ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຂດທີ່ເປັນທີ່ໝັ້ນຂອງຝ່າຍຄ້ານ ໃນນະຄອນ Aleppo ອາດຈະສູນເສຍໄປ ໃນບໍ່ເທົ່າໃດ ຊົ່ວໂມງນີ້


Syria Aleppo
please wait
Embed

No media source currently available

0:00 0:02:04 0:00

ຄະນະ​ກຳມະການ​ສາກົນ​ຂອງ​ອົງການ​ສະພາກ​ກາ​ແດງ ໄດ້​ເຕືອນໃນ​ວັນ​ອັງຄານ​ມື້​ນີ້
ກ່ຽວ​ກັບ​ພົນລະ​ເຮືອນ​ຊາວ​ຊີ​ເຣຍຈຳນວນ​ຫຼາຍ​ພັນ​ຄົນ​ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງນະຄອນ Aleppo ວ່າ “ບໍ່​ມີ​ບ່ອນ​ໃດ​ປອດ​ໄພ​ເພື່ອທີ່ຈະ​ລົບ​ລີ້ອີກ​ແລ້ວ” ​ແລະ​ຮ້ອງ​ຂໍ​ໃຫ້​ພວກໃດທີ່​ທຳ​ການ​ຕໍ່ສູ້​ຢູ່​ໃນ​ທີ່​ນັ້ນໃຫ້ປົກ​ປ້ອງ​ພວກ​ເຂົາ​ເຈົ້າດ້ວຍ.

ກຸ່ມ​ດັ່ງກ່າວ​ໄດ້​ເວົ້າຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ ​ໂດຍ​ກ່າວ​ວ່າ ​ເວລາ​ກຳລັງຈະໝົດລົງ​ທີ່​ຈະ​ຫາ​ທາງອອກ​ດ້ານ​ມະນຸດສະທຳ ​ແລະ​ນັ້ນ​ແມ່ນ​ການ​ຕຽມ​ພ້ອມ​ທີ່​ຈະ​ປະຕິບັດ​ ​ໃນ​ຂໍ້​ຕົກລົງ​ໃດ​ໆ​ກໍ​ຕາມ ທີ່​ຈະ​ປົກ​ປ້ອງ​ປະຊາ​ຊົນ​ພົນລະ​ເຮືອນ ກ່ອນ​ອື່ນ​ໝົດ.

ກອງກຳລັງຊິເຣຍ ຍິງບັ້ງໄຟດອກຂຶ້້ນສູ່ທ້ອງຟ້າ ໃນຂະນະທີ່ພວກເຂົາສະຫຼອງໄຊຊະນະ ຝ່າຍຄ້ານ ໃນພາກຕາເວັນອອກ ຂອງນະຄອນ Aleppo, ຊິເຣຍ, 12 ທັນວາ2016.
ກອງກຳລັງຊິເຣຍ ຍິງບັ້ງໄຟດອກຂຶ້້ນສູ່ທ້ອງຟ້າ ໃນຂະນະທີ່ພວກເຂົາສະຫຼອງໄຊຊະນະ ຝ່າຍຄ້ານ ໃນພາກຕາເວັນອອກ ຂອງນະຄອນ Aleppo, ຊິເຣຍ, 12 ທັນວາ2016.

ທ່ານນາງ Marianne Gasser ຫົວໜ້າ​ຂອງອົງການ ICRC ​ໃນ​ຊີ​ເຣຍ ກ່າວ​ວ່າ “ພວກ​ເຮົາ​ບໍ່​ສາມາດ​ຊຸກຍູ້ໃຫ້​ໄດ້​ຫຼາຍໄປກວ່າ​ນີ້ ການ​ກະທຳ​ດັ່ງກ່າວ​ຕ້ອງໄດ້ເກີດ​ຂຶ້ນດຽວນີ້”

