ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສລີພາບໃນການເຊື່ອຖື ສາສະໜາໃນເອເຊຍ ຕາເວັນອອກສຽງໃຕ້


ພວກນັບຖືສາສະໜາ Catholic ສວດມົນພາວະນາ ຢູ່ໃນໂບດແຫ່ງນຶ່ງ ໃນຫວຽດນາມ ( AP Photo/David Longstreath)
ພວກນັບຖືສາສະໜາ Catholic ສວດມົນພາວະນາ ຢູ່ໃນໂບດແຫ່ງນຶ່ງ ໃນຫວຽດນາມ ( AP Photo/David Longstreath)

ລາຍ​ງານ​ປະຈຳ​ປີ​ຂອງ​ສະຫະລັດ ກ່ຽວກັບ​ເສລີພາບ​ໃນ​
ການ​ເຊື່ອ​ຖື ສາສະໜາ​ໃນທົ່ວໂລກ ໄດ້ໃຫ້​ຂໍ້ສັງ​ເກດວ່າ
ສິ່ງ​ທ້າ​ທາຍ​ຕໍ່ເສລີພາບ​ໃນການ​ເຊື່ອ​ຖື ​ແລະການ​ປະຕິບັດ
ສາ​ສະໜາຢູ່​ໃນ​ຫລາຍ​ປະ​ເທດໃນ​ພາກພື້ນ​ເອ​ເຊຍ​ຕາ​ເວັນ ​ອອກສຽງ​ໃຕ້ນັ້ນ ​ແມ່ນຍັງ​ມີຢູ່.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ລາຍ​ງານ​ວ່າ ມຽນ
ມາ ​”​ເປັນ​ປະ​ເທດ​ທີ່ໜ້າ​ເປັນ​ຫ່ວງ​ເປັນ​ພິ​ເສດ” ​ເພາະ​ລະ
ບອບ​ຜະ​ເດັດ​ການຂອງປະ​ເທດ​ນັ້ນ ​ໄດ້​ວາງ​ຂໍ້​ກີດ​ກັ້ນຕໍ່
ການ​ປະຕິ ບັດສາສະໜາກິດ ຂອງ​ພວກ​ຊົນ​ກຸ່ມ​ນ້ອຍ
ເຊ່ນພວກມຸ​ສະ​ລິ​ມ​ແລະຄຣິສຕຽນ. ນອກ​ນັ້ນ ພວກ​ເຈົ້າ
ໜ້າທີ່​ຍັງ​ຕິດຕາມເບິ່ງຢ່າງ​ໃກ້​ຊິດ ການ​ດໍາ​ເນີນຄວາມ​
ພະຍາຍາມ​ຂອງພວກ​ພະສົງ ​ທີ່​ຈະ​ສົ່ງ​ເສີມ​ສິດທິ​ມະນຸດ
ແລະ​ເສລີພາບທາງການ​ເມືອງ. ໂດຍ​ທົ່ວ​ໄປ​ແລ້ວ ລັດຖະ
ບານ​ທະຫານມຽນມາໄດ້ອະນຸຍາດ​ໃຫ້​ບັນດາກຸ່ມ​ສາ​ສະ
ໜາທີ່​ໄດ້​ລົງທະບຽນນຳ​ລັດ ນັບຖື​ສາສະໜາໃດ​ກໍ​ໄດ້​ ຕາມ​ທີ່​ພວກເຂົາ​ເຈົ້າມັກ.

ລາຍ​ງານນີ້ຍັງ​ເວົ້າອີກ​ວ່າ ສະພາບ​ການໂດຍ​ທົ່ວ​ໄປ ​ແມ່ນ​ດີ​ຂຶ້ນຢູ່​ໃນອິນ​ໂດ​ເນ​ເຊຍແລະ
ມາເລ​ເຊຍ ​ເຖິງ​ແມ່ນ​ວ່າ ລັດຖະບານປະ​ເທດ​ເຫລົ່ານີ້ ບໍ່​ໄດ້ປົກ​ປ້ອງ​ພວກ​ທີ່​ຖືສາ​ສະໜາ
ທີ່​ມີຄົນ​ນັບຖືໜ້ອຍ ຈາກການ​ຖືກຈຳ​ແນ​ກກີດ​ກັນ ເປັນ​ລາຍ​ບຸກຄົນ ​ໂດຍ​ພວກ​ຊົນກຸ່ມ
ໃຫຍ່ ທີ່ນັບ​ຖືສາສະໜາອິສລາມ​ນັ້ນ.

ລາຍ​ງານ​ນີ້ ຍັງ​ລະບຸ​ວ່າ ລັດຖະບານ​ຄອມ​ມີ​ວນິສ ຢູ່​ຫວຽດນາມ​ກໍ​ໄດ້ ​ຈໍາກັດ​ຮັດ​ແຄບ​ກິດ
ຈະກຳ​ທາງ​ສາດສະໜາ ຂອງ​ພວກ​ກຸ່ມ​ສາດສະໜາຕ່າງໆ.

ສ່ວນຢູ່​ລາວນັ້ນ ລາຍ​ງານ​ເວົ້າວ່າ ພວກ​ເຈົ້າໜ້າທີ່ ຢູ່​ໃນ​ເຂດ​ຕົວ​ເມືອງ​ຕ່າງໆ ​ໄດ້​ສະ​ແດງ​ໃຫ້
ເຫັນ​ວ່າ ມີ​ການຍອມຮັບການ​ປະຕິບັດສາສະໜາ ທີ່​ບໍ່​ແມ່ນ​ສາສະໜາພຸດ​ຫລາຍຂຶ້ນ ແຕ່​ກໍ
ຍັງ​ມີ​ການບໍ່​ຍອມຮັບຢູ່​ໃນ​ຫລາຍໆເຂດ​ຊົນນະບົດ.

XS
SM
MD
LG