ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົບພະຍົບ ຊາວຊີເຣຍ ຫຼົບໄພເຂົ້າໄປ ໃນເລບານອນ (ເບິ່ງສະໄລດ໌)


ອົບພະຍົບຊີເຣຍ (ຊ້າຍ) ທີ່ພາກັນຫຼົບໜີຄວາມຮຸນແຮງ ໃນພາກຕາເວັນຕົກຂອງຊີເຣຍ ພວມຮັບການຊ່ອຍເຫຼືອ ກ່ຽວກັບການແຈກເຄື່ອງນອນ ໂດຍອົງການພົນລະເຮືອນຂອງເລບານອນທີ່ເມືອງ Wadi Khaled ໃກ້ໆຊາຍ ແດນຊີເຣຍ (1 ກຸມພາ 2012)
ອົບພະຍົບຊີເຣຍ (ຊ້າຍ) ທີ່ພາກັນຫຼົບໜີຄວາມຮຸນແຮງ ໃນພາກຕາເວັນຕົກຂອງຊີເຣຍ ພວມຮັບການຊ່ອຍເຫຼືອ ກ່ຽວກັບການແຈກເຄື່ອງນອນ ໂດຍອົງການພົນລະເຮືອນຂອງເລບານອນທີ່ເມືອງ Wadi Khaled ໃກ້ໆຊາຍ ແດນຊີເຣຍ (1 ກຸມພາ 2012)

ຊາວ​ຊີ​ເຣຍ ທີ່ພາກັນ​ຫລົບໜີເຂົ້າ​ໄປ​ໃນ​ເລ​ບາ​ນອນ ຊຶ່ງ​ເປັນ​ປ​ະ​ເທດໃກ້​ຄຽງນັ້ນ ກ່າວ​ວ່າ ​
ເຂົາ​ເຈົ້າ​ມີ​ຄວາມ​ຢ້ານ​ກົວ ​ທີ່ຈະ​ຖືກ​ຂ້າ​ຖີ້ມ ຖ້າ​ຫາກ​ພວກ​ເຂົາ​ເຈົ້າ​ບໍ່​ພາກັນ​ຫຼົບໜີ​ໄປ​ຈາກ
ເມື​ອງ​ໂຮ​ມ ​ໃນ​ຂະນະ​ທີ່​ກໍາລັງ​ທະຫານ​ຂອງ​ລັດຖະບານ ສືບ​ຕໍ່ການ​ໂຈມ​ຕີ​ຕໍ່​ພວກ​ກະບົດ ​
ຕໍ່ຕ້ານລັດ​ຖະບານນັ້ນ.

ຫ້ອງການ​ອົບ​ພະ​ຍົບຂອງອົງການ​ສະຫະ​ປະ​ຊາ​ຊາດ ກ່າວ​ໃນ​ວັນ​ຈັນ ວານນີ້​ວ່າ ​ມີ​ຊາວ​
ຊີ​ເຣຍຈໍານວນ 2000 ຄົນ​ໄດ້​ພາກັນ​ຂ້າມ​ຊາຍ​ແດນ​ເຂົ້າໄປ​ໃນ​ເລ​ບາ​ນອນ​ ໃນຫວ່າງ​ສອງ​
ສາມ​ມື້​ທີ່​ຜ່ານ​ມາ​ນີ້ເພື່ອຫລົບ​ໜີຄວາມ​ຮຸນ​ແຮງ.

ບັນດາອົບ​ພະ​ຍົບ ຈາກເມຶ​ອງ Qusair ​ແຂ​ວງ Idlib ​ໃນ​ພາກ​ເໜືອ ຂອງ​ຊີ​ເຣຍກ່າວ​ວ່າ​
ລົດ​ຖັງ​ຂອງ​ລັດຖະບານ​ໄດ້ຍິງ​ປືນ​ໃສ່​ເຮືອນທີ່​ເຕັມ​ໄປ​ດ້ວຍ​ຜູ້​ຄົນ.

ນອກ​ນັ້ນກໍາລັງ​ທະຫານຊີ​ເຣຍ ຍັງ​ຖີ້ມລ​ະ​ເບີດ​ໃສ່ພວກ​ຕໍ່ຕ້ານ​ທີ່​ເມືອງ Rastan ໃນ​ແຂ​ວງ
Homs ​ເປັນ​ມື້​ທີ​ສອງລຽນຕິດ​ໃນ​ວັນ​ຈັນວານ​ນີ້.

ພວກນັກ​ເຄື່ອນໄຫວກ່າວ​ວ່າ ​ເມືອງ​ດັ່ງກ່າວອາດ​ຈະ​ເປັນ​ເປົ້າ​ໝາຍ​ຕໍ່​ໄປຂອງ​ລັດຖະບານ
ລຸນ​ຫຼັງທີ່​ໄດ້​ມີ​ການ​ຍິງໂຈມ​ຕີເມືອງ​ໂຮມມາເປັນ​ເວລາ​ນຶ່ງເດືອນ.

ໃນ​ຂະນະ​ດຽວ​ກກັນ ອະດີດເອກ​ອັກຄະ​ລັດຖະທູດ​ຈີນ ປະ​ຈໍາ​ຊີ​ເຣຍ ​ໄດ້​ເດີນ​ທາງ​ໄປ​ກຸ​ງ
Damascus ​ເພື່ອເຈລະຈາ​ຫາລື​ກ່ຽວ​ກັບ​ການແກ້ໄຂທາງ​ດ້ານ​ການ​ເມືອງຕໍ່​ວິ​ກິດ​ການ​
ໃນ​ຊີ​ເຣຍ.

XS
SM
MD
LG