ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລັດຖະມົນຕີຕ່າງປະເທດ ສຫລ ເປີດເຜີຍ ລາຍງານວ່າດ້ວຍ ເສຣີພາບໃນການນັບຖື ສາສະໜາ (ວີດີໂອ)


US: Respecting Religious Freedoms Safeguards Stability
please wait

No media source currently available

0:00 0:03:38 0:00

ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ກ່າວ​ວ່າ
ສະຫະລັດ ຈະລຸກ​ຂຶ້ນ​ຢືນ​ຕໍ່ສູ້ ​ເພື່ອ​ບັນດາ​ປະຊາ​ຄົມ​ຂອງ​ຊົນກຸ່ມ
ນ້ອຍທາງ​ສາສະໜາ ທີ່ຕົກ ຢູ່​ພາຍ​ໃຕ້​ການ​ໂຈມຕີ ​ແລະຕົກ​ຢູ່​
ໃນ​ອັນ​ຕະລາຍ ​ໃນ​ທົ່ວ​ໂລກ.

ທ່ານ Kerry ​ໄດ້​ກ່າວ​ຢູ່​ໃນກອງ​ປະຊຸມ​ ​ເຜີຍ​ແຜ່​ລາຍ​ງານປະຈຳ
​ປີຂອງກະຊວງ​ ການ​ຕ່າງປະ​ເທດ ກ່ຽວກັບ​ເສຣີພາບ​ທາງ​ສາສະ
ໜາ​ຢູ່​ໃນ​ນາ​ໆຊາດ. ທ່ານ​ກ່າວ​ວ່າ ​ເສຣີພາບ​ການ​ສະ​ແດງ​ອອກ​
ໃຫ້​ຮູ້​ແລະ​ປະຕິບັດ​ຄວາມ​ເຊື່ອ​ຖື​ຂອງ​ຕົນ​ເອງ ແມ່ນ​ສິດທິແຕ່​ກຳ
​ເໜີດ​ ຂອງມະນຸດ​ທຸກໆ​ຄົນ​.

ລາຍ​ງາ​ນຂອງກະຊວງຕ່າງປະ​ເທດສະຫະລັດ ​ເວົ້າ​ວ່າ ຫລາຍ​ລ້ານ​ຄົນ ​ໄດ້​ຖືກ​ບັງຄັບ​ໃຫ້​ໜີ​
ຈາກ​ບ້ານ​ເຮືອນ​ເຂົາ​ເຈົ້າ ຍ້ອນຄວາ​ມນັບຖື​ທາງສາສະໜາ​ຂອ​ງ​ເຂົາ​ເຈົ້າ ​ໃນ​ປີແລ້ວນີ້. ລາຍ​
ງານ​ກ່າວ​ວ່າ ​ໃນບັນດາ​ເຂດ​ທີ່​ມີ​ການ​ຂັດ​ແຍ້​ງກັນ​ນັ້ນ ການ​ພັດ​ພາກ​ຈາກ​ຢູ່​ອາ​ໄສຂອງ​ຄົນ​ກຸ່ມ​
ໃຫຍ່ນັ້ນ ​ໄດ້​ກາຍ​ມາ​ເປັນ “ເລື້ອງ​ທຳ​ມະ​ດາ ທີ່ອັນຕະລາຍ​ທີ່​ສຸດ”

ທ່າ​ນ Kerry ກ່າວ​ອີກວ່າ ​ເກົາ​ຫລີ​ເໜືອ ​ແມ່ນ​ໂດດເດັ່ນ​ອີກ​ ຢູ່ໃນ​ລາຍ​ງານເສຣີ​ພາບທາງ
ສາສະໜາ​ສະບັບ​ປີ​ນີ້ ຍ້ອນ “​ການ​ກົດ​ຂີ່​ປາບ​ປາມ ກິດຈະກຳ​ທາງ ສາສະໜາ​ ຢ່າງ​ຮ້າຍ​ແຮງ
ທີ່​ສຸດ ຂອງ​ຕົນ.”

ທ່ານ​ຍັງ​ໄດ້​ຊີ້​ອອກ​ອີກວ່າ ລັດຖະບານຣັດ​ເຊຍ ​ໄດ້​ໃຊ້ກົດໝາຍລົງ​ໂທດ ອັນ​ທີ່ຕົນ​ເອີ້ນ​ວ່າ
ລັດທິນິຍົມ​ຄວາມ​ຮຸນ​ແຮ​ງນັ້ນ ​ເພື່ອເປັນ​ເຫດຜົນ​ສະໜັບສະໜຸນ ການ​ເອົາ​ມາດ​ຕະການ
ປາບ​ປາມ​ປະຊາຊົນ​ທີ່ນັບຖື​ສາສະໜາ​ຕ່າງໆ ຢ່າງ​ໂຫດຮ້າຍ.

ທ່ານ Kerry ຍັງ​ກ່າວ​ອີກວ່າ ຢູ່​ໃນ​ປະ​ເທດ​ຈີນ ພວກ​ເຈົ້າ​ໜ້າ​ທີ່​ພາກັນຮາວີລົບ​ກວນ​ ​ຊາວ​
ຄຣິສຕຽນ ​ແລະ​ຈັບຊາວທິ​ເບ​ດທີ່​ນັບຖື​ສາສະໜາ​ພຸດ ​ພຽງເພາະວ່າ​ ​ເຂົາ​ເຈົ້າມີ​ຮູບ​ຂອງ ອົງ​
ດາ​ໄລ ລາ​ມະ​ ​ເທົ່າ​ນັ້ນ.

ຢູ່​ເອ​ເຊຍ​ອາຄະ​ເນ ຄວາມ​ຮຸນ​ແຮງ​ຕ້ານ​ຊາວມຸສລິ​ມ ​ໄດ້​ແຜ່​ລາມ​ອອກ​ໄປ​ຈາກພາກ​ຕາ​ເວັນ​ຕົກທີ່​ປັ່ນ​ປຸວນ​ຂອງມຽນມາ ສູ່​ເຂດ​ Meikhtila ​ໃນພາກ​ກາງ ​ແລະ ເຣັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​
ເຖິງ 100 ຄົນ ​ແລະ​ບໍ່​ມີ​ທີ່ຢູ່​ອາ​ໄສ​ເຖິງ 12,000 ຄົນ.

XS
SM
MD
LG