ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການສ້າງຮ່າງກາຍຄືນໃໝ່ຂອງແມງລີ້ນໝາ ທະເລ ໃຫ້ຄວາມຫວັງທີ່ຍັງຍາວໄກສໍາລັບການ ສ້າງຮ່າງກາຍຄືນໃໝ່ຂອງມະນຸດ


ພາບແມງລີ້ນໝາທະເລ 2 ໂຕ ສະແດງໃຫ້ເຫັນວ່າມີແມງລີ້ນໝານ້ອຍທີ່ເກີດຈາກການສ້າງຮ່າງກາຍຂຶ້ນມາໃໝ່ຂອງແມງລີ້ນໝາໃຫຍ່. ອີງຕາມວາລະສານ Current Biology ທີ່ພິມເຜີຍແຜ່ອອກມາໃນວັນທີ 8 ມີນາ, 2021, ພວກນັກວິທະຍາສາດຍີ່ຢູ່ນຄົ້ນພົບວ່າແມງລີ້ນໝາທະເລບາງໂຕສາມາດສ້າງຮ່າງກາຍຄືນມາໃໝ່ໄດ້ໝົດທັງໂຕເລີຍ.
ພາບແມງລີ້ນໝາທະເລ 2 ໂຕ ສະແດງໃຫ້ເຫັນວ່າມີແມງລີ້ນໝານ້ອຍທີ່ເກີດຈາກການສ້າງຮ່າງກາຍຂຶ້ນມາໃໝ່ຂອງແມງລີ້ນໝາໃຫຍ່. ອີງຕາມວາລະສານ Current Biology ທີ່ພິມເຜີຍແຜ່ອອກມາໃນວັນທີ 8 ມີນາ, 2021, ພວກນັກວິທະຍາສາດຍີ່ຢູ່ນຄົ້ນພົບວ່າແມງລີ້ນໝາທະເລບາງໂຕສາມາດສ້າງຮ່າງກາຍຄືນມາໃໝ່ໄດ້ໝົດທັງໂຕເລີຍ.

ນັກຄົ້ນຄວ້າໃນຍີ່ປຸ່ນເມື່ອບໍ່ດົນມານີ້ໄດ້ຄົ້ນພົບວ່າ ແມງລີ້ນໝາທະເລຈຳນວນນຶ່ງສາມາດສ້າງຮ່າງກາຍຂອງພວກມັນໃຫ້ເຕີບໂຕຄືນມາໄດ້ອີກ. ຜູ້ ສື່ຂ່າວວີໂອເອ Arash Arabasadi ລາຍງານວ່າ ການສຶກສາຄົ້ນຄວ້າກ່ຽວກັບແມງລີ້ນໝາເຫລົ່ານີ້ ໃນມື້ນຶ່ງອາດຈະຊ່ວຍຕອບຄຳຖາມກ່ຽວກັບສຸຂະພາບຂອງພວກເຮົາເອງໄດ້ ຊຶ່ງບົວສະຫວັນຈະນໍາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ໃນຫ້ອງທົດລອງນີ້ ຢູ່ທີ່ເມືອງນາຣາ, ປະເທດຍີ່ປຸ່ນ, ບັນດານັກວິທະຍາສາດກ່າວວ່າ ພວກເຂົາເຈົ້າໄດ້ມີການຄົ້ນພົບອັນທີ່ວ່າມື້ນຶ່ງອາດສາມາດມີຜົນຕໍ່ຄົ້ນ ຄວ້າວິໄຈຄວາມສາມາດຂອງຮ່າງກາຍຄົນເຮົາໃນການສືບພັນໃໝ່ໄດ້.

ນັກວິທະຍາສາດໄຊຢາກາ ມີໂຕະ (Sayaka Mitoh) ກ່າວວ່າ ທ່ານນາງກຳ ລັງສຶກສາເບິ່ງຜົນກະທົບ ຂອງຂະບວນການສັງເຄາະແສງຕໍ່ແມງລີ້ນໝາທະເລສາຍພັນນຶ່ງ ໃນເວລາທີ່ມີອຸປະຕິເຫດເກີດຂຶ້ນ.

ທ່ານນາງ ໄຊຢາ ກາມີໂຕະ (Sayaka Mitoh), ນັກສຶກສາປະລິນຍາເອກ ທີ່ມະຫາວິທະຍາໄລແມ່ຍິງເມືອງນາຣາກ່າວວ່າ:
“ມີມື້ນຶ່ງ ໄດ້ພົບວ່າແມງລີ້ນໝາທະເລໂຕນຶ່ງ ທີ່ໂດຍບັງເອີນເຫັນວ່າ ຫົວຂາດອອກ. ພວກເຮົາປ່ອຍມັນໄວ້ຄືແນວນັ້ນ ຈົນກ່ວາວ່າ ການສືບພັນຂອງມັນໄດ້ເລີ່ມຕົ້ນຂຶ້ນ. ນັ້ນແມ່ນຂັ້ນຕອນແຫ່ງການຄົ້ນພົບທີ່ວ່ານີ້. ສະນັ້ນ, ຂ້ອຍຄິດວ່າມັນຖືກຕ້ອງທີ່ຈະເວົ້າໄດ້ວ່າ ອັນນີ້ແມ່ນເຫດບັງເອີນແທ້ໆ.

ທ່ານນາງມີໂຕະໄດ້ໝູນໃຊ້ໂອກາດໃນການຕັດຫົວຂອງແມງລີ້ນໝາອອກໂດຍການເອົາສາຍເຊືອກມັດໃສ່ຄໍຂອງມັນແບບຫລວມໆ ແລະໃຊ້ມັນເພື່ອແຍກເອົາຫົວ ແລະຮ່າງກາຍອອກຈາກກັນ.

ສາສະດາຈານໂຢອິຊິ ຢູຊະ (Yoichi Yusa) ກ່າວວ່າ ແມງລີ້ນໝາ ໄດ້ສ້າງຮ່າງກາຍໃໝ່ຂຶ້ນມາອີກ, ເຊິ່ງເປັນຂະບວນການທີ່ມີລາຍງານວ່າໃຊ້ເວລາບໍ່ຮອດສາມອາທິດ.

ສາສະດາຈານໂຢອິຊິ ຢູຊະ ຈາກມະຫາວິທະຍາໄລແມ່ຍິງເມືອງນາຣາ ໃຫ້ຄໍາເຫັນວ່າ:
“ສັດບາງຊະນິດສາມາດສ້າງຂາ, ຕິ່ງ ຫລືຫາງຂຶ້ນມາເອົາເອງຢ່າງອັດຕະໂນມັດ ໄດ້, ແຕ່ວ່າ ບໍ່ມີສັດໂຕອື່ນໃດ ທີ່ສາມາດສ້າງຮ່າງກາຍຂອງພວກມັນຂຶ້ນມາໃໝ່ ໝົດໄດ້. ສະນັ້ນ, ພວກເຮົາຄິດວ່າ ນີ້ແມ່ນກໍລະນີທີ່ວ່າພິເສດສຸດຂີດ.”

ພວກນັກຄົ້ນຄວ້າໄດ້ພົບເຫັນແນວພັນແມງລີ້ນໝາທະເລຊະນິດນີ້ ໃຊ້ເວລາປະ ມານນຶ່ງອາທິດເພື່ອເຮັດໃຫ້ຫົວໃຈຂອງມັນເກີດຂຶ້ນມາໃໝ່ອີກໄດ້, ຊຶ່ງເຮັດໃຫ້ມີກະແສເລືອດໄຫຼວຽນ ແລະສົ່ງອົກຊີເຈນອອກໄປທົ່ວຮ່າງກາຍ.

ການສຶກສາຄົ້ນຄວ້າດັ່ງກ່າວແມ່ນກ່ຽວຂ້ອງກັບການຕັດຫົວແມງລີ້ນໝາ 16 ໂຕ ອອກ. ຫົກໂຕແມ່ນໄດ້ເລີ້ມທໍາການຂະຫຍາຍພັນແລ້ວ, ແລະສາມໂຕໃນນັ້ນ ກໍໄດ້ດຳລົງຊີວິດເປັນແມງລີ້ນໝາຢ່າງສົມບູນ. ມີແມງລີ້ນໝາໂຕນຶ່ງເຖິງຂັ້ນສ້າງຮ່າງກາຍຂອງມັນຄືນມາໃໝ່ໄດ້ເຖິງສອງຄັ້ງ.

ແຕ່ທ່ານຢູຊະກ່າວອີກວ່າ ການຄົ້ນຄ້ວາກ່ຽວກັບວິທີການອັນນີ້ອາດຈະມີຜົນກະ ທົບຕໍ່ຊະນິດພັນຂອງພວກເຮົາ, ຖ້າຫາກວ່າມັນຈະມີແທ້, ກໍແມ່ນຍັງໄກຢູ່.

ທ່ານຢູຊະກ່າວດັ່ງນີ້:
“ແຕ່ວ່າພວກເຮົາສາມາດຮຽນຮູ້ກົນໄກ ຂອງການສືບພັນຄືນໃໝ່ຈາກແມງລີ້ນ
ໝາທະເລ ແລະອາດຈະນຳໃຊ້ຂໍ້ມູນດັ່ງກ່າວ ເຂົ້າໃນວິທະຍາສາດການແພດຂອງມະນຸດ. ແຕ່ວ່ານັ້ນ ກໍແມ່ນວິທີທາງທີ່ຍັງຍາວໄກຢູ່, ແລະພວກເຮົາຕ້ອງ ການການສຶກສາຄົ້ນຄວ້າອີກຫຼາຍ ເພື່ອເຂົ້າໃຈກົນໄກພວກນີ້ໄດ້.”

ນັກຄົ້ນຄວ້າທັງຫລາຍຄິດວ່າພັນສັດຊະນິດນີ້ ພັດທະນາຄວາມສາມາດໃນການສືບພັນຄືນໃໝ່ເພື່ອຕ້ານທານກັບແມ່ກາຝາກຢູ່ໃນຮ່າງກາຍຂອງມັນ.

ເບິ່ງວີດິໂອນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG