ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຊ່ອຍເຫຼືອບັນເທົາທຸກ ກ່າວວ່າ ສະມາຊິກ 2 ຄົນຂອງຕົນ ໄດ້ຖືກຂ້າຕາຍ ຍ້ອນຄວາມຮຸນແຮງຢູ່ໃນ ມຽນມາ


ໃນພາບນີ້ ສະໜອງໃຫ້ໂດຍກອງກຳລັງປ້ອງກັນແຫ່ງຊາດກາຫຼ່ຽງ ຫຼື (KNDF), ໃຫ້ເຫັນຄວັນ ແລະແປວໄຟ ກຳລັງລຸກໄໝ້ ຈາກລົດຫຼາຍຄັນ ຢູ່ໃນເມືອງ ປຣູໂຊ (Hpruso), ລັດກາຢາ (Kayah state) ຂອງມຽນມາ, ວັນທີ 24 ທັນວາ 2021.
ໃນພາບນີ້ ສະໜອງໃຫ້ໂດຍກອງກຳລັງປ້ອງກັນແຫ່ງຊາດກາຫຼ່ຽງ ຫຼື (KNDF), ໃຫ້ເຫັນຄວັນ ແລະແປວໄຟ ກຳລັງລຸກໄໝ້ ຈາກລົດຫຼາຍຄັນ ຢູ່ໃນເມືອງ ປຣູໂຊ (Hpruso), ລັດກາຢາ (Kayah state) ຂອງມຽນມາ, ວັນທີ 24 ທັນວາ 2021.

ພະນັກງານຊ່ອຍບັນເທົ່າທຸກ 2 ຄົນ ປະຈຳອົງການຊ່ອຍຊີວິດພວກເດັກນ້ອຍ ຫຼື Save the Children ແມ່ນລວມຢູ່ໃນຈຳພວກທີ່ໄດ້ຖືກຂ້າຕາຍໃນການໂຈມຕີວັນກ່ອນບຸນຄຣິສມັສ ຢູ່ທີ່ພາກຕາເວັນອອກຂອງມຽນມາ ອີງຕາມການກ່າວຂອງກຸ່ມດັ່ງກ່າວໃນວັນອັງຄານວານນີ້.

ກຸ່ມດັ່ງກ່າວໄດ້ຖິ້ມໂທດໃສ່ພວກທະຫານຂອງມຽນມາ ສຳລັບເຫດການທີ່ໄດ້ເຮັດໃຫ້ຢ່າງໜ້ອຍ 35 ຄົນເສຍຊີວິດຢູ່ໃນລັດ ກາຢາ.

ທ່ານນາງ ອິງເກີ ອາສຊິງ (Inger Ashing) ຫົວໜ້າຜູ້ບໍລິຫານຂອງອົງການ Save the Children ໄດ້ກ່າວໃນຖະແຫລງການວ່າ “ຄວາມຮຸນແຮງຕໍ່ພວກພົນລະເຮືອນຜູ້ບໍລິສຸດ ທີ່ລວມມີບັນດາພະນັກຊ່ອຍເຫຼືອນັ້ນ ແມ່ນບໍ່ສາມາດຍອມຮັບໄດ້ ແລະການໂຈມຕີທີ່ໄຮ້ຈິດສຳນຶກນີ້ ແມ່ນເປັນການລະເມີດຕໍ່ກົດໝາຍມະນຸດສະທຳສາກົນ.”

ກອງທັບຂອງມຽນມາ ໄດ້ກ່າວວ່າ ກອງກຳລັງຂອງຕົນໄດ້ຖືກໂຈມຕີ ໃນເວລາທີ່ຕົນໄດ້ພະຍາຍາມຢຸດລົດເຈັດຄັນ ແລະພວກທະຫານກ່າວວ່າ ລົດດັ່ງກ່າວໄດ້ຂັບມາ “ໃນລັກສະນະທີ່ໜ້າສົງໄສ.”

ທ່ານ ຊໍ ມິນ ຕຸນ ໂຄສົກຂອງທະຫານ ໄດ້ກ່າວຕໍ່ອົງການຂ່າວຂອງຝຣັ່ງ ວ່າ ພວກທະຫານໄດ້ສັງຫານພວກຄົນຈຳນວນນຶ່ງ ໃນລະຫວ່າງເກີດການປະທະກັນຢູ່ນັ້ນ.

ພວກທະຫານບ້ານຕໍ່ຕ້ານລັດຖະບານທີ່ປະຕິບັດການຢູ່ໃນພື້ນທີ່ ເອີ້ນວ່າ ກອງກຳລັງປ້ອງກັນແຫ່ງຊາດ ກາຫຼ່ຽງ ໄດ້ກ່າວວ່າພວກທີ່ຖືກຂ້າຕາຍນັ້ນ ບໍ່ແມ່ນສະມາຊິກທະຫານບ້ານ ແຕ່ຫາກເປັນພວກພົນລະເຮືອນທີ່ຫລົບໜີຈາກບັນຫາຂັດແຍ້ງ.

ໃນການຕອບໂຕ້ຕໍ່ການໂຈມຕີດັ່ງກ່າວ ອົງການ Save the Children ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດຕັ້ງປະຕິບັດການຫ້າມຄ້າອາວຸດໃຫ້ແກ່ລັດຖະບານຂອງປະເທດດັ່ງກ່າວ.

ສະຖານທູດສະຫະລັດ ໃນ ມຽນມາ ໄດ້ພັນລະນາເຖິງການໂຈມຕີນັ້ນວ່າ “ປ່າເຖື່ອນ.”

ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ແອນໂຕນີ ບລິງເກັນ ຍັງໄດ້ກ່າວປະນາມການໂຈມຕີດັ່ງກ່າວ.

ທ່ານ ບລິງເກັນ ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ “ການແນເປົ້າໝາຍໃສ່ພວກຄົນທີ່ບໍລິສຸດແລະພວກຄົນຊ່ອຍເຫຼືອດ້ານມະນຸດສະທຳ ແມ່ນຍອມຮັບບໍ່ໄດ້ ແລະການກໍ່ຄວາມໂຫດຮ້າຍຢ່າງແຜ່ຫຼາຍຂອງພວກທະຫານຕໍ່ປະຊາຊົນຊາວ ພະມ້າ ໄດ້ເນັ້ນໃຫ້ເຫັນເຖິງຄວາມຮີບດ່ວນຂອງການນຳເອົາພວກສະມາຊິກຂອງທະຫານມາຮັບຜິດຊອບ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG