ມັນແມ່ນວັນທີ່ມີອາກາດດີ ໃນໝູ່ບ້ານນ້ອຍໆແຫ່ງນີ້ ເຊິ່ງມີຄວາມແຈ່ມໃສ ແລະ ສົດຊື່ນ,
ມີຊີວິດຊີວາ ດ້ວຍສຽງຂອງການກ່ຽວເຂົ້າປະຈຳປີ. ແຕ່ມັນຍາກທີ່ຈະໜີຈາກຄວາມຮູ້
ສຶກທີ່ວ່າ ພວກເຮົາກຳລັງຖືກເຝົ້າຄອຍຕິດຕາມຢູ່.
ເຈົ້າໜ້າທີ່ຕຳຫຼວດ ຢືນຢູ່ໃກ້ທາງເຂົ້າສູ່ບ້ານແຫ່ງນຶ່ງ ຂອງເຈົ້າໜ້າທີ່ພັກຝ່າຍຄ້ານຂອງ
ແຂວງ, ຈັບຕາເບິ່ງນັກຂ່າວສຽງອາເມຣິກາ ໃນຂະນະທີ່ເຂົາເຈົ້າເດີນທາງເຂົ້າໄປ.
ການສຳພາດແມ່ນໄດ້ຖືກໂຈະໄວ້ກ່ອນໃນເວລານີ້. ຫົກຊົ່ວໂມງຕໍ່ມາ, ເຈົ້າໜ້າທີ່ຄົນ
ໃໝ່ກໍໄດ້ເຂົ້າມາແທນລາວ ແລະ ຍັງເຝົ້າເບິ່ງຢູ່ຄືເກົ່າ.
ຢູ່ບ້ານຂອງສະມາຊິກພັກຝ່າຍຄ້ານອີກຄົນນຶ່ງ, ບໍ່ດົນ ຫຼັງຈາກບັນດານັກຂ່າວໄດ້ເດີນ
ທາງໄປຮອດ, ເຈົ້າໜ້າທີ່ຜູ້ມີຮູບຮ່າງໃຫຍ່ ຈາກພັກປະຊາຊົນ ກຳປູເຈຍ ທີ່ກຳລັງປົກ
ຄອງປະເທດຢູ່ ກໍໄດ້ຈອດລົດ ແລະ ເຂົ້າຂັດຂວາງ, ລາວໃສ່ໝວກຄາວບອຍ ແລະ
ເຮັດໜ້າເຂັ້ມງວດ. ຜູ້ໃຫ້ສຳພາດໄດ້ອະທິບາຍວ່າ ລາວຮູ້ສຶກກະວົນກະວາຍໃຈ ຍ້ອນ
ວ່າ ລາວຄິດວ່າລາວກຳລັງຖືກຕິດຕາມເບິ່ງຢູ່.
ຕໍ່ມາ, ເຈົ້າໜ້າທີ່ໃນທ້ອງຖິ່ນດຽວກັນ ກໍໄດ້ກ່າວຫານັກຂ່າວວີໂອເອວ່າ ເຮັດຂ່າວ
“ໂດຍບໍ່ມີໃບອະນຸຍາດ,” ແລະ ໄດ້ລາຍງານການມີໜ້າຂອງເຂົາເຈົ້າຕໍ່ຫົວໜ້າພັກຂອງ
ເຂົາເຈົ້າ, ກ່າວຫາວ່າ ເຂົາເຈົ້າໄດ້ “ສອບຖາມ” ປະຊາຊົນ.
ນີ້ແມ່ນລົດຊາດພຽງເລັກນ້ອຍ ກ່ຽວກັບ ການຕິດຕາມກວດກາ ທີ່ສະມາຊິກພັກຝ່າຍ
ຄ້ານໃນລະດັບທີ່ຕໍ່າທີ່ສຸດໄດ້ຖືກປະຕິບັດຕໍ່ ນັບຕັ້ງແຕ່ໄດ້ມີການລົບລ້າງທີ່ຖືກອອກ
ແບບໂດຍລັດຖະບານຂອງ ພັກກູ້ຊາດ ກຳປູເຈຍ ໃນວັນທີ່ 16 ພະຈິກ ທີ່ຜ່ານມາ.
ເຮັດໃຫ້ ກຳປູເຈຍ ເປັນປະເທດພັກການເມືອງດຽວຢ່າງແທ້ຈິງ.