ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກອົບພະຍົບ ໃນທີ່ສຸດ ກໍເດີນທາງໄປເຖິງ ເຢຍຣະມັນ


ພວກອົບພະຍົບລໍຖ້າກວດສຸຂະພາບ ຫລັງຈາກໄປຮອດ ສະຖານີລົດໄຟໃຫຍ່ ໃນນະຄອນ Munich ທາງພາກໃຕ້ ເຢຍຣະມັນ. (5 ກັນຍາ 2015)
ພວກອົບພະຍົບລໍຖ້າກວດສຸຂະພາບ ຫລັງຈາກໄປຮອດ ສະຖານີລົດໄຟໃຫຍ່ ໃນນະຄອນ Munich ທາງພາກໃຕ້ ເຢຍຣະມັນ. (5 ກັນຍາ 2015)

ລົດໄຟ ທີ່ເຕັມໄປດ້ວຍພວກອົບພະຍົບໃນທີ່ສຸດກໍເດີນທາງໄປ
ເຖິງເຢຍຣະມັນໃນວັນເສົາມື້ນີ້ ຫຼັງຈາກຫລາຍໆມື້ ທີ່ໄດ້ມີການ
ຊັກຊ້າທີ່ສະຖານີລົດໄຟ Keleti ໃນນະຄອນຫຼວງ Budapest
ຂອງຮັງກາຣີ.

ລາຍງານຈາກເຢຍຣະມັນແລະອອສເຕຣຍແຈ້ງວ່າ ລົດໄຟຂະ
ບວນທຳອິດທີ່ລຳລຽງອົບພະຍົບໄດ້ອອກເດີນທາງຈາກອອສ ເຕຣຍໄປຍັງເຢຍຣະມັນໃນວັນເສົາມື້ນີ້ບໍ່ເທົ່າໃດຊົ່ວໂມງຫລັງ ຈາກພວກເຂົາເຈົ້າໄດ້ຖືກສົ່ງໂດຍທາງລົດເມ ແຕ່ນະຄອນ Bu-
dapest ໄປຫາຊາຍແດນອອສເຕຣຍ.

ອົບພະຍົບຫລາຍພັນຄົນ ທີ່ໄດ້ຕົກຄ້າງເປັນເວລາຫລາຍມື້ຢູ່ທີ່ປະເທດຮັງກາຣີ ເພື່ອລໍຖ້າ
ເດີນທາງໄປຢູໂຣບຕາເວັນຕົກເວລານີ້ໄດ້ເຂົ້າໄປໃນອອສເຕຣຍແລ້ວຊຶ່ງເປັນຄວາມກ້າວ
ໜ້າສຳລັບຢູໂຣບ ຫລັງຈາກອາທິດ ແຫ່ງຄວາມບໍ່ແນ່ນອນ ກ່ຽວກັບ ຖານະອົບພະຍົບ ທີ່
ຊອກສະແຫວງຫາບ່ອນລີ້ໄພ ພາຍໃນເຂດຊາຍແດນ ຂອງສະຫະພາບຢູໂຣບນັ້ນ.

ເຈົ້າໜ້າທີ່ອອສເຕຣຍກ່າວໃນວັນເສົາມື້ນີ້ວ່າ ອົບພະຍົບຫຼາຍໆພັນຄົນໄດ້ຂ້າມຊາຍແດນ ເຂົ້າໄປໃນອອສເຕຣຍແລ້ວບ່ອນທີ່ພວກເຂົາເຈົ້າໄດ້ຖືກຕ້ອນຮັບ ດ້ວຍເຄື່ອງຊ່ອຍເຫລືອ ແລະສະຖານທີ່ຫລັບນອນ.

ເຈົ້າໜ້າທີ່ອອສເຕຣຍ ທ່ານ Wolfgang Mueller ກ່າວຕໍ່ພວກນັກຂ່າວວ່າ ມີອົບພະຍົບ ປະມານ 800 ຄົນ ຖືກສົ່ງຂຶ້ນລົດໄຟໄປນະຄອນຫຼວງວຽນນາ ແລະຕໍ່ຈາກນັ້ນ ກໍໄປເຢຍ ຣະມັນ.

ສະພາກາແດງຂອງອອສເຕຣຍ ໄດ້ໃຫ້ການຕ້ອນຮັບພວກອົບພະຍົບຢູ່ທີ່ດ່ານຂ້າມຊາຍ
ແດນ Hegyeshalom.

ນາຍົກລັດຖະມົນຕີອອສເຕຣຍ ກ່າວວ່າ ປະເທດຂອງທ່ານແລະເຢຍຣະມັນຈະອະນຸຍາດ ໃຫ້ພວກອົບພະຍົບເຂົ້າປະເທດແບບບໍ່ມີການກີດກັ້ນໃດໆ. ນາຍົກລັດຖະມົນຕີ Werner
Faymann ໄດ້ປະກາດກ່ຽວກັບການຕັດສິນໃຈດັ່ງກ່າວໃນຕອນເຊົ້າຂອງວັນເສົາມື້ນີ້ ຫຼັງ
ຈາກໄດ້ເຈລະຈາຫາລືກັບນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel.

ທ່ານ Faymann ເວົ້າວ່າ ການຕັດສິນໃຈນີ້ໄດ້ມີຂຶ້ນໃນທັນທີຍ້ອນສະພາບການສຸກເສີນ ໃນເຂດຊາຍແດນຂອງຮັງກາຣີ.

ພວກອົບພະຍົບຈຳນວນນຶ່ງ ແມ່ນເດີນທາງໄປຈາກ ສະຖານີລົດໄຟ Keleti ໃນນະຄອນ
ຫຼວງ Budapest ໂດຍພາກັນຍ່າງໃນວັນສຸກວານນີ້ຫລັງຈາກໄດ້ລໍຖ້າເປັນເວລາຫຼາຍໆ
ມື້ ໃຫ້ພວກເຈົ້າໜ້າທີ່ຮັງກາຣີອອກໃບອະນຸຍາດເດີນທາງໃຫ້ເຂົາເຈົ້າ. ຫລັງຈາກນັ້ນ ຮັງ
ກາຣີ ໄດ້ສົ່ງລົດເມຫຼາຍໆຄັນໄປຮັບເອົາພວກອົບພະຍົບຫລາຍຮ້ອຍຄົນທີ່ພາກັນຍ່າງຢູ່
ຕາມທາງຫຼວງທີ່ກວ້າງຫົກເລນ ໃນຂະນະທີ່ພວກເຂົາເຈົ້າມຸ່ງໜ້າສູ່ທິດຕາເວັນຕົກໄປຫາ ຊາຍແດນຂອງອອສເຕຣຍ.

ສ່ວນຢູ່ທີ່ນະຄອນຫຼວງ Budapest ສະຖານີລົດໄຟ Keleti ກໍຍັງແອອັດໄປດ້ວຍອົບພະ ຍົບທີ່ພາກັນລໍຖ້າມາໄດ້ຫລາຍມື້ແລ້ວເພື່ອຈະມີໂອກາດເດີນທາງໄປກັບລົດໄຟທີ່ມຸ່ງໜ້າ
ສູ່ທິດຕາເວັນຕົກ.

Luis Ramirez ຜູ້ສື່ຂ່າວຂອງວີໂອເອ ກ່າວທີ່ນະຄອນ Budapest ໃນວັນເສົາມື້ນີ້ ຫລັງ ຈາກໄດ້ໄປຢ້ຽມສະຖານີລົດໄຟແລ້ວວ່າ “ຈະເຮັດແນວໃດກ່ຽວກັບຄື້ນຟອງຂອງພວກອົບ ພະຍົບຊຶ່ງຍັງຕົກຢູ່ໃນສະພາບທີ່ກືນບໍ່ເຂົ້າຄາຍບໍ່ອອກ. ບໍ່ມີຜູ້ໃດບໍ່ເຫັນພ້ອມນຳວ່າຜູ້ຄົນ
ເຫຼົ່ານີ້ຄວນໄດ້ຮັບການຊ່ອຍເຫລືອໃນທັນທີທັນໃດ.”

Europe Migrants
please wait
Embed

No media source currently available

0:00 0:02:04 0:00

XS
SM
MD
LG