ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົບ​ພະຍົບ​ ​ສ່ຽງຕໍ່ຄວາມຕາຍ ຂະນະທີ່ ອາກາດໜາວຈັດ ປົກຄຸມຢູໂຣບ


ນາງ Shireen Daoud ອາຍຸ 25 ປີ ຖືພາສາມເດືອນ ແມ່ນອົບພະຍົບຊີເຣຍ ຈາກເຂດ al-Hasaka ທີ່ອູ້ມລູກ ອາຍຸສອງປີ ຢູ່ສູນອົບພະຍົບ Ritsona ໃນປະເທດ Greece ຖ່າຍຮູບ ຢູ່ໃກ້ທາງເຂົ້າຕູບຂອງນາງ.
ນາງ Shireen Daoud ອາຍຸ 25 ປີ ຖືພາສາມເດືອນ ແມ່ນອົບພະຍົບຊີເຣຍ ຈາກເຂດ al-Hasaka ທີ່ອູ້ມລູກ ອາຍຸສອງປີ ຢູ່ສູນອົບພະຍົບ Ritsona ໃນປະເທດ Greece ຖ່າຍຮູບ ຢູ່ໃກ້ທາງເຂົ້າຕູບຂອງນາງ.

ບັນດາ​ອົງການ​ໃຫ້ການ​ຊ່ວ​ຍ​ເຫລື​ອຂອງສະຫະ​ປະຊາຊາດ ​ເຕືອນ​ວ່າ​ອົບ​ພະຍົບ​ ​ແລະ​ພວກ​ຍົກຍ້າຍ​ຖິ່ນ​ຖານ ຫລາຍ​ພັນ​ຄົນ ​ຢູ່ກຣິສ ​ແລະປະ​ເທດຕ່າງໆ ​ໃນ​ແຫລມ Balkan ທີ່​ໄດ້ຫ​ລົບ​ໜີ​ ຈາກ​ຊີ​ເຣຍ ອີຣັກ ອັຟກາ​ນິສຖານ ອາ​ຟຣິກາ ​ແລະ​ແຫ່ງ​ອື່ນໆ ​ແມ່ນ​ສ່ຽງ​ຕໍ່ການ​ທີ່​ຈະ​ໜາວ​ຕາຍ ​ເພາະວ່າ​ລະດູ​ໜາວ​ຮ້າຍ​ແຮງ​ກຳລັງ​ປົກ​ຄຸມທະວີບ​ຢູ​ໂຣບ.

ບັນດາ​ອົງການ​ຊ່ວຍ​ເຫລືອເຫລົ່າ​ນີ້ ​ໄດ້​ຮຽກຮ້ອງຢ່າງ​ເປັນ​ການ​ສຸກ​ເສີນ​ຕໍ່ບັນດາ​ເຈົ້າ​ໜ້າ​ທີ່ຢູ​ໂຣບ ​ໃຫ້ທຳ​ການ​ຊ່ວຍ​ເຫລືອ ​ແລະ​ປົກປ້ອງ​ພວກທີ່ຕົກຢູ່​ໃນ​ອັນ​ຕະລາຍ ​ໂດຍ​ສະ ໜອງ​ການ​ຊ່ວ​ຍເຫລືອ​ເພື່ອ​ໃຫ້​ຄວາມ​ອົບ​ອຸ່ນ ​ແລະ​ການບັນ​ເທົາ​ທຸກ​ທີ່​ຈຳ​ເປັນ​ອື່ນໆເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ລອດຊີວິດໄດ້ໃນໄລຍະ​ສອງ​ສາມເດືອນ​ຂ້າງ​ໜ້າ​ນີ້.

ອົງການ​ຕ່າງໆ​ເຊັນ​ວ່າ ອົງການ​ຂ້າ​ຫລວງ​ໃຫຍ່ອົບ​ພະຍົບສະຫະ​ປະຊາ​ຊາດແລະ​ອົງການ​ກອງ​ທຶນ​ເດັກ ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ອົບ​ພະຍົບ ​ແລະພວກ ຍົກຍ້າຍ​ຖິ່ນ​ຖານ ​ທີ່​ຕົກ​ຄ້າງ​ຢູ່ກຣິສ ​ແລະບັນດາ​ປະ​ເທດ​ໃນ​ແຫລມ Balkan​. ​ເຖິງ​ຢ່າງ​ໃດ​ກໍ​ດີ​ເຂົາ​ເຈົ້າ​ໄດ້​ຮັບ​ຮູ້​ວ່າ ຄວາມ​ພະ​ຍາຍ​າ​ມຂອງ​ເຂົາ​ເຈົ້າ​ເພື່ອປົກ​ປ້ອງ​ ແລະ​ໃຫ້ການ​ຊ່ວຍ​ເຫລືອ​ແກ່ຜູ້​ຄົນ​ເຫລົ່າ​ນີ້ ​ບໍ່​ເປັນ​ທີ່​ພຽງພໍ ​ແລະ​ບັນດາ​ລັດຖະບານ​ ຢູ່​ທົ່ວ​ຢູ​ໂຣບ ຕ້ອງ​ໃຫ້ການ​ຊ່ວຍ​ເຫລືອ​ເພີ້​ມຂຶ້ນ​ ​ເຖິງ​ແມ່ນ​ວ່າ​ຈຳນວນ​ພວກຍົກຍ້າຍ​ຖິ່ນ​ຖານທີ່​ເດີນທາງ​ມາ​ເຖິງ​ຢູ​ໂຣບຕາ​ເວັນ​ຕົກ​ໄດ້​ຫຼຸດ​ລົງ​ຢ່າງ​ຫລວງຫລາຍ ​ໃນ​ເດືອນ​ນີ້.

ອົບພະຍົບຄົນນຶ່ງຕື່ນນອນຂຶ້ນມາ ຫລັງຈາກໄດ້ນອນຢູ່່ ບ່ອນເພພັງ ທີ່ໃຊ້ເປັນບ່ອນຕ້ອນຮັບອົບພະຍົບ.
ອົບພະຍົບຄົນນຶ່ງຕື່ນນອນຂຶ້ນມາ ຫລັງຈາກໄດ້ນອນຢູ່່ ບ່ອນເພພັງ ທີ່ໃຊ້ເປັນບ່ອນຕ້ອນຮັບອົບພະຍົບ.

ທ່ານ​ນາງ Cecile Pouilly ​ໂຄສົກ​ອົງການອົບ​ພະຍົບສະຫະ​ປະຊາ​ຊາດກ່າວ​ວ່່າ ອົງການ​ຂອງ​ທ່ານ​ນາງ ໄດ້​ຮັບ​ລາຍ​ງານ​ທີ່​ລົບ​ກວນ​ໃຈ​ວ່າ ອົບ​ພະ​ຍົບ​ແລະ​ພວກ​ຍົກຍ້າຍ​ຖິ່ນ​ຖານ​ໄດ້​ເສຍ​ຊີວິດ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ເຄື່ອນ​ຍ້າຍ​ຢູ່​ທົ່ວ​ຢູ​ໂຣບ.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ ​ກ່ຽວ​ກັບ​ລາຍ​ງານທີ່​ວ່າ ອົບ​ພະ ຍົບ ​ແລະ​ພວກ​ຍົກຍ້າຍ​ຖິ່ນ​ຖານຈຳນວນ​ນຶ່ງ​ໄດ້​ເສຍ​ຊີວິດ ທີ່​ພະຍາຍາ​ມ​ເຂົ້າ​ມາ ຫລື​ຍົກ ຍ້າຍ​ ​ໃນ​ທົ່ວ​ຢູ​ໂຣບ ຮວມທັງ​ຫ້າ​ຄົນ​ໄດ້​ເສຍ​ຊີວິດ​ນັບ​ແຕ່ຕົ້ນ​ປີນີ້ມາ ​ເນື່ອງ​ຈາກ​ອາກາດ
ໜາວ​ຈັດ.”

ທ້າວ Petram Mehdi, 2 ປີ, ຈາກປະເທດອິຣ່ານ ຢືນຢູ່ປ່ອງຢ້ຽມໃນສູນອົບພະຍົບທີ່ປະເທດກຣິສ.
ທ້າວ Petram Mehdi, 2 ປີ, ຈາກປະເທດອິຣ່ານ ຢືນຢູ່ປ່ອງຢ້ຽມໃນສູນອົບພະຍົບທີ່ປະເທດກຣິສ.

ໃນ​ສອງ​ສາມ​ມື້​ທີ່​ຜ່ານ​ມານີ້ ທ່ານ​ນາງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ຊາກ​ສົບ​ຂອງ​ຜູ້​ຊາຍ​ອີຣັກສອງ​ຄົນ ຜູ້​ທີ່​ໄດ້​ເສຍ​ຊີວິດ​ຍ້ອນອາກາດ​ໜາວ ​ແລະຄວາມອິດ​ເມື່ອຍ ​ໄດ້​ພົບ​ເຫັນ​ຢູ່​ພາກ​ໃຕ້​ຂອງ​ປະ​ເທດ Bulgaria ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ຂ້າມເຂົ້າ​ໄປ​ຈາກ Turkey.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG