ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ບັນດາຜູ້ນຳ ໃນຂົງເຂດ ຫາລື ກ່ຽວກັບ ສະຖານະການ ໃນ ອາຟຣິກາກາງ (ສະ​ໄລ​ດ໌/ວີດີໂອ)


Kepala Polisi St. Louis County, Jon Belmar, mengindikasikan bahwa salah satu polisi ditembak dalam demonstrasi Kamis pagi, dalam konferensi pers di Clayton, Missouri (12/3). ​(Reuters/Kate Munsch)
Kepala Polisi St. Louis County, Jon Belmar, mengindikasikan bahwa salah satu polisi ditembak dalam demonstrasi Kamis pagi, dalam konferensi pers di Clayton, Missouri (12/3). ​(Reuters/Kate Munsch)
ບັນດາ​ຜູ້ນຳ​ໃນ​ພາກ​ພື້ນ​ພາກັນເຕົ້າ​ໂຮມກັນ​ຢູ່​ໃນ​ປະ​ເທດ Chad
​ໃນ​ວັນ​ພະຫັດ​ມື້ນີ້​ ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ສະຖາ
ນະ​ການ​ໃນ​ສາທາ​ລະນະ​ລັດ​ອາ​ຟຣິກາ​ກາງບ່ອນ​ທີ່​ການ​ສູ້​ລົບ​ກັນ​
ມາ​ຕັ້ງ​ແຕ່​ເດືອນ​ທັນວາ​ແລ້ວ​ນີ້​ໄດ້​ເຮັດໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ
​ແລ້ວ​ຫຼາຍ​ກວ່າ 1 ພັນ​ຄົນ​ນັ້ນ.

ປະທານາທິບໍດີ Michel Djotodia ຢາກ​ໃຫ້​ຂ່າວ​ຂໍ້​ມູນ​ໃໝ່ໆ​ຕໍ່​
ປະຊາ​ຄົມ​ເສດຖະກິດ​ຂອງບັນດາ​ປະ​ເທດ​ໃນ​ເຂດ​ອາ​ຟຣິກາ​ກາງ​
ຫຼື ECCAS ກ່ຽວ​ກັບ​ສະຖານະ​ການ​ໃນ​ສາທາລະນະ​ລັດອາ​ຟຣິ
ກາ​ກາງ ​ແລະ​ໂອ້​ລົມ​ສົນທະນາ​ກັນ​ ເລື້ອງ​ການ​ໂອນ​ກຳລັງ​ແຊກ​
ແຊງ​ອາ​ຟຣິກາ​ຢູ່​ທີ່​ນັ້ນ ໃຫ້​ກຳລັງ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ​.



ທ່ານ Lewis Mudge ນັກ​ຄົ້ນຄວ້າ​ໃນ​ພະ​ແນ​ກອາ​ຟຣິກາ ຂອງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Right Watch ​ໄດ້​ຂຽນ​ບົດ​ຄວາມ​ສະບັບ​ນຶ່ງ​ໃນ​ວັນ​ອັງຄານ​ມື້ກ່ອນ​ນີ້ ​ໂຕ້ແຍ້​ງ ກ່ຽວ​ກັບ​ພາລະກິດ​
ຂອງ​ສະຫະ​ປະຊາ​ຊາດ ​ໂດຍ​ກ່າວ​ວ່າ ​ເປັນ​ທາງ​ເລືອກ​ທີ່​ດີ​ທີ່​ສຸດ​ສຳລັບ​ປະ​ເທດ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​ທີ່​ມີ​ສະຖຽນ​ລະ​ພາບ​ຄືນ​ໃໝ່​ແລະ​ເພື່ອ​ປົກ​ປ້ອງ​ພວກ​ພົນລະເຮືອນ​ນັ້ນ.

ທ່ານ Lewis Mudge ກ່າວ​ຕໍ່​ວີ​ໂອ​ເອ ພາກພາສາ​ອັງກິດ​ໄປ​ຍັງ​ອາ​ຟຣິກາ​ວ່າ ມີ​ຂີດ​
ຫຼື​ລະດັບ​ຂອງຄວາມ​ອິດ​ເມື່ອຍ​ກັບ​ທ່ານ Djotodia ​ຂອງ​ບັນດາ​ຜູ້ນຳ​ໃນ​ພາກ​ພື້ນ​ຕະຫຼອດ​ທັງ​
ປະ​ເທດ​ຝຣັ່ງນຳ ຊຶ່ງ​ທ່ານ Lewis Mudge ກ່າວ​ວ່າ :

"ຝຮັ່ງ​ໄດ້​ຮັບ​ຮູ້​ວ່າ ຈຳ​ເປັນ​ຈະ​ຕ້ອງ​ມີ​ການ​ແກ້​ໄຂ​ທາງ​ດ້ານ​ການ​ເມືອງ​ແບບໃໝ່ ​
ແທນ​ທີ່​ຈtໃຊ້​ການ​ແກ້​ໄຂ​ທີ່​ກຳລັງ​ດຳ​ເນີນ​ໄປ​ໃນ​ປັດຈຸບັນ​ ໃນ​ສາທາລະນະ​ລັດ​
ອາ​ຟຣິກາ​ກາງ​ໃນ​ປັດຈຸ​ບັນ​ນີ້.”


ທ່ານ Adrien Pousso ລັດຖະມົນຕີ​ຖະ​ແຫຼ​ງຂ່າວ​ສາທາລະນະ​ລັດ​ອາ​ຟຣິກາ​ກາງ ກ່າວ ຕໍ່​ວີ
​ໂອ​ເອວ່າ ລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຝຣັ່ງ ທີ່​ເວົ້າ​ວ່າ ການ​ພົບ​ປະກັນ​
ໃນ​ວັນພະຫັດ​ມື້​ນີ້ ຈະ​ຮວມ​ເຖິງ​ເລື້ອງ​ທີ່​ວ່າ ທ່ານ Djotodiaຈະ​ຍັງ​ຄອງ​ອຳນາດ​ຢູ່
ຕໍ່​ໄປ​ຫຼື​ບໍ່ນັ້ນ ​ບໍ່ເປັນຄວາມຈິງ.”


Many Children Victimized by Fighting in Central African Republic
please wait

No media source currently available

0:00 0:02:21 0:00
ລິງໂດຍກົງ
XS
SM
MD
LG