ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາໃນພາກພື້ນ ຄາດວ່າ ຈະເນັ້ນຢໍ້າເຖິງຜົນປະໂຫຍດຂອງ ຈີນ ໃນ ປາກິສຖານ ແລະ ອັຟການິສຖານ


ທຸກຊາດ ຈີນ ແລະ ອິສລາມ ເອມີເຣດ ແຫ່ງ ອັຟການິສຖານ ຕັ້ງຢູ່ໃນກອງປະຊຸມຖະແຫຼງຂ່າວ ທີ່ຖືກຈັດຂຶ້ນໂດຍເຈົ້າໜ້າທີ່ສອງປະເທດນັ້ນໃນນະຄອນຫຼວງ ກາບູລ, ອັຟການິສຖານ, 5 ມັງກອນ 2023.
ທຸກຊາດ ຈີນ ແລະ ອິສລາມ ເອມີເຣດ ແຫ່ງ ອັຟການິສຖານ ຕັ້ງຢູ່ໃນກອງປະຊຸມຖະແຫຼງຂ່າວ ທີ່ຖືກຈັດຂຶ້ນໂດຍເຈົ້າໜ້າທີ່ສອງປະເທດນັ້ນໃນນະຄອນຫຼວງ ກາບູລ, ອັຟການິສຖານ, 5 ມັງກອນ 2023.

ພວກ​ເຈົ້າ​ໜ້າ​ທີ່​ຈາກ​ຈີນ, ປາ​ກິ​ສ​ຖານ ແລະ ຕາ​ລີ​ບານ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ຈັດ​ການ​ເຈ​ລະ​ຈາ​ສອງວັນ ​ທີ່​ເລີ່ມ​ຂຶ້ນ​ຢູ່​ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ, ປະ​ເທດ ປາ ​ກິ​ສ​ຖານ ໃນ​ວັນ​ສຸກມື້ນີ້, ເຊິ່ງ​ບັນ​ດາ​ຜູ້​ສັງ​ເກດ​ການ​ຄາດ​ວ່າ ​ຈະ​ຮຽນ​ຮູ້​ເພີ່ມ​ເຕີມ ກ່ຽວ​ກັບ ບູ​ລິ​ມະ​ສິດ​ຕ່າງໆ​ຂອງ ປັກ​ກິ່ງ ໃນ​ພາກ​ພື້ນ​ດັ່ງ​ກ່າວ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ຈິນ ກາງ ແລະ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຕາ​ລີ​ບານ ອາ​ເມຍ ຄານ ມຸດ​ຕາ​ກີ ຈະ​ປະ​ຊຸມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ປາ​ກິ​ສ​ຖານ. ປະ​ຊາ​ຄົມ​ສາ​ກົນ​ໄດ້ຫຼີກ​ລ່ຽງ​ການ​ເຮັດ​ຂໍ້​ຕົກ​ລົງ​ກັບ​ກຸ່ມ​ຕາ​ລີ​ບານ ຍ້ອນ​ນະ​ໂຍ​ບາຍ​ສາ​ສະ​ໜາ​ທີ່​ເຄັ່ງ​ຄັດ​ທີ່​ແນ​ເປົ້າ​ໃສ່​ແມ່​ຍິງ ອັ​ຟ​ກາ​ນິ​ສ​ຖານແລະ ອື່ນໆ.

ປັກ​ກິ່ງ ບໍ່​ພຽງ​ແຕ່​ໄດ້​ສະ​ໜັບ​ສະ​ໜູນ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ສືບ​ຕໍ່​ການ​ເຈ​ລະ​ຈາ​ກັບ​ກຸ່ມ​ຕາ​ລີ​ບານເທົ່າ​ນັ້ນ, ແຕ່​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າສະ​ໜັບ​ສະ​ໜູນ​ເພື່ອ​ໃຫ້​ກຸ່ມ​ຕາ​ລີ​ບານ “ສ້າງ​ລັດ​ຖະ​ບານ​ທີ່ກວມ​ລວມ, ​ທຳ​ການ​ປົກ​ຄອງ ແບບ​ຫົວ​ປານ​ກາງ, ພັດ​ທະ​ນາ​ສາຍ​ພົວ​ພັນ​ທີ່​ເປັນ​ມິດ​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ເຂົາ​ເຈົ້າ ແລະ ຕໍ່​ສູ້​ກັບ​ລັດ​ທິ​ກໍ່​ການ​ຮ້າຍ​ຢ່າງ​ເດັດ​ຂາດ.”

ນອກ​ຈາກ​ການ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສາ​ມຝ່າຍ​ແລ້ວ, ທ່ານ ຈິນ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ປາ​ກິ​ສ​ຖານ ທ່ານ ບິ​ລາ​ວາ​ລ ບຸດ​ໂຕ ຊາ​ດາ​ຣີ ຈະ​ເປັນ​ປ​ະ​ທານ​ຮ່ວມກອງ​ປະ​ຊຸມຍຸດ​ທະ​ສາດ​ຂອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຈີນ ແລະ ປາ​ກິ​ສ​ຖານຄັ້ງ​ທີສີ່. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ໄດ້​ອະ​ທິ​ບາຍ​ສອງ​ປະ​ເທ​ດ​ດັ່ງ​ກ່າວ​ວ່າ ເປັນ “ຄູ່​ຮ່ວມ​ການ​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ​ທຸກ​ສະ​ພາບ​ອາ​ກາດ ແລະ ເພື່ອນມິດ​ທີ່​ແຂງ​ແກ່ນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG