ຫລັງຈາກມີລາຍງານ ກ່ຽວກັບການໂທລະສັບທີ່ມີການໂຕ້ແຍ້ງກັນ ລະຫວ່າງຜູ້ນຳທັງສອງ ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ Malcolm Turnbull ກ່າວໃນວັນພະຫັດວານນີ້ວ່າ ປະທານາທິບໍດີ Donald Trump ບໍ່ໄດ້ວາງໂທ ລະສັບໃສ່ທ່ານ ແລະທ່ານ Trump ໝາຍໝັ້ນທີ່ຈະດຳເນີນການຕໍ່ໄປ ກ່ຽວກັບຂໍ້ຕົກລົງ ທີ່ຈະອະນຸຍາດໃຫ້ພວກອົບພະຍົບກຸ່ມນຶ່ງ ທີ່ຖືກຈັບ ໃນຂະນະທີ່ພວມພະຍາຍາມເດີນທາງໄປອອສເຕຣເລຍນັ້ນ ເຂົ້າມາຕັ້ງຖິ່ນຖານໃໝ່.
ຂໍ້ຕົກລົງໄດ້ເຮັດຂຶ້ນ ລະຫວ່າງການເປັນປະທານາທິບໍດີຂອງ ທ່ານ Barack Obama. ທ່ານ Trump ໄດ້ອອກດຳລັດ ໂຈະການເອົາອົບພະຍົບເຂົ້າມາສະຫະລັດ ແຕ່ຮວມຢູ່ໃນຂໍ້ຕົກລົງນີ້ ແມ່ນມີການຍົກເວັ້ນ “ເວລາໃດ ທີ່ມີການຮັບເອົາບຸກຄົນໃດບຸກຄົນນຶ່ງຈະເປັນການຊຸກຍູ້ໃຫ້ສະຫະລັດປະຕິບັດຕົນໃຫ້ສອດ ຄ່ອງກັບຂໍ້ຕົກລົງນາໆຊາດ ທີ່ໄດ້ມີຂຶ້ນກ່ອນນັ້ນ.”
ໜັງສືພິມ Washington Post ລາຍງານວ່າ ທ່ານ Trump ໄດ້ກ່າວ ຕໍ່ທ່ານ Turnbull ວ່າ ຂໍ້ຕົກລົງ “ເປັນຂໍ້ຕົກລົງທີ່ຂີ້ຮ້າຍສຸດເທົ່າທີ່ເຄີຍມີມາ” ແລະອອສເຕຣເລຍໄດ້ຊອກຫາຊ່ອງທາງເພື່ອສົ່ງອອກ “ບັນດາຜູ້ວາງລະເບີດຢູ່ Boston” ຮຸ້ນຕໍ່ໄປ.
ທຳນຽບຂາວໄດ້ກ່າວວ່າ ອົບພະຍົບກຸ່ມນຶ່ງປະມານ 1,200 ຄົນ ທີ່ມາຈາກ ອັຟການິສຖານ ອີຣັກ ແລະອີີຣ່ານ ຕ້ອງໄດ້ຜ່ານ “ການກວດສອບຢ່າງເຄັ່ງຄັດ” ກ່ອນຈະໄດ້ຮັບອະນຸຍາດໃຫ້ເຂົ້າປະເທດ. ທ່ານ Trump ໄດ້ຕິຕຽນເພີ້ມ ຕື່ມ ກ່ຽວກັບການຈັດແຈງດັ່ງກ່າວ ໃນຕອນແລງຂອງວັນພຸດແລ້ວ ຜ່ານທາງ Twitter.
“ທ່ານເຊື່ອເຊັ່ນນັ້ນບໍ່?” ລັດຖະບານຂອງທ່ານໂອບາມາ ໄດ້ຕົກລົງທີ່ຈະຮັບເອົາພວກຄົນເຂົ້າເມືອງຜິດກົດໝາຍຈຳນວນຫຼາຍພັນຄົນ ຈາກອອສເຕຣເລຍ ດ້ວຍສາເຫດຫຍັງ? “ຂ້າພະເຈົ້າຈະສຶກສາເບິ່ງຂໍ້ຕົກລົງທີ່ໂງ່ໆນີ້.”
ໃນເວລາບໍ່ດົນຕໍ່ມາ ທ່ານ Turnbull ໄດ້ບອກກັບ ວິທະຍຸ 2 BG ຂອງອອສເຕຣເລຍວ່າ ທ່ານ Trump ໄດ້ໃຫ້ຄວາມໝັ້ນໝາຍ ທີ່ຈະດຳເນີນການຕໍ່ໄປ ກ່ຽວກັບຂໍ້ຕົກລົງດັ່ງກ່າວ.
ທ່ານ Turnbull ກ່າວວ່າ "ທ່ານໝັ້ນໝາຍທີ່ຈະໃຫ້ກຽດ ຕໍ່ຂໍ້ຕົກລົງ ທີ່ໄດ້ເຮັດໄວ້ໂດຍຜູ້ນຳຄົນກ່ອນ ທີ່ບໍ່ສົງໄສໃດໆເລີຍວ່າ ທ່ານຈະກ່າວວ່າ ທ່ານເຮັດດ້ວຍໂຕຂອງທ່ານເອງ ແຕ່ທ່ານໄດ້ໝັ້ນໝາຍທີ່ຈະປະຕິບັດຕາມຂໍ້ຕົກລົງທີ່ປະທານາ ທິບໍດີ Barack Obama ໄດ້ເຮັດໄວ້ນັ້ນ.”