ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຊາວ​ບ້ານ 15 ຄອບ​ຄົວ ແລະ​ອາ​ຈານ​ສອນ​ສາ​ສະ​ໜາຖືກ​ໄລ່​ອອກ​ຈາກ​ບ້ານ ຍ້ອນ​ບໍ່​ຍອມ​ປະ​ສາ​ສະ​ໜາ


ແຜນ​ທີ່ ພາກ​ເໜືອ​ຂອງ ສ​ປ​ປ ລາວ
ແຜນ​ທີ່ ພາກ​ເໜືອ​ຂອງ ສ​ປ​ປ ລາວ

ມີ​ລາຍ​ງານ​ວ່າ ຊົນ​ເຜົ່າ​ອາ​ຄ່າ 15 ຄອບ​ຄົວ ​ຖືກ​ຂັບ​ໄລ່ອອກ​ຈາກ​ບ້ານ​ໃໝ່ ​ທີ່​ຕັ້ງ​ຢູ່ໃນ​ແຂວງ​ຫຼວງ​ນ້ຳ​ທາທາງ​ພາກ​ເໜືອ​ຂອງ​ລາວ ຍ້ອນ​ບໍ່​ຍອມ​ປະ​ລະ​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ​ເຈົ້າ. ທ່ານ​ແອ​ຣິກ ບ​ລີ​ເວີ​ນິ​ສ ຫົວ​ໜ້າ​ອົງ​ການ Vision Beyond Borders ທີ່​ມີ​ຫ້ອງ​ການ​ ຕັ້ງ​ຢູ່​ໃນ​ລັດ​ວາຍ​ໂອມິ້ງ ກ່າວ​ວ່າ ພວກ​ທີ່​ຖືກ​ຂັບ​ໄລ່​ ແມ່ນ​ຮວມ​ທັງ ​ປາ​ສ​ເຕີ​ສົງ​ຄາມ ແລະ​ຊົນ​ເຜົ່າ​ອາ​ຄ່າ 15 ຄອບ​ຄົວ.

“ມີ​ກຸ່ມ​ຜູ້​ທີ່​ເຊື່ອ​ຖື​ສາ​ສະ​ໜາ​ຈຸ​ນຶ່ງ ໝົດ​ທັງໂບດ​ເລີຍ ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ບ້ານ ແລະ​ພວກ​ເຂົາ​ເຈົ້າ​ໄດ້​ສູນ​ເສຍ​ເຮືອນ​ຊານ​ເມື່ອ 3 ອາ​ທິດ​ກ່ອນ ພວກ​ເຂົາ​ເຈົ້າ​ບໍ່​ມີ​ບ້ານ​ເຮືອນ ​ຕັ້ງ​ແຕ່ນັ້ນ​ມາ ແລະບໍ່​ມີ​ບ່ອນ​ຢູ່​ອາ​ໄສ.”

ນອກນັ້ນ ທ່ານ​ຍັງ​ກ່າວ​ວ່າ ພໍ່​ບ້ານບຸນ​ທ​ະ​ວີ ນິ​ທະ​ພອນ ທີ່ບ້ານ​ທາດ​ຂະ​ຈຳ ໃນ​ເຂດ​ເມືອງ​ຊຽງ​ເງິນ ແຂວງ​ຫຼວງ​ພະ​ບາງ ຢຶດ​ໜັງ​ສືຂອງ​ຄອບ​ຄົວ ສຳລັບໃຊ້​ໃນ​ການ​ປິ່ນ​ປົວ ການ​ສຶກ​ສາ ໃຊ້​ເປັນບັດ​ປະ​ຈຳ​ຕົວ ແລະ​ໜັງ​ສື​ເດີນ​ທາງ. ຖ້າ​ບໍ່​ມີ​ໜັງ​ສື​ເຫຼົ່າ​ນີ້​ແລ້ວ ພວກ​ເຂົາ​ເຈົ້າ​ກໍ​ໄປ​ໃສ​ມາ​ໃສ​ບໍ່​ໄດ້ ບໍ່​ຕ່າງ​ຫຍັງ​ກັບ​ຄົນ​ບໍ່​ມີ​ປະ​ເທດ. ອີງ​ຕາມ​ທ່ານບ​ລີ​ເວີ​ນິ​ສ ຈາກ​ອົງ​ການ Vision Beyond Borders ໜັງ​ສື​ຂອງ​ທາງ​ຄອບ​ຄົວ ​ຖືກ​ຢຶດ​ມາ​ໄດ້ 6 ເດືອນ​ແລ້ວ.

ວີ​ໂອ​ເອ ພາກ​ພາ​ສາ​ລາວ​ກໍ​ໄດ້​ຕິດ​ຕໍ່​ໄປ​ຍັງ​ສະ​ຖານ​ທູດ​ລາວ ​ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເພື່ອ​ສອບ​ຖາມຄວາມ​ຖືກ​ຕ້ອງ​ກ່ຽວ​ກັບ​ເລື້ອງນີ້. ເຈົ້າ​ໜ້າ​ທີ່ ທີ່​ບໍ່​ປະ​ສົງ​ອອກຊື່​ທ່ານ​ນຶ່ງ​ບອກ​ວ່າ​ ທ່ານຈະ​ໄປ​ສືບ​ຖາມ​ເບິ່ງ ແລະ​ຕິດ​ຕໍ່​ກັບ​ຄືນ​ມາ​ຫາ​ພວກ​ເຮົາ​ ເພື່ອ​ແຈ້ງ​ໃຫ້ຊາບ.

XS
SM
MD
LG