ຄຳຮຽກຮ້ອງດັ່ງກ່າວໄດ້ມີຂຶ້ນ ເວລາ​ກອງ​ກຳລັງ​ຂອງ​ປະທານາທິບໍດີ​ຊິ​ເຣຍ ທ່ານ Bashar al-Assad ​ກົດ​ດັນເພື່ອ​ຈະ​ຍຶດຄືນຫຼາຍ​ເຂດ​ທີ່​ເປັນ​ທີ່​ໝັ້ນ​ຂອງ​ກຸ່ມ​ຝ່າຍ​ຄ້ານ ໃນ​ພາກ​ຕາ​ເວັນ​ອອກ​ຂອງນະຄອນ Aleppo. ການ​ຍຶດຄືນຂົງ​ເຂດ​ດັ່ງກ່າວ ຈະ​ເປັນ​ສັນຍະ​ລັກ​ອັນ​ໃຫຍ່​ຫຼວງ​ແລະ​ປ່ອຍ​ໃຫ້ລະບອບ​ຜະ​ເດັດ​ການດັ່ງກ່າວ ​ພ້ອມທັງພວກ​ໝຸນ​ຫຼັງຕ່າງຊາດ ​ເຊັ່ນ
ຣັດ​ເຊຍ ​ແລະ​ອິຣ່ານ ເພັ່ງ​ເລັງ​ແສນຍານຸພາບທາງ​ທະຫານຂອງພວກເຂົາໃສ່ທີ່ໝັ້ນ
ຕ່າງໆຂອງຝ່າຍກະບົດ​ຢູ່ທາງ​ພາກຕາ​ເວັນ​ຕົກ​ຂອງ​ຊີ​ເຣຍ.

ຊາຍຜູ້ນຶ່ງອຸ້ມເດັກນ້ອຍ ທີ່ຍັງໃສ່ນ້ຳເກືອ ໃນຂະນະທີ່ລາວກຳລັງລົບໜີ ເຂົາສູ່ເຂດທີ່ໝັ້ນຂອງຝ່າຍຄ້ານ ໃນນະຄອນ Aleppo, ຊິເຣຍ, 12 ທັນວາ, 2016.
ຊາຍຜູ້ນຶ່ງອຸ້ມເດັກນ້ອຍ ທີ່ຍັງໃສ່ນ້ຳເກືອ ໃນຂະນະທີ່ລາວກຳລັງລົບໜີ ເຂົາສູ່ເຂດທີ່ໝັ້ນຂອງຝ່າຍຄ້ານ ໃນນະຄອນ Aleppo, ຊິເຣຍ, 12 ທັນວາ, 2016.


​ໃນ​ຂະນະ​ທີ່ພວກ​ບັນຊາ​ການ​ຂອງ​ຝ່າຍກະບົດ​ແລະ​ບັນດາ​ນັກ​ການ​ເມືອງ​ຝ່າຍ​ຄ້ານ
ຢືນຢັດວ່າ ການ​ສູນ​ເສຍນະຄອນ Aleppo ຈະ​ບໍ່​ເປັນ​ຈຸດ​ຈົບ​ຂອງ​ການ​ລຸກ​ຮື​ຂຶ້ນ ​ແຕ່ກໍບໍ່ມີຫຼາຍ ຄົນທໍ່ໃດ ​ສົງໃສວ່າ​ສົມບັດໃນສະໜາມລົບຈະເປັນສິ່ງຕໍ່ຕ້ານພວກເຂົາ​
ໂດຍ​ທີ່​ລະ​ບອບຜະ​ເດັດ​ການ​ທີ່​ວ່າ​ນີ້ ກຳລັງ​ຈະ​ຍຶດ​ເອົາເຂດທີ່​ເຫຼືອ​ຢູ່​ທີ່​ຄວບ​ຄຸມ​ໂດຍ
​ພວກ​ຫົວຮຸນ​ແຮງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງນະຄອນ Aleppo ໃນບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ນີ້
ການ​ປະຕິບັດ​ງານ​ຕ້ານ​ຢັນທີ່​ເຂັ້ມ​ແຂງແບບ​ນີ້ ຈະ​ຕ້ອງ​ປ່ຽນ​ແປງຍຸດທະສາດສົງຄາມ​
ກອງ​ໂຈນ ເພື່ອຈະ​ເຮັດ​ໃຫ້ການການປະຕິວັດເພື່ອ​ປົດ​ປ່ອຍ​ນີ້​ມີຊີວິດ​ຢູ່​ຕໍ່​ໄປ​ໄດ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG