ​ທຳ​ອິດ ​ໃນ​ບ່ອນ​ຖິ້ມ​ຂີ້​ເຫຍື້ອ​ແຫ່ງ​ນຶ່ງ​ແລະ​ໃນ​ແມ່​
ນ້ຳ​ສາຍ​ນຶ່ງ ​ໃນ​ເມືອງ Guerrero ນັ້ນ.

ນັກ​ສຶກສາ 43 ຄົນ ​ໄດ້​ຫາຍ​ສາບ​ສູນ​ໄປ​ໃນ​ເດືອນ​ກັນຍາຈາກ​ເມືອງ Iguala ຫຼັງ​ຈາກ​ປະ​ເຊີນ​ໜ້າ​ກັນ​ກັບ​ພວກ​ຕຳຫຼວດ ທີ່​ໄດ້​ເຮັດ​ໃຫ້​ຫຼາຍໆ​ຄົນເສຍ​ຊີວິດ​ໄປເຊັ່ນ​ກັນ.

ພວກ​ສະມາຊິກ​ຂອງ​ແກ໊ງກຸ່ມ​ນຶ່ງ​ໄດ້​ຖືກ​ກ່າວ​ຫາ​ວ່າ ​ເປັນ​ຜູ້​ຄາດ​ຕະກຳ ພວກ​ນັກ​ສຶກສາ​
ເຫຼົ່າ​ນີ້ ຫລັງ​ຈາກ​ທີ່ເຈົ້າເມືອງ ​ແລະ​ຕຳຫຼວດ​ເມືອງ Iguala ໄດ້​ມອບໂຕ​ພວກ​ນັກ​ສຶກສາ
​ໃຫ້​ພວກ​ເຂົາ.

​ເຈົ້າເມືອງ ພ້ອມ​ທັງ​ພັນ​ລະ​ຍາ​ ແລະ​ເຈົ້າ​ໜ້າ​ທີ່ຕຳຫຼວດ ແລະ​ພວກ​ສະມາຊິກ​ແກ໊ງຄ້າ​ຢາ​ເສບ​ຕິດຈຳນວນ​ນຶ່ງ ​ໄດ້​ຖືກ​ຈັບ​ກຸມ.

ການ​ເຂັ່ນຂ້າ​ດັ່ງກ່າວ ​ໄດ້​ພາ​ໃຫ້​ມີ​ການ​ເດີນ​ຂະ​ບວນຢ່າງໃຫຍ່​ໃນ​ນະຄອນຫຼວງ Mexico City ​ໂດຍພວກ​ປະ​ທ້ວງ​ໄດ້​ທວງ​ໃຫ້​ປະທານາທິບໍດີ Enrique Pena Nieto ລາ​ອອກ​ຈາກ​ຕຳ​ແໜ່​ງ.

mexicostudents7december14
please wait

No media source currently available

0:00 0:01:10 0:00

XS
SM
MD
LG