ຫຼັງຈາກທີ່ໄດ້ມີລາຍງານ ກ່ຽວກັບການໂອ້ລົມທາງໂທລະສັບ ທີ່ເກີດການໂຕ້ຖຽງ ລະ ຫວ່າງຜູ້ນຳທັງສອງ ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ Malcolm Turnbull ກ່າວໃນວັນພະຫັດມື້ນີ້ວ່າ ປະທານາທິບໍດີສະຫະລັດ ທ່ານ Donald Trump ບໍ່ໄດ້ວາງຫູໃສ່ທ່ານ ແລະທ່ານ Trump ຍັງຢືນຢັນທີ່ຈະດຳເນີນການຕໍ່ໄປ ກ່ຽວກັບຂໍ້ຕົກ ລົງທີ່ຈະອະນຸຍາດໃຫ້ພວກອົບພະຍົບກຸ່ມນຶ່ງ ທີ່ຖືກຈັບ ໃນຂະນະທີ່ພວມພະຍາຍາມເດີນທາງໄປອອສເຕຣເລຍນັ້ນ ເຂົ້າມາຕັ້ງຖິ່ນຖານໃໝ່.
ຂໍ້ຕົກລົງດັ່ງກ່າວ ແມ່ນໄດ້ມີຂຶ້ນໃນຂະນະທີ່ທ່ານບາຣັກ ໂອບາມາ ຍັງດຳລົງຕຳແໜ່ງເປັນ
ປະທານານາທີບໍດີຢູ່. ທ່ານ Trump ໄດ້ອອກດຳລັດຝ່າຍບໍລິຫານ ສັ່ງໃຫ້ໂຈະການຮັບເອົາພວກອົບພະຍົບນີ້ ເຂົ້າມາຍັງສະຫະລັດ ແຕ່ກໍຮວມທັງຂໍ້ຍົກເວັ້ນ ທີ່ວ່າ “ເວລາໃດ ທີ່ມີການຮັບເອົາບຸກຄົນໃດບຸກຄົນນຶ່ງ ຈະເປັນການຊຸກຍູ້ໃຫ້ສະຫະລັດປະ ຕິບັດຕົນ ໃຫ້ສອດຄ່ອງກັບຂໍ້ຕົກລົງນາໆຊາດ ທີ່ໄດ້ມີຂຶ້ນກ່ອນນັ້ນ.”
ໜັງສືພິມ The Washington Post ໄດ້ລາຍງານວ່າ ທ່ານ Trump ໄດ້ບອກກັບທ່ານ Turnbull ວ່າ “ຂໍ້ຕົກລົງທີ່ວ່ານີ້ ແມ່ນຂີ້ຮ້າຍທີ່ສຸດ” ແລະວ່າ ອອສເຕຣເລຍ ແມ່ນຊອກຫາທາງຢາກຈະສົ່ງອອກ “ພວກທີ່ອາດຈະແມ່ນຜູ້ວາງລະເບີດ ຄົນຕໍ່ໄປທີ່ນະຄອນ Boston.”
ທຳນຽບຂາວ ໄດ້ກ່າວວ່າ ອົບພະຍົບ ຈຳນວນ 1 ພັນ 200 ຊຶ່ງສ່ວນໃຫຍ່ແມ່ນມາຈາກ ອັຟການິສຖານ ອີຣັກ ແລະອີຣ່ານ ແມ່ນຈະຕ້ອງໄດ້ຮັບ “ການກວດຢ່າງເຄັ່ງຄັດ” ກ່ອນທີ່ຈະຖືກຮັບເຂົ້າມາຍັງສະຫະລັດ. ທ່ານ Trump ຍັງຕຳນິຕິຕຽນຂໍ້ຕົກລົງທີ່ວ່ານີ້ ທາງ Twitter ໃນແລງວັນພຸດວານນີ້.
“ທ່ານເຊື່ອເຊັ່ນນັ້ນບໍ່?” ລັດຖະບານຂອງທ່ານໂອບາມາ ໄດ້ຕົກລົງທີ່ຈະຮັບເອົາພວກຄົນ
ເຂົ້າເມືອງຜິດກົດໝາຍຈຳນວນຫຼາຍພັນຄົນ ຈາກອອສເຕຣເລຍ ດ້ວຍສາເຫດຫຍັງ? “ຂ້າພະເຈົ້າຈະສຶກສາເບິ່ງຂໍ້ຕົກລົງທີ່ໂງ່ໆນີ້.”
ໃນເວລາສັ້ນຕໍ່ມາ ທ່ານ Turnbull ໄດ້ບອກກັບ ວິທະຍຸ 2 BG ຂອງອອສເຕຣເລຍວ່າ
ທ່ານ Trump ໄດ້ໃຫ້ຄວາມໝັ້ນໝາຍ ທີ່ຈະດຳເນີນການຕໍ່ໄປ ກ່ຽວກັບຂໍ້ຕົກລົງດັ່ງກ່າວ.