ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາຜູ້ນຳ ຂົງເຂດ ອາຊຽນ ຈະຍົກພາບພົດ ທີ່ຜິດປົກກະຕິ ໃນຄັ້ງນຶ່ງ ຂອງ ປ. ຟີລິບປິນ ຂຶ້ນມາ

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໂອ້ລົມ ກັບ ປະທານາທິບໍດີ ຂອງຟີລິບປິນ ທ່ານ ຣອດຣີໂກ ດູເຕີເຕ ໃນລະຫວ່າງ ງານລ້ຽງອາຫານຄ່ຳ ທີ່ເປັນຂີດໝາຍ ວັນຄົບຮອບ 50 ປີ ຂອງສະມາຄົມ ບັນດາປະເທດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ຢູ່ໃນນະຄອນຫຼວງ ມານີລາ ຂອງຟີລິບປິນ, ວັນທີ
12 ພະຈິກ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໂອ້ລົມ ກັບ ປະທານາທິບໍດີ ຂອງຟີລິບປິນ ທ່ານ ຣອດຣີໂກ ດູເຕີເຕ ໃນລະຫວ່າງ ງານລ້ຽງອາຫານຄ່ຳ ທີ່ເປັນຂີດໝາຍ ວັນຄົບຮອບ 50 ປີ ຂອງສະມາຄົມ ບັນດາປະເທດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ຢູ່ໃນນະຄອນຫຼວງ ມານີລາ ຂອງຟີລິບປິນ, ວັນທີ 12 ພະຈິກ 2017.

ເມື່ອຫາກໍ 14 ເດືອນຜ່ານມານີ້ ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte
ໄດ້ເອີ້ນອະດີດປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ວ່າ “ລູກແມ່ຈ້າງ”
ໂດຍທີ່ໄດ້ກະຕຸ້ນໃຫ້ ທ່ານໂອບາມາ ຫລີກເວັ້ນການພົບປະກັບ ຄູ່ຕຳແໜ່ງຂອງທ່ານ
ຈາກປະເທດຟີລິບປິນ ຢູ່ທີ່ກອງປະຊຸມ ສະມາຄົມບັນດາປະເທດ ໃນເອເຊຍ ຕາເວັນ
ອອກສຽງໃຕ້ ຫຼື ASEAN ຢູ່ໃນ ສປປ ລາວ.

ແຕ່ມາບັດນີ້ ເວລາໄດ້ປ່ຽນແປງໄປແລ້ວ.

ມາບັດນີ້ ສະມາຄົມດັ່ງກ່າວ ທີ່ຮູ້ຈັກກັນດີ ຄື ອາຊຽນ ແມ່ນກຳລັງຈັດກອງປະຊຸມ ຢູ່ໃນ
ນະຄອນຫຼວງມານີລາ ແລະ ທ່ານ Duterte ແມ່ນເປັນຜູ້ປົກຄອງປະເທດ. ທ່ານໄດ້
ພົບປະກັບ ທ່ານດໍໂນລ ທຣຳ ປະທານາທິບໍດີ ສະຫະລັດ ຄົນປັດຈຸບັນ ສອງຄັ້ງຢ່າງເປັນ
ພິທີການໄປແລ້ວ ຢູ່ນະທີ່ນີ້ ແລະ ຈະສືບຕໍ່ຈັດກອງປະຊຸມ ກັບທ່ານຕື່ມອີກ ໃນວັນຈັນມື້ນີ້.

ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ຕັ້ງທ່າພ້ອມກັນກັບ ບັນດາຜູ້ນຳ ໃນກຸ່ມອາຊຽນ ແລະ ຄູ່ຕຳແໜ່ງຂອງທ່ານ ໃນຂົງເຂດ ລວມທັງ ປະທານາທິບໍດີ ດໍໂນລ ທຣຳ, ໃນລະຫວ່າງການຖ່າບຮູບກ່ອນໜ້າ ງານລ້ຽງພິເສດ ເພື່ອສະເຫຼີມສະຫຼອງວັນຄົບຮອບ 50 ປີ ຂອງອາຊຽນ ໃນນະຄອນຫຼວງມານີລາ ຂອງຟີລິບປິນ, ວັນທີ 12 ພະຈິກ 2017

ການມີບົດບາດເປັນປະທານ ຂອງທ່ານ Duterte ໃນສະມາຄົມດັ່ງກ່າວ ພ້ອມກັນກັບ
ການເດີນທາງຢ້ຽມຢາມ ປະເທດໃນເອເຊຍ ຢ່າງເປັນທາງການ ໃນໄລຍະ 6 ເດືອນ
ທີ່ທ່ານໄດ້ດຳລົງຕຳແໜ່ງມາ ກໍໄດ້ຊ່ອຍເຮັດໃຫ້ຄຸນລັກສະນະຂອງທ່ານນັ້ນ ປັບປຸງດີຂຶ້ນ
ໂດຍເຮັດໃຫ້ທ່ານ ໄດ້ຮັບການນັບຖືຄືນໃໝ່ ອີງຕາມການກ່າວ ຂອງບັນດານັກວິເຄາະ.

ທ່ານ Eduardo Araral ອາຈານສອນຢູ່ທີ່ມະຫາວິທະຍາໄລແຫ່ງຊາດຂອງສິງກະໂປ
ຈາກໂຮງຮຽນດ້ານນະໂຍບາຍ ມວນຊົນ ກ່າວວ່າ “ທ່ານ Duterte ຈະຕ້ອງຫຼິ້ນບົດບາດ
ໄປຕາມບົດເລື່ອງ. ຖ້າບໍ່ດັ່ງນັ້ນແລ້ວ ມັນກໍຈະກາຍເປັນເລື່ອງທີ່ສັບສົນ ຖ້າຫາກເພິ່ນ
ເຮັດຕາມໃຈເພິ່ນ ແບບເກົ່າ.”

ຜູ້ປະທ້ວງຄົນນຶ່ງ ຊຸກຕຳຫຼວດປາບຈະລາຈົນ ໃນຂະນະທີ່ ພວກເຂົາ ກຳລັງຂັບໄລ່ ພວກປະທ້ວງຕໍ່ຕ້ານ ການມາຢ້ຽມຢາມ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ອອກໄປ ຜູ້ທີ່ພະຍາຍາມ ຈະເຂົ້າໃກ້ ສະຖາານທູດສະຫະລັດ ປະຈຳ ຟີລິບປິນ ໃນນະຄອນຫຼວງມານີລາ, ເມື່ອວັນອາທິດ ທີ 12 ພະຈິກ2017.

ທ່ານທຣຳ ແລະ ທ່ານ Duterte ຕະຫຼອດນຶ່ງສັບປະດາ ມາເຖິງປັດຈຸບັນນີ້ ບໍ່ໄດ້ມີທັດ
ສະນະ ທີ່ແຕກຕ່າງກັນເລີຍ ລວມທັງ ການເປັນໄປໄດ້ວ່າ ສະຫະລັດ ຈະບໍ່ເຫັນດີນຳ
ການສັງຫານຮວບຮັດຕັດຕອນ ໃນການປາບປາມຕໍ່ຕ້ານການຄ້າຢາເສບຕິດ. ທ່ານ
Duterte ຍັງໄດ້ສະເໜີແນະ ຢ່າງສຸພາບວ່າ “ໄດ້ແລ້ວ ຂໍຂອບໃຈ” ຕໍ່ຂໍ້ສະເໜີ ຂອງ
ທ່ານທຣຳ ສຳລັບການໄກ່ເກ່ຍ ໃນບັນຫາຂັດແຍ່ງ ກ່ຽວກັບການອ້າງກຳມະສິດ ໃນ
ທະເລຈີນໃຕ້ຂອງຈີນ ທີ່ກ່ຽວພັນກັບ 5 ລັດຖະບານຂອງປະເທດອື່ນໆ ໂດຍປະກອບມີ
ຟີລິບປິນນຳດ້ວຍນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG