ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ວ່າ 14 ປະເທດ ລ່ວງລະເມີດ ອິດສະຫຼະພາບ ດ້ານສາສະໜາ


ລາຍງານປະຈຳປີ 2011 ຂອງຄະນະກຳມາທິການ ວ່າດ້ວຍອິດສະຫຼະພາບ ໃນການນັບຖືສາສະໜານາໆຊາດ ຂອງສະຫະລັດ (28 ເມສາ 2011)
ລາຍງານປະຈຳປີ 2011 ຂອງຄະນະກຳມາທິການ ວ່າດ້ວຍອິດສະຫຼະພາບ ໃນການນັບຖືສາສະໜານາໆຊາດ ຂອງສະຫະລັດ (28 ເມສາ 2011)

ຄະນະກຳມາທິການ ວ່າດ້ວຍອິດສະຫຼະພາບໃນການ
ນັບຖືສາສະໜານາໆຊາດ ຂອງສະຫະລັດ ໄດ້ລະບຸຊື່
14 ປະເທດວ່າເປັນຜູ້ລ່ວງລະເມີດອິດສະຫຼະພາບໃນ
ການນັບຖືສາສະໜາທີ່ຮ້າຍແຮງສຸດໃນໂລກ ແລະຈັດ
ເອົາອີຈິບເຂົ້າໄວ້ໃນບັນຊີລາຍຊື່ດັ່ງກ່າວ ເປັນເທື່ອທຳ
ອິດ.

ໃນລາຍງານປະຈຳປີຂອງຕົນ ທີ່ນຳອອກເຜີຍແຜ່ໃນ
ວັນພະຫັດວານນີ້ຄະນະກຳມາທິການດັ່ງກ່າວເວົ້າວ່າ
ຕົນໄດ້ຈັດເອົາອີຈິບເຂົ້າໄວ້ໃນບັນຊີລາຍຊື່ປະເທດທີ່
ໜ້າເປັນຫ່ວງພິເສດ ຫຼື Country of Particular
Concern ກໍຍ້ອນອັນທີ່ຄະນະກຳມາທິການ ເວົ້າວ່າ
ມີການລ່ວງລະເມີດເພີ່ມຂຶ້ນຢ່າງຫຼວງຫຼາຍ ຕໍ່ອິດສະ
ຫຼະພາບໃນການນັບຖືສາສະໜາ ໃນຮອບປີຜ່ານມາ.
ຄະນະກຳມາທິການດັ່ງກ່າວ ໄດ້ກ່າວອ້າງເຖິງການກໍ່
ຄວາມຮຸນແຮງເພີ່ມຂຶ້ນ ຕໍ່ພວກທີ່ນັບຖືສາສະໜາ
ຄຣິສຕ໌ນິກາຍຄອັບຕິກ ແລະສາສະໜາກຸ່ມນ້ອຍອື່ນໆໃນອີຈິບ.

ລາຍງານໄດ້ກ່າວຫາອີຈິບວ່າ ພົວພັນຫຼືມີການອະນຸໂລມຜ່ອນຜັນຕໍ່ພວກກໍ່ຄວາມຮຸນແຮງ.
ລາຍງານເວົ້າວ່າ ການໂຈມຕີຊຶ່ງຮວມທັງການສັງຫານທີ່ຍັງດຳເນີນຢູ່ຕໍ່ມານັບແຕ່ປະທານາ
ທິບໍດີ Hosni Mubarak ໄດ້ລາອອກໃນເດືອນກຸມພາຜ່ານມາໂດຍທີ່ລັດຖະບານບໍ່ໄດ້ນຳ
ເອົາໂຕພວກກໍ່ການມາດຳເນີນຄະດີເລີຍ.

ສ່ວນຢູ່ບ່ອນອື່ນໆ ໃນພາກຕາເວັນອອກກາງນັ້ນ ທາງຄະນະກຳມາທິການໄດ້ຈົດຊື່ອີຣ່ານ
ອີຣັກແລະຊາອຸດີອາຣາເບຍ ເຂົ້າໄວ້ໃນບັນຊີປະເທດທີ່ໜ້າເປັນຫ່ວງພິເສດ. ສ່ວນຢູ່ເອເຊຍ
ລາຍງານໄດ້ຈັດເອົາ ມຽນມາ ຈີນ ເກົາຫຼີເໜືອ ຫວຽດນາມ ປາກິສຖານ ເຕີກເມນິສຖານ
ແລະອຸສເບັກກິສຖານ ເຂົ້າໄວ້ໃນບັນຊີລາຍຊື່ ທີ່ວ່ານີ້ ແລະຢູ່ໃນທະວີບອາຟຣິກາ ກໍມີເອຣີ
ເທຣຍ ໄນຈີເຣຍ ແລະຊູດານ.

ນອກນັ້ນ ຄະນະກຳມາທິການຍັງໄດ້ສະເໜີແນະໃຫ້ກະຊວງການຕ່າງປະເທດສະຫະລັດລະ
ບຸຊື່ຢ່າງເປັນທາງການ ຂອງ 14 ປະເທດ ເຂົ້າໄວ້ໃນບັນຊີປະເທດທີ່ໜ້າເປັນຫ່ວງພິເສດຊຶ່ງ
ເປັນການເຄື່ອນໄຫວທີ່ອາດນຳໄປສູ່ການລົງໂທດປະເທດເຫຼົ່ານີ້. ກະຊວງການຕ່າງປະເທດ
ສະຫະລັດ ດ້ລະບຸຊື່ 8 ປະເທດແລ້ວ ຈາກຈຳນວນ 14 ປະເທດທີ່ທາງຄະນະກຳມາທິການ
ໄດ້ສະເໜີໄປນັ້ນເຂົ້າໄວ້ໃນບັນຊີ ປະກອບມີ ມຽນມາ ຈີນ ເອຣີເທຣຍ ອີຣ່ານ ເກົາຫຼີເໜືອ
ຊາອຸດີອາຣາເບຍແລະອຸສເບັກກິສຖານ.

ຄະນະກຳມາທິການ ວ່າດ້ວຍອິດສະຫຼະພາບ ໃນການນັບຖືສາສະໜານາໆຊາດ ໄດ້ລະບຸຊື່
ຂອງບັນດາປະເທດອີກຈຳນວນນຶ່ງປະກອບດ້ວຍອັຟການິສຖານ ເບຣາຣຸສ ຄິວບາ ຣັດເຊຍ
ແລະເວເນຊູເອລາເຂົ້າໄວ້ໃນບັນຊີລາຍຊື່ປະເທດທີ່ຄວນຖືກຕິດຕາມຊີ້ງຊອມຢ່າງໃກ້ຊິດກ່ຽວ
ກັບການລ່ວງລະເມີດໃນການນັບຖືສາສະໜາ ແລະສ່ວນທີ່ເຫຼືອຂອງບັນຊີປະເທດທີ່ຄວນຕິດ
ຕາມຊິ້ງຊອມກໍມີອິນເດຍ ອິນໂດເນເຊຍ ສປປ ລາວ ໂຊມາເລຍ ຕາຈິກກິສຖານແລະເຕີກກີ.

XS
SM
MD
LG