ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ເຮືອບິນເຮລິຄັອບເຕີທະຫານ ຕຳກັບເຮືອບິນຜູ້ໂດຍສານ ໃກ້ກັບສະໜາມບິນນະຄອນຫຼວງ ວໍຊິງຕັນ


ເຮືອກູ້ໄພຈອດຢູ່ໃກ້ກັບເຮືອບິນເຮລິຄັອບເຕີ ແບຼັກຮອກ, ຢູ່ສະຖານທີ່ເຫດຕຳກັນໃກ້ກັບສະໜາມບິນແຫ່ງຊາດ ຣໍໂນລ ເຣແກນ, ນະຄອນຫຼວງ ວໍຊິງຕັນ, 30 ມັງກອນ 2025.
ເຮືອກູ້ໄພຈອດຢູ່ໃກ້ກັບເຮືອບິນເຮລິຄັອບເຕີ ແບຼັກຮອກ, ຢູ່ສະຖານທີ່ເຫດຕຳກັນໃກ້ກັບສະໜາມບິນແຫ່ງຊາດ ຣໍໂນລ ເຣແກນ, ນະຄອນຫຼວງ ວໍຊິງຕັນ, 30 ມັງກອນ 2025.

ເຮືອບິນອາຍພົ່ນໃນພາກພື້ນ ແລະ ເຮືອບິນເຮລິຄັອບເຕີໄດ້ຕຳກັນເມື່ອແລງວັນ ພຸດວານນີ້ ໃນຂະນະທີ່ເຮືອບິນອາຍພົ່ນໃກ້ຈະບິນລົງຈອດຢູ່ສະໜາມບິນແຫ່ງ ຊາດ ຣໍໂນລ ເຣແກນ ໃກ້ກັບນະຄອນຫຼວງວໍຊິງຕັນ.

ຖະແຫຼງການສະບັບນຶ່ງຂອງອົງການການບິນລັດຖະບານກາງໄດ້ກ່າວວ່າ ເຮືອບິນອາຍພົ່ນ, ທີ່ປະຕິບັດການໂດຍສາຍການບິນ American Airlines ໄດ້ເດີນທາງມາຈາກເມືອງ ວິຊິທາ ລັດ ແຄນຊັສ, ແລະ ກຳລັງຈະໄປຮອດ ທາງແລ່ນລົງຈອດຂອງມັນເວລາທີ່ເກີດການຕຳກັນກັບເຮືອບິນເຮລິຄັອບເຕີ Sikorsky H-60 ປະມານ 9 ໂມງແລງ.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າທະຫານກອງທັບບົກ ສະຫະລັດ ໄດ້ຢູ່ເທິງເຮລິ ຄັອບເຕີດັ່ງກ່າວ, ເຊິ່ງດຳເນີນການຊ້ອມບິນຢູ່. ສາຍການບິນ American Airlines ກ່າວໃນຖະແຫຼງການສະບັບນຶ່ງວ່າ ຜູ້ໂດຍສານ 60 ຄົນ ແລະ ລູກເຮືອ 4 ຄົນໄດ້ຢູ່ເທິງຖ້ຽວບິນນັ້ນ.

ລາຍງານຂອງສື່ມວນຊົນທີ່ອ້າງອີງແຫຼ່ງຂ່າວຕ່າງໆກ່າວວ່າ ຫຼາຍຄົນຢ້ານວ່າ ເສຍຊີວິດໃນລະຫວ່າງການຕຳກັນຢູ່ກາງອາກາດ.

ບັນດາເຈົ້າໜ້າທີ່ບໍ່ໄດ້ຢືນຢັນການເສຍຊີວິດຈາກເຫດການເຮືອບິນຕຳກັນໃດໆ ໃນກອງປະຊຸມລາຍງານກັບບັນດານັກຂ່າວໃນຕອນເຊົ້າວັນພະຫັດມື້ນີ້, ໂດຍກ່າວວ່າ ຈຸດເພັ່ງເລັງໃນເວລານັ້ນແມ່ນປະຕິບັດການກູ້ໄພໃນແມ່ນໍ້າ ໂພໂທແມັກ ທີ່ຕັ້ງຢູ່ໃກ້ກັບສະໜາມບິນ.

ເມື່ອຖາມວ່າມີຜູ້ລອດຊີວິດບໍ່, ຫົວໜ້າກົມດັບເພີງນະຄອນຫຼວງ ວໍຊິງຕັນ ທ່ານ ຈອນ ດອນແນລລີ ກ່າວວ່າ “ພວກເຮົາບໍ່ຮູ້ເທື່ອ, ແຕ່ພວກເຮົາກໍາລັງເຮັດວຽກ ຢູ່.”

ທ່ານ ດອນແນລລີ ກ່າວວ່າລູກທີມທີ່ປະກອບມີເຈົ້າໜ້າທີ່ຕອບສະໜອງປະມານ 300 ຄົນແມ່ນໄດ້ເຮັດວຽກໃນຄວາມມືດ, ສະພາບການທີ່ຫຍຸ້ງຍາກ, ພ້ອມກັບ ແມ່ນໍ້າທີ່ເຢັນແຂງກະດ້າງເລິກປະມານສອງແມັດເຄິ່ງໃນເຂດທີ່ຊາກຫັກພັງຖືກ ພົບເຫັນ.

ສະມາຊິກສະພາສູງ ສະຫະລັດ ທ່ານ ໂຣເຈີ ມາຊອລ ຈາກລັດແຄນຊັສ ໄດ້ກ່າວໃນກອງປະຊຸມລາຍງານວ່າ, “ພວກເຮົາຂໍໄວ້ທຸກກັບບັນດາຄອບຄົວ ທີ່ສູນເສຍຄົນຮັກຂອງເຂົາເຈົ້າ.”

ທ່ານ ມາຊອລ ກ່າວວ່າ “ຊີວິດທັງໝົດນັ້ນແມ່ນມີຄຸນຄ່າຫຼາຍ, ແລະ ມັນແມ່ນ ໂສກນາດຕະກຳທີ່ພວກເຮົາສູນເສຍເຂົາເຈົ້າ.”

ອົງການສະເກັດນໍ້າກ້ອນ ສະຫະລັດ ໄດ້ກ່າວວ່າສະມາຊິກຂອງຊຸມຊົນເຂົາເຈົ້າ ຫຼາຍຄົນ, ລວມທັງນັກກິລາ, ຄູຝຶກ ແລະ ສະມາຊິກຄອບຄົວ, ແມ່ນລວມຢູ່ໃນ ຜູ້ໂດຍສານຂອງເຮືອບິນນັ້ນ.

ອົງການດັ່ງກ່າວເວົ້າວ່າ “ພວກເຮົາຕົກໃຈຫຼາຍກັບເຫດໂສກນາດຕະກໍາທີ່ບໍ່ ສາມາດເວົ້າອອກມາໄດ້ ແລະ ຈະກອດບັນດາຄອບຄົວຂອງຜູ້ເຄາະຮ້າຍຢ່າງ ໃກ້ຊິດໃນຫົວໃຈຂອງພວກເຮົາ.”

ວິດີໂອຂອງເຫດເຮືອບິນຕຳກັນທີ່ຖືກຖ່າຍໄດ້ຈາກສູນກາງ ເຄັນເນດີ ທີ່ຕັ້ງຢູ່ ໃກ້ຄຽງສະແດງໃຫ້ເຫັນແສງໄຟສອງກ້ອນຕຳເຂົ້າກັນ ກ່ອນທີ່ຈະເກີດການ ລະເບີດເປັນກ້ອນໄຟ. ຂໍ້ມູນຈາກເຮືອບິນສະແດງໃຫ້ເຫັນວ່າ ມັນຢູ່ໃນລະດັບ ປະມານ 120 ແມັດເວລາທີ່ເກີດການຕຳກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

A regional jet and a U.S. military helicopter collided late Wednesday as the jet approached Ronald Reagan National Airport near Washington.

A Federal Aviation Administration statement said the jet, operated by American Airlines, was traveling from Wichita, Kansas, and was approaching its landing runway when the collision with the Sikorsky H-60 helicopter occurred around 9 p.m.

Officials said three U.S. Army soldiers were on the helicopter, which was conducting a training flight. American Airlines said in a statement there were 60 passengers and four crew members on the flight.

Media reports cited sources as saying many were feared dead from the mid-air collision.

Authorities at an early Thursday briefing with reporters did not confirm any deaths from the crash, saying the focus at that time was on a rescue operation in the Potomac River adjacent to the airport.

When asked if there were any survivors, Washington Fire Chief John Donnelly said, “We don’t know yet, but we’re working.”

Donnelly said crews involving about 300 responders were working in dark, difficult conditions, with frigid waters about 2.5 meters deep in the areas where the wreckage was located.

U.S. Senator Roger Marshall of Kansas told the briefing, “We mourn with the families that lost loved ones.”

“All those lives are so valuable, and it is such a tragedy that we lost them,” Marshall said.

U.S. Figure Skating said several members of its community, including athletes, coaches and family members, were among the passengers on the plane.

"We are devastated by this unspeakable tragedy and hold the victims' families closely in our hearts," the organization said.

Video of the crash captured from a camera at the nearby Kennedy Center shows two sets of lights converging before a fireball erupts. Data from the plane showed it was at an altitude of about 120 meters at the time of the collision.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG