ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາບ​ແວດ​ລ້ອມ​ດ້າ​ນ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ​ອາດ​ຊຸດ​ໂຊມ​ລົງ ເຖິງ​ແມ່ນ​ ສະ​ຫະ​ລັດ ແລະ ຈີນ ໄດ້​ປະ​ຊຸມ​ກັນ​ໃນ ສິງ​ກະ​ໂປ ກໍ​ຕາມ


​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຈີນ ທ່ານ ດົງ ຈູນ ກ່າວ​ຄ​ຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປ​ະ​ຊຸມ Shangri-La, ສິງ​ກະ​ໂປ, 2 ມິ​ຖຸ​ນາ 2024.
​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຈີນ ທ່ານ ດົງ ຈູນ ກ່າວ​ຄ​ຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປ​ະ​ຊຸມ Shangri-La, ສິງ​ກະ​ໂປ, 2 ມິ​ຖຸ​ນາ 2024.

ຈີນ​ ໄດ້​ສະແດງ​ທ່າ​ທີ​ທີ່ແຂງກະດ້າງຂອງ​ຕົນ​ໃນການໂຕ້ຖຽງກັນຕໍ່ບັນຫາດ້ານ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ອິນ​ໂດ​ປາ​ຊີ​ຟິກ ຢູ່ທີ່​ກອງ​ປະຊຸມ Shangri-La ໃນປະເທດສິງກະ​ໂປລະຫວ່າງທ້າຍ​ອາທິດ​ຜ່ານ​ມາ, ຂະນະ​ທີ່​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ທ່ານດົງ ຈູນ (Dong Jun) ​ໄດ້ປະນາມຕໍ່​ກອງ​ກຳລັງ​ພາຍ​ນອກ​ຈຳນວນ​ນຶ່ງ​ ທີ່​ໃຫ້ການ​ສະໜັບສະໜູນ​ດ້ານ​ການ​ທະຫານ​ແກ່ ​ໄຕ້​ຫວັນ ​ໃນ​ຂະນະ​ທີ່ທ່ານ​ກ່າວ​ຫາ ​ຟີ​ລິບ​ປິນ ວ່າ​ກໍາລັງເປັນ​ອັນຕະລາຍ​ຕໍ່​ສະຖຽນລະພາບໃນບໍລິເວນ​ຂົງ​ເຂດທະເລຈີນໃຕ້.

ໃນຂະນະດຽວກັນ, ທ່ານ ດົງ ກໍກ່າວວ່າ ປັກກິ່ງ ໄດ້ນໍາໃຊ້ຂໍ້ຈໍາກັດເພື່ອຕອບ ໂຕ້ຕໍ່ສິ່ງທີ່ພວກເຂົາອະທິບາຍວ່າເປັນ “ການລະເມີດສິດທິ ແລະການເກາະຜິດ” ທີ່ດໍາເນີນການໂດຍປະເທດໃດນຶ່ງ, ເຊິ່ງບໍ່ໄດ້ກ່າວຊື່ອອກມາໂດຍກົງເຖິງ ຟີລິບປິນ, ບັນດາຄະນະຜູ້ແທນຈາກບາງປະເທດກ່າວວ່າ ຄຳປາໄສຂອງ ທ່ານ ດົງ ເປັນ “ການຂົ່ມຂູ່ແບບບໍ່ເປີດແປນ.”

ທ່ານນາງ ເຈັນນິເຟີ ພາກເກີ້ (Jennifer Parker), ຜູ້ຊ່ຽວຊານດ້ານການປ້ອງ ກັນປະເທດຢູ່ທີ່ມະຫາວິທະຍາໄລແຫ່ງຊາດອອສເຕຣເລຍ ແລະເປັນຜູ້ແທນຢູ່ທີ່ ກອງປະຊຸມສົນທະນາ Shangri-La ກ່າວວ່າ “ໃນຄໍາປາໄສຂອງ ທ່ານ ດົງ, ມັນເປັນການຂົ່ມຂູ່ຢ່າງຫຼວງຫຼາຍຕໍ່ພາກພື້ນອິນໂດ-ປາຊີຟິກ, ລວມທັງການ ເຕືອນທີ່ ‘ພວກແບ່ງແຍກດິນແດນ ໄຕ້ຫວັນ’ ຈະຖືກຕອກໃສ່ເສົາແຫ່ງຄວາມ ອັບອາຍຢູ່ໃນປະຫວັດສາດ ແລະ ບັນດາປະເທດເຫຼົ່ານັ້ນທີ່ກໍາລັງແຊກແຊງ ຄວາມພະຍາຍາມເພື່ອເຕົ້າໂຮມເຂົ້າເປັນເອກະພາບກັນກັບໄຕ້ຫວັນຂອງ ປັກກິ່ງ ຈະຕ້ອງປະເຊີນກັບການທຳລາຍດ້ວຍຕົນເອງ.”

ນອກຈາກ​ການ​ຂົ່ມຂູ່​ກ່ຽວ​ກັບ​ໄຕ້​ຫວັນ​ແລ້ວ, ທ່ານນາງ ພາກເກີ້ ກ່າວຕື່ມອີກ​ວ່າ ຄຳ​ປາ​ໄສ​ຂອງ ​ທ່ານ ດົງ ຍັງ​ໄດ້​ສະທ້ອນໃຫ້​ເຫັນ​ເຖິງ​ການ​ບໍ່​ເອົາ​ໃຈ​ໃສ່ຫົວຊາ​ຂອງ​ປັກ​ກິ່ງ ​ຕໍ່​ອົງການ​ຂອງ ​ຟີ​ລິບ​ປິນ​ ກ່ຽວກັບຂໍ້ພິພາດກັນຂອງທັງ​ສອງ​ປະ​ເທດຢູ່ບໍລິເວນຂົງເຂດທະເລຈີນໃຕ້, ເຊິ່ງ ທ່ານນາງ ກ່າວຕໍ່ VOA ຜ່ານທາງ ໂທລະສັບວ່າ “ໃນຄໍາຖະແຫຼງການຂອງ ທ່ານ ດົງ ນັ້ນ, ເປັນການສະແດງ ອອກໃຫ້ເຫັນໃນລະດັບທີ່ແຈ່ມແຈ້ງວ່າ ບໍ່ເຄົາລົບຕໍ່ ຟີລິບປິນ.”

​ໃນ​ລະຫວ່າງການກ່າວຄຳ​ປາ​ໄສ​ເປັນ​ເວລາ 40 ນາທີ, ທ່ານ ດົງ ​ໄດ້​ກ່າວ​ຫາ​ບາງກອງ​ກຳລັງ​ພາຍ​ນອກ, ເຊິ່ງເປັນການກ່າວຫາ​ໂດຍ​ທາງ​ອ້ອມ​ກ່ຽວ​ກັບ ​ສະຫະລັດ ​ທີ່ກໍາລັງທຳລາຍແກນກາງ​ຂອງ​ສະມາຄົມ​ປະຊາ​ຊາດ​ເອເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫຼື ASEAN, ​ແລະກໍາລັງນຳ​ເອົາ “​ປັດ​ໄຈທີ່​ບໍ່​ໝັ້ນຄົງຕ່າງໆ ​ມາ​ສູ່​ສັນຕິພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນແຫ່ງນີ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG