ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

128 ຄົນ ເສຍຊີວິດ ໃນການໂຈມຕີ ສະຫຼະຊີບ ລະຫວ່າງ ຫາສຽງ ຢູ່ ປາກິສຖານ

ຊາວປາກິສຖານຄົນນຶ່ງ ພວມສະແດງ ຄວາມໂສກເສົ້າ ກັບ ຜູ້ເສຍຊີວິດ ຊຶ່ງເປັນສະມາຊິກ ໃນຄອບຄົວຂອງລາວ.
ຊາວປາກິສຖານຄົນນຶ່ງ ພວມສະແດງ ຄວາມໂສກເສົ້າ ກັບ ຜູ້ເສຍຊີວິດ ຊຶ່ງເປັນສະມາຊິກ ໃນຄອບຄົວຂອງລາວ.

ການໂຈມຕີດ້ວຍລະເບີດສະຫຼະຊີບຂະໜາດແຮງຢູ່ບ່ອນໂຮມຊຸມນຸມໃນການໂຄສະ
ນາຫາສຽງ ທີ່ພາກຕາເວັນຕົກສຽງໃຕ້ ຂອງປາກິສຖານ ໄດ້ສັງຫານຢ່າງໜ້ອຍ 128
ຄົນ ຮວມທັງຜູ້ສະໝັກເອົາຕຳແໜ່ງໃນສະພາປະຈຳແຂວງຄົນນຶ່ງ ແລະມີຜູ້ບາດເຈັບ
ຫຼາຍກວ່າ 120 ຄົນກ່ອນໜ້າການເລືອກຕັ້ງແຫ່ງຊາດຊຶ່ງຈະມີຂຶ້ນໃນວັນທີ 25 ກໍລະ
ກົດນີ້.

ອົງການຂ່າວອາມັກ ຂອງກຸ່ມລັດອິສລາມ ກ່າວອ້າງວ່າ ຕົນເປັນຜູ້ຮັບຜິດຊອບ ໃນ
ການໂຈມຕີດັ່ງກ່າວ.

ການໂຈມຕີທີ່ຮ້າຍແຮງ ຢູ່ແຂວງບາລູຈິສຕານ ໃນວັນສຸກວານນີ້ ພາໃຫ້ມີການເພີ້ມ
ການຮັກສາຄວາມປອດໄພ ກ່ຽວກັບກິດຈະກຳຕ່າງໆ ທີ່ພົວພັນ ກັບການເລືອກຕັ້ງ ກ່ອນໜ້າການປ່ອນບັດ ເອົາສະມາຊິກສະພາແຫ່ງຊາດ ແລະສະພາປະຈຳແຂວງຢູ່
ໃນ 4 ແຂວງ.

ພວກທີ່ເຫັນເຫດການ ກ່າວວ່າ ທ່ານສີຣາຈ ໄຣຊະນີ (Siraj Raisani) ຈາກພັກອາ
ວາມີ ບາລູຈິສຕານ ພວມກະກຽມທີ່ຈະຂຶ້ນໄປກ່າວຄຳປາໄສຕໍ່ພວກສະໜັບສະໜຸນ
ຫຼາຍຮ້ອຍຄົນ ທີ່ເມືອງມາສຕັງ ເວລາຜູ້ໂຈມຕີ ໄດ້ບີບຄະນວນລະເບີດທີ່ມັດຕິດກັບ
ໂຕຂອງລາວ ໃຫ້ແຕກຂຶ້ນ ຢູ່ໃກ້ໆເວທີໂຄສະນາຫາສຽງ.

ທ່ານອູມາ ບັງກູລໄຊ ຫົວໜ້າຮັກສາຄວາມປອດໄພປະຈຳແຂວງ ໃຫ້ການຢືນຢັນຕໍ່
ວີໂອເອວ່າ ການໂຈມຕີດັ່ງກ່າວ ແມ່ນເປັນການໂຈມຕີສະຫຼະຊີບ. ທ່ານຄາດຄະເນ
ວ່າ ຕົວເລກຜູ້ເສຍຊີວິດ ຈະເພີ້ມຂຶ້ນຕື່ມ.

ລະເບີດໄດ້ແຕກຂຶ້ນ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທ່ານອັກຣາມ ດູຣານີ ຜູ້ສະໝັກເອົາ
ຕຳແໜ່ງໃນສະພາແຫ່ງຊາດລອດຊີວິດມາໄດ້ຈາກການລອບສັງຫານໃນລະຫວ່າງ
ການໂຄສະນາຫາສຽງທີ່ເມືອງບານູຊຶ່ງເປັນບ້ານເກີດຂອງທ່ານໃນພາກຕາເວັນຕົກ
ສຽງເໜືອຂອງປະເທດ.

ຕຳຫຼວດແລະຜູ້ເຫັນເຫດການ ກ່າວວ່າ ທ່ານດູຣານີ ພວມເດີນທາງໄປກັບຂະບວນ ເວລາລະເບີດ ທີ່ຄວບຄຸມຈາກໄລຍະໄກ ຊຶ່ງຫ້າງໄວ້ ໃນລົດຈັກຄັນນຶ່ງ ໄດ້ແຕກຂຶ້ນ
ໃກ້ໆກັບລົດຂອງທ່ານ. ການໂຈມຕີດັ່ງກ່າວໄດ້ສັງຫານ 4 ຄົນ ແລະເຮັດໃຫ້ອີກ 40
ກວ່າຄົນບາດເຈັບ ແຕ່ທ່ານດູຣານີຫຼົບໜີໄດ້ຢ່າງປອດໄພ. ນັກການເມືອງຜູ້ນີ້ ແມ່ນ
ຜູ້ສະໝັກຄົນສຳຄັນຂອງພັກສາສະໜາຈາມີອັດ ອູເລມາ ອີ ອິສລາມແອັຟ (Jamiat
Ulema-e-Islam-F.

ຄວາມຮຸນແຮງທີ່ວ່ານີ້ ມີຂຶ້ນ 3 ມື້ຫຼັງຈາກການໂຈມຕີສະຫຼະຊີບ ໄດ້ສັງຫານ 21 ຄົນ
ໃນການໂຄສະນາຫາສຽງຢູ່ທີ່ເມືອງເພຊາວາ ຊຶ່ງເປັນເມືອງເອກຂອງແຂວງຄາຍເບີ-
ພັກຕຸງກວາ ບ່ອນທີ່ເມືອງບານູຕັ້ງຢູ່ນັ້ນ.

ເມືອງມັສຕັງ ໃນປາກິສຖານ

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG