ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບັນດາຜູ້ລີ້ໄພພາກັນໜີເຂົ້າໄປ ໃນອິນເດຍ ຍ້ອນການໂຈມຕີທາງອາກາດ ຂອງກອງທັບມຽນມາ

ແຟ້ມ-ລົດບັນທຸກທີ່ບັນຈຸລູກສອນໄຟ ຂອງກອງທັບມຽນມາ ເຊິ່ງແນມເຫັນຢູ່ໃນພິທີສະເຫຼີມສະຫຼອງວັນປະກາດເອກະລາດຄົບຮອບ 75 ປີ ໃນນະຄອນຫຼວງນາປີດໍ, ປະເທດມຽນມາ, ວັນທີ 4 ມັງກອນ 2023.
ແຟ້ມ-ລົດບັນທຸກທີ່ບັນຈຸລູກສອນໄຟ ຂອງກອງທັບມຽນມາ ເຊິ່ງແນມເຫັນຢູ່ໃນພິທີສະເຫຼີມສະຫຼອງວັນປະກາດເອກະລາດຄົບຮອບ 75 ປີ ໃນນະຄອນຫຼວງນາປີດໍ, ປະເທດມຽນມາ, ວັນທີ 4 ມັງກອນ 2023.

ບັນດາຜູ້ລີ້ໄພ​ຫຼາຍຮ້ອຍຄົນ ໄດ້ພາກັນໜີອອກມາຈາກປະເທດມຽນມາ ເພື່ອຊອກຫາສະຖານທີ່ປອດໄພຢູ່ໃນປະເທດ ອິນເດຍ, ໃນຂະນະທີ່ກອງທັບຂອງ ມຽນມາ ໄດ້ເພີ້ມການໂຈມຕີຂຶ້ນຢູ່ໃນລັດ ຊິນ ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງປະເທດ, ອີງ​ຕາມກຸ່ມຊ່ວຍເຫຼືອຜູ້ອົບພະຍົບບອກກັບ VOA ໃນວັນພຸດວານນີ້.

​ກຸ່ມ​ປົກ​ປ້ອງສິດທິມະນຸດຊາວຊິນ ຫຼື (CHRO) ກ່າວວ່າ ມີຜູ້ອົບພະຍົບຊາວຊິນຢ່າງໜ້ອຍ 200 ຄົນ ພາກັນໜີຂ້າມຊາຍແດນໃນອາທິດແລ້ວນີ້ ລຸນຫຼັງມີການໂຈມຕີທາງອາກາດໂດຍກອງທັບມຽນມາ ​ຕໍ່​ຄ້າຍຂອງພວກກໍ່​ກະ​ບົດ ເຊິ່ງຕັ້ງຢູ່ບໍລິເວນຊາຍແດນອິນເດຍ ແລະມຽນມາ.

ທ່ານຊາລາຍ ແມັງ ຮະເຣ ລຽນ (Salai Mang Hre Lian) ຜູ້ບໍລິຫານໂຄງ ການ CHRO ບອກກັບ VOA ຜ່ານໂທລະສັບວ່າ “ໃນລະຫວ່າງເຄິ່ງທໍາອິດຂອງເດືອນນີ້, ລັດຖະບານທະຫານມຽນມາ ໄດ້ປະຕິບັດການການໂຈມຕີທາງອາກາດ ຢູ່ບໍລິເວນລັດຊິນມາແລ້ວຮອດ 4 ຄັ້ງ.”

ອົງການດັ່ງກ່າວ ເຊິ່ງໄດ້ລາຍງານວ່າ “ມີການໂຈມຕີທາງອາກາດທັງໝົດຢ່າງໜ້ອຍ 14 ຄັ້ງ ລຸນຫຼັງທີ່ກອງທັບເຂົ້າຢຶດອໍານາດໃນເດືອນກຸມພາ ປີ 2021 ເປັນຕົ້ນມາ,” ທາງອົງການກໍາລັງດໍາເນີນການປົກປ້ອງ ແລະຍົກລະດັບທາງດ້ານສິດທິມະນຸດຂອງປະຊາຊົນຊາວຊິນ ແລະຊຸມຊົນອື່ນໆທີ່ຖືກກົດຂີ່ ແລະບໍ່ໄດ້ຮັບຄວາມສໍາຄັນຢູ່ໃນມຽນມາ.

ແຟ້ມ-ພາບຖ່າຍເທິງອາກາດ ທີ່ຖ່າຍເມື່ອວັນທີ 29 ຕຸລາ 2021, ສະແດງໃຫ້ເຫັນກຸ່ມຄັວນແລະແປວໄຟ ຈາກຂົງເຂດເມືອງທັນລາງ, ໃນລັດຊິນ, ເຊິ່ງໄດ້ເຮັດໃຫ້ອາຄານຫຼາຍກວ່າ 160 ຫຼັງຖືກທໍາລາຍ ໂດຍການຍິງປືນໃຫຍ່ຈາກກອງທັບລັດຖະບານທະຫານ, ອີງຕາມອົງການຂ່າວທ້ອງຖິ່ນ.

ມີລາຍງານວ່າ ການໂຈມຕີທາງອາກາດຄັ້ງສຸດທ້າຍ ແມ່ນດໍາເນີນການໂດຍກອງທັບອາກາດຂອງລັດຖະບານທະຫານມຽນມາ ໃນວັນທີ 10 ແລະ 11 ມັງກອນ ໂດຍມີເປົ້າໝາຍການໂຈມຕີໃສ່ຄ້າຍວິກທໍເຣຍ, ເຊິ່ງ​ເປັນ​ກອງ​ບັນ​ຊາ​ການໃຫຍ່ຂອງແນວໂຮມແຫ່ງຊາດຊິນ ຫຼື CNF, ເຊິ່ງເປັນອົງການຕໍ່ຕ້ານ​ຂອງ​ພວກ​ຊົນຊາດຊົນເຜົ່າຢູ່ໃນລັດຊິນ.

ທ່ານຊາລາຍ ແມັງ ຮະເຣ ລຽນ ບອກກັບ VOA ວ່າ “ການຖິ້ມລະເບີດ ໄດ້ສັງຫານທະຫານຂອງ CNF 5 ຄົນ ລວມທັງພວກແມ່ຍິງ, ແລະມີພົນລະເຮືອນທີ່ອາໄສຢູ່ບໍລິເວນ​ຄ້າຍວິກທໍເຣຍ ໄດ້ຮັບບາດເຈັບອີກຫຼາຍສິບຄົນ.” ທ່ານໄດ້ກ່າວເສີມອີກວ່າ “ການຖິ້ມລະເບີດດັ່ງກ່າວນັ້ນ ຍັງໄດ້ທໍາລາຍເຮືອນຊານຂອງປະຊາຊົນ ແລະສະຖານທີ່ທາງການແພດຢູ່ໃນ​ຄ້າຍວິກທໍເຣຍ ອີກດ້ວຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG